• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2025-05-07
  • |
  • ວຽກວິຊາສະເພາະ


       ​ໃນວັນທີ 5 ພຶດສະພາ 2025 ສະຖາບັນການເງິນ-ການບັນຊີ ຮ່ວມກັບ ກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງການບັນຊີ ໄດ້ເປີດຝຶກອົບຮົມ ວຽກງານບັນຊີວິສາຫະກິດ ຊຸດທີ II ປະຈໍາປີ 2025 ຂຶ້ນທີ່ ວິທະຍາໄລການເງິນພາກເໜືອ(ແຂວງ ຫຼວງພະບາງ) ເຊິ່ງມີ ພະນັກງານ-ລັດຖະກອນ ຂະແໜງ ການເງິນ 8 ແຂວງພາກເໜືອ ຄື: ແຂວງ ຫຼວງພະບາງ, ແຂວງ ຫົວພັນ, ແຂວງ ໄຊຍະບູລີ, ແຂວງ ຊຽງຂວາງ, ແຂວງ ຜົ້ງສາລີ, ແຂວງ ຫຼວງນໍ້າທາ, ແຂວງ ອຸດົມໄຊ ແລະ ແຂວງ ບໍ່ແກ້ວ ມີພະນັກງານເຂົ້າຮ່ວມທັງໝົດ 50 ທ່ານ. ພາຍໃຕ້ການເປັນປະທານ ຂອງທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ. 

         ການຝຶກອົບຮົມວຽກງານບັນຊີວິສາຫະກິດ ໃນຄັ້ງນີ້ ແມ່ນເພື່ອຍົກລະດັບວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນຂະແໜງການເງິນ ໃນການຄຸ້ມຄອງ, ຕິດຕາມ ກວດກາວຽກງານບັນຊີ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ຖືກຕ້ອງ, ເປັນເອກະພາບ, ເຂັ້ມແຂງ, ໂປ່ງໃສ ແລະ ທັນສະໄໝ ແນ່ໃສ່ຮັບປະກັນການຄຸ້ມຄອງ ການເງິນແຫ່ງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ເວົ້າລວມ, ເວົ້າສະເພາະ, ເຮັດໃຫ້ພະນັກງານຂະແໜງການເງິນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ວຽກງານບັນຊີ ໃຫ້ໜັກແໜ້ນຂຶ້ນຕຶ່ມ ສາມາດເຜີຍແຜ່, ແນະນໍາ, ຊຸກຍູ້, ຕິດຕາມ ກວດກາ ວຽກງານບັນຊີ, ຊຸກຍູ້ຫົວໜ່ວຍທຸລະກິດປະຕິບັດລະບົບການຖືບັນຊີ, ການສະຫຼຸບລາຍງານປະຕິບັດລະບົບບັນຊີດຽວ.

        ການຝຶກອົບຮົມຄັ້ງນີ້, ໃຊ້ເວລາທັງໝົດ 20 ວັນລັດຖະການ ເທົ່າກັບ 160 ຊົ່ວໂມງ, ນັກສຳມະນາກອນຈະຮັບຮູ້ ກ່ຽວກັບ ລະບົບການຖືບັນຊີ ຈຸນລະວິສາຫະກິດ, ຄວາມຮູ້ເບື້ອງຕົ້ນກ່ຽວກັບບັນຊີຈຸນລະວິສາຫະກິດ, ການຖືບັນຊີສໍາລັບຈຸນລະວິສາຫະກິດ; ຫຼັກການບັນຊີວິສາຫະກິດ, ຄວາມຮູ້ເບື້ອງຕົ້ນກ່ຽວກັບການບັນຊີ, ການຖືບັນຊີສໍາລັບຈຸນລະວິສາຫະກິດ, ຄວາມຮູ້ກ່ຽວກັບການບັນຊີຄູ່, ການຈັດວາງລະບົບບັນຊີ; ບັນດາລາຍການເກີດຂຶ້ນໃນສະໄໝ; ການສ້າງເອກະສານບັນຊີ ແລະ ການສ້າງເອກະສານລາຍງານການເງິນ;

        ໂອກາດດັ່ງກ່າວ, ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ ໄດ້ມີຄໍາເຫັນເນັ້ນໃຫ້ນັກສໍາມະນາກອນ ແລກປ່ຽນ ຍາດແຍ່ງເອົາບົດຮຽນ ແລະ ປະສົບການຕົວຈິງ ນໍາວິທະຍາກອນ ແລະ ນໍາຜູ້ເຂົ້າຮ່ວມຝຶກອົບດ້ວຍກັນ ໃຫ້ຫຼາຍທີ່ສຸດ; ປະຕິບັດລະບຽບ ແລະ ສອບເສັງທົດສອບ ໃຫ້ຜ່ານເກນຕາມມາດຕະຖານທີ່ກໍານົດໄວ້ໃນຫຼັກສູດຝຶກອົບຮົມ; ທັງໃຫ້ວິທະຍາກອນເນັ້ນພຶດຕິກໍາຕົວຈິງ ເປັນກໍລະນີສຶກສາ ທີ່ເກີດຂຶ້ນໃນຕົວຈິງ ໂດຍເອົາຜູ້ຮຽນເປັນໃຈກາງ, ສົມທົບກັບຄະນະຮັບຜິດຊອບ ເພື່ອຈັດຕັ້ງການສອບເສັງທົດສອບຜູ້ຄວາມຮັບຮູ້ຂອງຜູ້ຮຽນ ເພື່ອພິຈາລະນາອອກໃບຢັ້ງຢືນ; ຕ້ອງເອົາໃຈໃສ່ຕິດຕາມ ປະເມີນຜົນຊຸດຝຶກອົບຮົມ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ