ໃນອາທິດຜ່ານມາວັນທີ 29 ເມສາ 2025, ໄດ້ຈັດພິທີລົງນາມ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລ ຈຳປາສັກສຸພານຸວົງ ແລະ ສະຖາບັນການເງິນ-ການບັນຊີ ໂດຍການລົງນາມຂອງທ່ານ ຟອງສີສຸພັນ ພິມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ ແລະ ທ່ານ ນາງ ປອ ພອນສະຫວັນ ເທບພະສຸລິທອນຮສ. ປທ. ວິລະ ອາໂນລັກ ອະທິການບໍດີ ມະຫາວິທະຍາໄລ ຈຳປາສັກສຸພານຸວົງ ພ້ອມດ້ວຍພະແນການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ອີງຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດັ່ງກ່າວສອງຝ່າຍ ໄດ້ຕົກລົງເຫັນດີຮ່ວມມືກັນດ້ານວິຊາການ ດັ່ງນີ້: ເພື່ອຈັດກິດຈະກຳເສີມ ແລະ ພັດທະນາສັກກາຍຍະພາບຜູ້ຮຽນ, ຜູ້ສອນ ແລະ ບຸກຄະລາກອນທາງການສຶກສາໃຫ້ມີຄຸນນະພາບ, ມີຄວາມເຂັ້ມແຂງທາງດ້ານວິຊາການສົ່ງຜົນໃຫ້ການຮຽນຮູ້ຂອງນັກສຶກສາດີຂື້ນ; ເພື່ອຖ່າຍທອດຄວາມຮູ້, ຈັດກິດຈະກຳເສີມທັກສະວິຊາການ ແລະ ທັກສະວິຊາຊີບໃນສາດທີ່ການຈັດການຮຽນ-ການສອນເຊັ່ນ:ການຄົ້ນຄ້ວາວິໄຈ, ກິດຈະກຳດ້ານວິຊາການ, ສົ່ງເສີມຮຽນຮູ້ໃນວຽກງານຕົວຈິງ, ກິດຈະກຳຮຽນຮູ້ດ້ານພາສາ ແລະ ເທັກໂນໂລຊີຂໍ້ມູນຂ່າວສານ; ພັດທະນາຜູ້ສອນ ແລະ ບຸກຄະລາກອນການສຶກສາກໍ່ຄືພັດທະນາດ້ານວິຊາການໃຫ້ນັບມືດີຂຶ້ນເປັນກ້າວໆ. ເນື້ອໃນຢ່າງໃດກໍດີ, ບົດບັນທຶກດັ່ງກ່າວຍັງໄດ້ກຳນົດຂອບເຂດການຮ່ວມມືດ້ານວິຊາການ ແລະ ກິດ ຈະກຳສຳຄັນຕ່າງໆຢ່າງຈະແຈ້ງ ຊຶ່ງບັນດາກິດຈະກຳ ໃນແຜນການຮ່ວມມື ສອງຝ່າຍນີ້ແມ່ນຈະໄດ້ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
