ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງພາສີ ປະຈຳແຂວງອຸດົມໄຊ ປະຈໍາປີ 2024 ທີ່ຜ່ານມາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທີ່ທ້າທ້າຍໂດຍສະເພາະວຽກງານການຈັດເກັບລາຍຮັບຢູ່ແຂວງອຸດົມໄຊ, ເນື່ອງຈາກລາຍຮັບສ່ວນໃຫຍ່ຂອງພາສີປະຈໍາແຂວງເປັນລາຍຮັບແບບບັງເອີນ. ຕາມການໃຫ້ສຳພາດຂອງທ່ານ ພຸດທະສັກ ດວງພູມີ ຮອງຫົວໜ້າພາສີ ປະຈຳແຂວງອຸດົມໄຊ ຮູ້ວ່າ: ແຂວງອຸດົມໄຊ, ເປັນຈຸດໃຈກາງທາງຜ່ານ 4 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະ ແຂວງຫຼວງພະບາງ, ໃນການສັນຈອນໄປມາ ແລະ ການເຄື່ອນຍ້າຍສິນຄ້າຕ່າງໆ; ສໍາລັບວຽກງານພາສີ ປະຈໍາແຂວງປະກອບມີ: ຂະແໜງສັງລວມ ແລະ ແກ້ໄຂຄະດີ; ຫ້ອງການພາສີ ປະຈຳລະບົບສາງສະຖານີລົດໄຟ ແລະ ດ່ານພາສີທ້ອງຖິ່ນພູຫຼັກຄຳ; ຕາມພາລະບົດບາດ, ສິດໜ້າທີ່,ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກົມພາສີໂດຍກົງທາງດ້ານວິຊາສະເພາະມີໜ້າທີ່ຈັດຕັ້ງປະຕິບັດຜັນຂະຫຍາຍລະບຽບກົດໝາຍ, ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ບັນດາຂະ ແໜງການຕ່າງໆ...ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ;ສ່ວນວຽກພັກແມ່ນຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ. ສ່ວນວຽກງານການຈັດເກັບລາຍຮັບປີ 2024 ຕົວເລກຕາມແຜນການຂອງກົມພາສີ ກະຊວງການເງິນມອບໃຫ້ພາສີແຂວງອຸດົມໄຊຈຳນວນ 45.4 ຕື້ກີບ. ໃນນັ້ນ, ຫ້ອງການພາສີປະຈໍາແຂວງ ຈໍານວນ 33.4 ຕື້ກີບ; ດ່ານພາສີທ້ອງຖິ່ນພູຫຼັກຄຳ ຈໍານວນ 12 ຕື້ກີບ; ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບຕົວຈິງນັບແຕ່ວັນທີ 01 ມັງກອນເຖິງວັນທີ 31 ທັນວາ 2024 ທົ່ວແຂວງສາມາດຈັດເກັບໄດ້ທັງໝົດ 20.38 ຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ 44.91% ສົມທຽບໄລຍະດຽວກັນຫຼຸດລົງ 55.09% ເທົ່າກັບ 38.6 ຕື້ກີບ. ສາເຫດທີ່ພາໃຫ້ລາຍຮັບບໍ່ໄດ້ຕາມແຜນການເຊິ່ງລາຍຮັບ ທີ່ກົມພາສີມອບໃຫ້ພາສີ ປະຈຳແຂວງອຸດົມໄຊ ເປັນຕົວເລກທີ່ສູງພໍສົມຄວນ; ເຊິ່ງລາຍຮັບຂອງພາສີສ່ວນໃຫຍ່ເປັນລາຍຮັບແບບບັງເອີນເທົ່ານັ້ນບວກກັບເກັບລາຍຮັບຄ່າພາສີຂາອອກແຮ່ທາດຕ່າງໆ...ຕາມລັດຖະບັນຍັດປະທານປະເທດ ສະບັບເລກທີ 001/ປປທ, ມີບາງບໍລິສັດຍັງຈັດເກັບບໍ່ໄດ້ ແລະ ລາຍຮັບຈາກການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງມີທ່າອ່ຽງຫຼຸດລົງ.ສໍາລັບວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ທົ່ວແຂວງມີຄະດີເກີດຂຶ້ນໃນປີ 2024 ຈໍານວນ 234 ຄະດີ ແລະ ສາມາດສະສາງໄດ້ 223 ຄະດີ, ຍັງຄ້າງ 11 ຄະດີ, ປັບໃໝເອົາລາຍຮັບເຂົ້າງົບປະມານທັງ ໝົດຈຳນວນ 7 ຕື້ກວ່າກີບ. ທ່ານ ພຸດທະສັກ ດວງພູມີ ກ່າວຕື່ມວ່າ: ສຳລັບທິດທາງແຜນການ ແລະ ວຽກງານຈຸດສຸມປີ 2025 ພາສີ ປະຈຳແຂວງອຸດົມໄຊ, ໄດ້ຮັບຕົວເລກແຜນການທີ່ກົມພາສີ ກະຊວງການເງິນມອບໃຫ້ຈໍານວນ 25.1 ຕື້ກີບ. ດັ່ງນັ້ນ, ພາສີ ປະຈໍແຂວງຕ້ອງໄດ້ເພີ່ມທະວີຕິດຕາມ, ກວດກາລາດຕະເວນ, ສະກັດກັ້ນ ແລະ ປາບປາມສິນຄ້າລັກລອບຫຼົບຫຼີກພາສີພາຍໃນດ່ານ ແລະ ນອກດ່ານຕາມຂອບເຂດຄວາມຮັບຜິດຊອບໂດຍສະເພາະແມ່ນພາຫະນະ, ສິນຄ້າລັດຄຸ້ມຄອງ ແລະ ອື່ນໆ; ຕິດຕາມ, ກວດກາ, ຄຸ້ມຄອງການເຄື່ອນຍ້າຍສິນຄ້າພາຍໃນໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ; ຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ ແລະ ການຜ່ານແດນ ຫ້ອງການພາສີປະຈໍາລະບົບສາງສະຖານີລົດໄຟເມືອງໄຊ; ຕິດຕາມ, ກວດກາພາຫະນະເຂົ້າມາທ່ອງທ່ຽວຢ້ຽມຍາມ ແລະ ຂົນສົ່ງຮູບແບບ ບ53; ຄຸ້ມຄອງການສົ່ງແຮ່ທາດຕ່າງໆໃຫ້ປະຕິບັດພັນທະພາສີຂາອອກຕາມລັດຖະບັນຍັດປະທານປະເທດ ສະບັບເລກທີ 001/ປປທ;ເອົາໃຈໃສ່ກວດກາຂໍ້ມູນຕ່າງໆໃຫ້ລະອຽດຂອງບັນດາໂຄງການລົງທຶນພາຍໃນ ແລະ ຕ່າງປະເທດທີ່ໄດ້ຮັບນະໂຍບາຍຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນຄ່າພາສີ-ອາກອນ ເພື່ອໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ສືບຕໍ່ການແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ ແລະ ອື່ນໆ.
