• ກົມພາສີ
  • |
  • 2025-05-06
  • |
  • ວຽກວິຊາສະເພາະ

       ກອງປະຊຸມເຜີຍແຜ່, ແນະນໍາການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການຢູ່ທີ່ດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ 2025, ໂດຍການເປັນປະທານຂອງທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ,ມີຫົວໜ້າດ່ານ, ຮອງຫົວໜ້າດ່ານ, ພະນັກງານຫຼັກແຫຼ່ງຂອງຂະແໜງພາສີ ແລະ ຜູ້ພັດທະນາລະບົບເຂົ້າຮ່ວມ.

 

       ໂອກາດນີ້, ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ມີຄໍາເຫັນວ່າ: ການເປີດນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System. CWMS) ໃນຄັ້ງນີ້ໂດຍອີງຕາມການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2025, ການຍົກລະດັບ ແລະ ພັດທະນາບຸກຄະນາກອນໃນການຄຸ້ມຄອງວຽກງານຫັນເປັນທັນສະໄໝ, ໂດຍສອດຄ່ອງກັບລະບຽບການ ແລະ ນໍາໃຊ້ລະບົບດັ່ງກ່າວໄດ້ຢ່າງມີປະສິດທິພາບ,ຄ່ອງຕົວ, ເປັນເອກະພາບກັນໃນການຈັດຕັ້ງປະຕິບັດນໍາໃຊ້ລະບົບຕ່າງໆຂອງຂະແໜງພາສີ ໃຫ້ແກ່ບັນດາດ່ານໃນ ຂອບເຂດທົ່ວປະເທດ.

     ລະບົບຄຸ້ມຄອງສາງພາສີທັນສະໄໝ ເປັນລະບົບເອເລັກໂຕຣນິກ  Web-Based Application ແບບລວມສູນ, ສາມາດເຂົ້ານໍາໃຊ້ໄດ້ທຸກ Platforms (Desktop, Mobile, Table...), ມີລະບົບຕິດຕາມແບບ Real-Time ເຊື່ອມຕໍ່ກັບລະບົບຄຸ້ມຄອງການຂົນສົ່ງຂ້າມແດນເອເລັກໂຕຣນິກ Cross Border Transport Management System (CBTM) ຂອງ LITFA ເພື່ອຮັບຂໍ້ມູນການຂົນສົ່ງການແຈ້ງພາສີກ່ອນລ່ວງໜ້າຂໍ້ມູນ ລາຍລະອຽດສິນຄ້າ ແລະ ສາມາດພັດທະນາເຊື່ອມຕໍ່ກັບລະບົບອື່ນຜ່ານ API ຮັບ-ສົ່ງຂໍ້ມູນທີ່ກ່ຽວພັນກັບຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງມີປະສິດທິພາບ.

 

 

        ການຝຶກອົບຮົມໃນຄັ້ງນີ້, ເພື່ອໃຫ້ເຈົ້າໜ້າທີ່ພາສີ, ຜູ້ປະກອບການ, ຮັບຮູ້ເຂົ້າໃຈ, ກ່ຽວກັບລະບົບ, ການນໍາໃຊ້, ຂັ້ນຕອນຕ່າງໆ, ການຄຸ້ມຄອງ, ນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ການແຈ້ງຂໍ້ມູນນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ, ຂັ້ນຕອນການຊໍາລະຄ່າທໍານຽມບໍລິການຕ່າງໆ...ພ້ອມທັງໄດ້ຮັບຟັງການເຜີຍແຜ່ເອກະສານຄໍາແນະນໍາທີ່ຕິດພັນກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝເຊັ່ນ: ຂໍ້ຕົກລົງ 0771/ກງ, ຂໍ້ຕົກລົງ 1197/ກງ ແລະ ແຈ້ງການແນະນໍາ 2755/ກງ ແລະ ຄໍາແນະນໍາ 3865/ກພສ ແລະ ໃນຕອນບ່າຍຂອງວັນດຽວກັນຜູ້ປະກອບການນໍາເຂົ້າ-ສົ່ງອອກຜ່ານດ່ານພາສີທ່າບົກທ່ານາແລ້ງ ແລະ ຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ; ໄດ້ຮັບການຝຶກອົບຮົມກ່ຽວກັບການນໍາໃຊ້ລະບົບຄຸ້ມຄອງສາງພາສີທັນສະໄໝ (Customs Warehouse Management System. CWMS) ເພື່ອຮັບຮູ້ເຂົ້າໃຈກ່ຽວກັບລະບົບ, ເພື່ອນໍາໄປຈັດຕັ້ງຕັ້ງປະຕິບັດ ແລະ ນໍາໃຊ້ວຽກງານຕົວຈິງມີປະສິດທິພາບປະສິດທິຜົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ