ໃນວັນທີ 30 ເມສາ 2025 ໄດ້ມີການເປີດການນໍາໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ. ມີຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ, ຮອງປະທານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ພ້ອມດ້ວຍຄະນະ (ໃນນາມຜູ້ໃຫ້ທຶນສະໜັບສະໜູນໃນການພັດທະນາລະບົບ), ມີຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຫົວໜ້າກົມ-ຮອງຫົວໜ້າກົມ ຈາກພາຍໃນກະຊວງການເງິນ ແລະ ກະຊວງກ່ຽວຂ້ອງ ແລະ ບັນດາຜູ້ອໍານວຍການ-ຮອງຜູ້ອໍານວຍການ, ຕາງໜ້າຈາກວິສາຫະກິດລັດລົງທຶນເຂົ້າຮ່ວມ. ໃນພິທີ ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ນໍາສະເໜີ ທິດທາງ ແລະ ວິໄສທັດ ໃນການຄຸ້ມຄອງວິສາຫະກິດລັດລົງທຶນ ໃນໄລຍະໃໝ່ ຕາມແນວທາງການຫັນປ່ຽນວຽກງານການຄຸ້ມຄອງວິສາຫະກິດລັດລົງທຶນ ທີ່ລັດຖະບານວາງອອກ. ຫຼັງຈາກນັ້ນ ຕາງໜ້າຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຜູ້ສະໜັບສະໜູນທຶນໃນການພັດທະນາລະບົບ ໄດ້ມີການກ່າວຄໍາເຫັນ ແລະ ຄວາມເປັນມາໃນການສະໜອງທຶນ ໃຫ້ແກ່ກະຊວງການເງິນ ແລະ ໄດ້ມີການນໍາສະເໜີ ກ່ຽວກັບລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ໂດຍ ບໍລິສັດ ລາຍລາວເລັບ ໂຊລູຊັນ ໄອຊີທີ ຈໍາກັດຜູ້ດຽວ (ຜູ້ພັດທະນາລະບົບ). ພິທີດັ່ງກ່າວ ໄດ້ຮັບກຽດ ຈາກ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ມີຄໍາເຫັນຊີ້ນໍາທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ວຽກງານການຄຸ້ມຄອງວິສາຫະກິດລັດລົງທຶນ ໃນໄລຍະໃໝ່ ແລະ ການເປີດນໍາໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ໂດຍເນັ້ນໃຫ້ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ເອົາໃຈໃສ່ຄຸ້ມຄອງວິສາຫະກິດລັດລົງທຶນໃຫ້ມີປະສິດທິຜົນ ແລະ ບັນດາວິສາຫະກິດລັດລົງທຶນ ຫີບຮ້ອນປ້ອນຂໍ້ມູນໃນລະບົບດັ່ງກ່າວ ເພື່ອຫັນການຄຸ້ມຄອງເປັນທັນສະໄໝ. ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ແມ່ນກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ເປັນເຈົ້າການ ໃນການອອກແບບຄວາມຕ້ອງການນຳໃຊ້ໃນວຽກງານຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ບໍລິສັດ ລາຍລາວເລັບ ໂຊລູຊັນ ໄອຊີທີ ຈໍາກັດຜູ້ດຽວ ເປັນຜູ້ສ້າງ ແລະ ພັດທະນາລະບົບຂຶ້ນ, ໂດຍມີ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ເປັນຜູ້ສະໜັບສະໜູນດ້ານທຶນໃນການພັດທະນາຄັ້ງນີ້. ການພັດທະນາ ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ເປັນການຫັນການຄຸ້ມຄອງວິສາຫະກິດລັດລົງທຶນໃຫ້ເປັນທັນສະໄໝ ຮັບປະກັນໃນການຄຸ້ມຄອງຖານຂໍ້ມູນຢ່າງລວມສູນ, ມີຄວາມວ່ອງໄວ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ເປັນຂໍ້ມູນໃນການຈັດເກັບລາຍຮັບເຂົ້າງົບປະມານ ແຫ່ງລັດໃຫ້ທັນສະໄໝ ເທື່ອລະກ້າວ. ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ແມ່ນຖືກອອກແບບເພື່ອນໍາໃຊ້ຜ່ານເວັບໄຊ, ຊຶ່ງເປັນລະບົບອອນລາຍ ທີ່ບັນດາວິສາຫະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ ຈະໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ເຊິ່ງລະບົບມີທັງໝົດ 07 ໂມດູດ ໃນການເຮັດວຽກ ດັ່ງນີ້: ການຈັດການຂໍ້ມູນຂອງວິສາຫະກິດລັດລົງທຶນ; ການກໍານົດແຜນການມອບພັນທະໃຫ້ລັດ; ການຈັດການບັນດານິຕິກໍາ ແລະ ກົດໝາຍ; ການຕິດຕາມທາງດ້ານການເງິນ ແລະ ການດໍາເນີນການເຄື່ອນໄຫວທຸລະກິດ; ການວິເຄາະທາງດ້ານການເງິນ ແລະ ການປະຕິບັດງານຂອງຄະນະສະພາບໍລິຫານ, ຄະນະອໍານວຍການ ແລະ ການດໍາເນີນທຸລະກິດຂອງບັນດາວິສາຫະກິດລັດລົງທຶນ; ການຕິດຕໍ່ສື່ສານ ແລະ ສົນທະນາ ພາຍໃນລະບົບ ແລະ ການເປີດເຜີຍຂໍ້ມູນຂ່າວສານສູ່ສາທາລະນະ.ລະບົບດັ່ງກ່າວ ຈະເຂົ້າມາຊ່ວຍເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງ, ກວດກາ ແລະ ປະເມີນຜົນດ້ານການເງິນ, ປະສິດທິຜົນການດໍາເນີນງານຂອງສະພາບໍລິຫານ, ຄະນະອໍານວຍການຂອງບັນດາວິສາຫະກິດລັດລົງທຶນໃນຂອບເຂດທົ່ວປະເທດ. ພ້ອມທັງຊ່ວຍໃນການປະສານສົມທົບ, ດັດສົມ-ອັດຊ່ອງຫວ່າງ ແລະ ແກ້ໄຂບັນຫາຕ່າງໆ ເປັນຕົ້ນ: ການຄຸ້ມຄອງຖານຂໍ້ມູນ: ແຕ່ລະຫົວໜ່ວຍຈະມີ ID ຂອງຕົນສະເພາະ ເພື່ອປ້ອນຂໍ້ມູນທັງໝົດເຂົ້າລະບົບ ເຊິ່ງຈະເຮັດໃຫ້ການຄຸ້ມຄອງຂໍ້ມູນເປັນລະບົບ ແລະ ມີຄວາມຊັດເຈນ ຖືກຕ້ອງ-ຄົບຖ້ວນ, ຂໍ້ມູນຈະແຍກລາຍລະອຽດປີກຍ່ອຍທັງໝົດ. ການປະເມີນຜົນການດໍາເນີນທຸລະກິດ, ປະເມີນຜົນຄະນະສະພາບໍລິຫານ ແລະ ຄະນະອໍານວຍການວິສາຫະກິດລັດລົງທຶນ: ລະບົບຈະຂຽນສູດສະເພາະ ເພື່ອປະເມີນຂໍ້ມູນທີ່ແຕ່ລະຫົວໜ່ວຍໄດ້ປ້ອນເຂົ້າ; ການເຜີຍແຜ່ຂໍ້ມູນ: ຈະມີເວັບໄຊ ເພື່ອເປີດເຜີຍໃຫ້ສັງຄົມໄດ້ຮັບຊາບຂໍ້ມູນພື້ນຖານຂອງບັນດາວິສາຫະກິດລັດລົງທຶນທັງໝົດ ສ້າງຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນຫຼາຍຂຶ້ນ; ພ້ອມທັງ ເຜີຍແຜ່ນິຕິກໍາຄຸ້ມຄອງວິສາຫະກິດລັດລົງທຶນ ທັງໝົດ; ເປັນຊ່ອງທາງໃນການນໍາສົ່ງເອກະສານ ລະຫວ່າງ ກະຊວງການເງິນ ແລະ ບັນດາວິສາຫະກິດລັດລົງທຶນ, ເພື່ອຊ່ວຍຫຼຸດຂັ້ນຕອນ, ເປັນການປະຢັດເວລາ ແລະ ງົບປະມານ.