• ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ
  • |
  • 2025-05-05
  • |
  • ວຽກຮ່ວມມື

        ກອງປະຊຸມ ເຜີຍແຜ່ ແລະ ປຸກລະດົມປະຊາຊົນ ກ່ຽວກັບການເຄື່ອນໄຫວວຽກງານ ທະນາຄານຄໍາ ລາວ ຈໍາກັດ ໄດ້ຈັດຂຶ້ນ ໃນຄັ້ງວັນທີ 2 ພຶດສະພາ 2025, ໂດຍການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນການພັກ ປະທານສູນກາງແນວລາວສ້າງຊາດ  ໂດຍມີບັນດາກະຊວງ ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລວມມີຫ້ອງວ່າການສູນກາງພັກ ສູນກາງແນວລາວສ້າງຊາດ ສະພາແຫ່ງຊາດ ສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາແລະການຄ້າ ກະຊວງແຜນການແລະການລົງທຶນ ຫ້ອງວ່າການນະຄອນຫລວງ ເຈົ້າເມືອງພາຍໃນນະຄອນຫລວງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທະນາຄານທຸລະກິດ ຮ້ານຄໍາ ແລະ ແຂກຈາກບໍລິສັດຕ່າງໆເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຄວາມສໍາເລັດໃນການສ້ງຕັ້ງ ແລະ ດໍາເນີນງານຂອງທະນາຄານຄໍາ ລາວ ເທື່ອລະກ້າວ ໂດຍອີງຕາມຄໍາສັ່ງ ຂອງເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນວັນທີ 15 ກໍລະກົດນີ້ ທີ່ກ່ຽວກັບບາງລະດັບຄາດໝາຍ ແລະ ຈຸດໝາຍ ສະເພາະໜ້າ ທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນ “ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາ ໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນ ຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫຼຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ ແລະ ເພື່ອຢັ້ງຢືນເຖິງວັດຖຸປະສົງ ໃນການຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ຂອງປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງ ທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝຸນໃຊ້ສ້າງພັດທະນາປະເທດຊາດ ໃຫ້ໄດ້ຢ່າງມີປະສິດຕິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ກັບເສດຖະກິດຂອງປະເທດ. ໂດຍສະເພາະແມ່ນການເພີ່ມສະພາບຄ່ອງ ດ້ານການເງິນ ແລະ ເປັນແຫລ່ງທຶນເຂົ້າມາ ນຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດຂອງປະເທດໃຫ້ນັບມື້ນັບຈະເລີນກ້າວໜ້າ.

       ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດ ການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນະພາບຄຳ ໃຫ້ເປັນລະດັບສາກົນ ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດ ຍົກສູງພາລະບົດບາດ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າ ອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາ ຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

        ໃນກອງປະຊຸມ ທ່ານ ປອ ສິນລະວົງ ຄຸດໄພທູນ ໄດ້ກ່າວວ່າ ການສ້າງຕັ້ງທະນາຄານນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານໃນການສ້າງຄວາມເຂັ້ມແຂງໃຫ້ກັບລະບົບເງິນຕາ ແລະ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ. ທະນາຄານຄໍາລາວ ຈຶ່ງເປັນການຕອບສະໜອງ ຕໍ່ວິໃສທັດຂອງລັດຖະບານ ໃນການສ້າງຄວາມມັ່ນຄົງທາງເສດຖະກິດ ແລະ ການເງິນ. ການເຜີຍແຜ່ປຸກລະດົມໃນຄັ້ງນີ້ມີຄວາມສໍາຄັນຫລາຍ. ນັກຄົ້ນຄວ້າ, ນັກທິດສະດີ, ນັກເສດຖະກິດ, ນັກທຸລະກິດ ຕ່າງກໍ່ມີຄວາມເຫັນດຽວກັນ ວ່າພວກເຮົາມີຄວາມພູມໃຈຕໍ່ທິດທາງຂອງການນໍາ ແລະ ລັດຖະບານໃນການສ້າງຕັ້ງທະນາຄານຄໍາ. ຜ່ານມາມີຫລາຍບໍລິສັດສົນໃຈ, ແຕ່ລັດຖະບານໄດ້ເຫັນເຖິງຄວາມຕັ້ງໃຈ ແລະ ສຶກສາມາຫລາຍປີ ແລະ ມີຄວາມພ້ອມຮອບດ້ານຫລາຍກວ່າບໍລິສັດອື່ນ ດັ່ງນັ້ນຈຶ່ງໄດ້ອະນຸຍາດໃຫ້ບໍລິສັດ PTL HOLDING ສ້າງຕັ້ງ ຮ່ວມກັບລັດຖະບານ ໂດຍຕາງຫນ້າກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ. ຕໍ່ໄປຈຶ່ງພິຈາລະນາເພີ່ມຕື່ມຖ້າຈໍາເປັນ.

       ນອກຈາກນັ້ນ ທ່ານຍັງໄດ້ມິຄໍາເຫັນເພີ່ມຕື່ມອີກວ່າ ໃນໄລຍະຕໍ່ໄປ ທະນາຄານຄໍາ ລາວ ຕ້ອງໄດ້ປະຕິບັດຕາມແຜນວຽກ ແລະ ວິໄສທັດທີ່ກໍານົດໄວ້. ສໍາລັບແນວລາວສ້າງຊາດຕ້ອງໃຫ້ການສະຫນັບສະຫນູນທະນາຄານຄໍາ ລາວ, ສ້າງຄວາມເຂົ້າໃຈໃຫ້ກັບສັງຄົມ ແລະ ປະຊາຊົນ, ຜັນຂະຫຍາຍວິໄສທັດ, ຈຸດປະສົງ ແລະ ແຜນວຽກລວມຂອງລັດຖະບານ ພ້ອມກັນນັ້ນຕ້ອງໄດ້ປຸກລະດົມໃຫ້ສັງຄົມປະກອບສ່ວນ, ພາກັນຝາກຄໍາໃຫ້ຫລາຍຂຶ້ນ ຮ່ວມກັນຊື້ຄໍາໃນຫລາກຫລາຍຮູບແບບໃຫ້ຫລາຍຂຶ້ນ, ປົກປ້ອງ ແລະ ຊຸກຍູ້ສະຫນັບສະຫນູນ ທະນາຄານຄໍາ ລາວ. ທ້າຍສຸດນີ້ ສິ່ງສໍາຄັນທີ່ສຸດແມ່ນການລະດົມຄໍາເຂົ້າລະບົບໃຫ້ໄດ້ຫລາຍຂຶ້ນ ຜ່ານການເປີດບັນຊີຝາກຄໍາກັບທະນາຄານຄໍາ ລາວ ຂໍໃຫ້ທຸກທ່ານທີ່ເຂົ້າຮ່ວມ ແລະ ສັງຄົມຮ່ວມມືແລະຜັກດັນວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ

       ກອງປະຊຸມຄັ້ງນີ້ ຍັງໄດ້ມີການສອບຖາມຢ່າງກົງໄປກົງມາ ກ່ຽວກັບການເຄື່ອນໄຫວຂອງທະນາຄານຄໍາ ໃນຫລາກຫລາຍປະເດັນດ້ວຍຄວາມສົນໃຈ ພ້ອມທັງເຈາະຈິ້ມຢ່າງເລິກເຊິ່ງດ້ວຍຄວາມຄິດສ້າງສັນ ແລະ ມີເປົ້າຫມາຍດຽວກັນ ເພື່ອໃຫ້ຄວາມຄາດຫມາຍທີ່ເປັນການມຸ່ງເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ກໍ່ຄືພັກ ແລະ ລັດຖະບານ ລວມທັງກະຊວງ ກົມກອງ ແລະ ບໍລິສັດຫ້າງຮ້ານຕ່າງໆ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນເຖິງຄວາມສໍາຄັນຂອງການສ້າງຕັ້ງທະນາຄານຄໍາ ລາວ ພ້ອມກັນນັ້ນຮຽນຮ້ອງມາຍັງທຸກພາກສ່ວນໃນການຮ່ວມມືປະຊາສໍາພັນໄປຍັງທົ່ວສັງຄົມ ຫມັ້ນໃຈ ເຊື່ອຫມັ້ນ ແລະ ໄວ້ວາງໃຈໃນການມາຢາກຄໍາ ກັບທະນາຄານຄໍາ ລາວ ທີ່ດໍາເນີນທຸລະກິດຢ່າງຖືກຕ້ອງ ແລະ ໂປ່ງໃສ ພາຍໃຕ້ກົດຫມາຍທະນາຄານທຸລະກິດແຫ່ງ ສປປ ລາວ ໂດຍສະເພາະແມ່ນຄໍາທີ່ເກັບໄວ້ໃນເຮືອນຊານບ້ານຊ່ອງຂອງພໍ່ແມ່ນປະຊາຊົນ ນໍາມາໄວ້ກັບທະນາຄານຄໍາ ລາວ ທີ່ມີຄວາມປອດໄພລະດັບສາກົນ ພາຍໃຕ້ວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການສ້າງຕັ້ງ ແລະ ຄວາມສໍາເລັດການຈັດຕັ້ງປະຕິບັດທະນາຄານຄຳ ຈະເປັນປັດໄຈສຳຄັນໃນການກະຕຸກຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ໂດຍເປັນການກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວ ໃຫ້ໄດ້ມາດຕະຖານ ການເປັນສູນກາງ ຕະຫຼາດການຄ້າ ແລະ ການລົງທຶນໃນຄຳ ຂອງພາກພື້ນ ແລະ ສາກົນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ