ອີງຕາມການໃຫ້ສຳພາດຂອງທ່ານ ແສງຄໍາ ສຸວັນລາສີ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຈັດເກັບລາຍຮັບສ່ວຍສາອາກອນ ປະຈຳປີ 2024 ແລະ ທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດ, ຄາດໝາຍສູ້ຊົນຈັດເກັບລາຍຮັບປີ 2025; ສ່ວຍສາອາກອນ ປະຈໍາແຂວງຫຼວງນໍ້າທາ ແມ່ນກົງຈັກການຈັດຕັ້ງໜຶ່ງທີ່ຂຶ້ນກັບກົມສ່ວຍສາອາກອນ, ເປັນເສນາທິການໃຫ້ກົມສ່ວຍສາອາກອນ ແລະ ປະສານສົມທົບກັບອົງການປົກຄອງແຂວງກ່ຽວກັບວຽກງານຄຸ້ມຄອງສ່ວຍສາອາກອນ, ໂດຍປະຕິບັດໜ້າທີ່ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່. ປັດຈຸບັນສ່ວຍສາອາກອນ ປະຈໍາແຂວງປະກອບມີ 4 ຂະແໜງ ແລະ 1 ເຂດເສດຖະກິດສະເພາະບໍ່ເຕ່ນແດນງາມ; ມີສ່ວຍສາອາກອນປະຈໍາ 5 ເມືອງ, ມີພະນັກງານ-ລັດຖະກອນທັງໝົດ 66 ທ່ານ ຍິງ 18 ທ່ານ. ໃນນີ້, ສັງກັດຢູ່ແຂວງ 39 ທ່ານ ຍິງ 11 ທ່ານ, ສັງກັດຢູ່ 5 ເມືອງ 27 ທ່ານ ຍິງ 7ທ່ານ. ໃນປີ 2024 ທົ່ວແຂວງມີຫົວ ໜ່ວຍວິສາຫະກິດທັງໝົດ 4,402 ຫົວໜ່ວຍ. ໃນນີ້, ຂັ້ນແຂວງຄຸ້ມຄອງ 650 ຫົວໜ່ວຍ, ເຂດເສດຖະກິດສະເພາະບໍ່ເຕັ່ນແດນງາມ 707 ຫົວໜ່ວຍ, ຂັ້ນເມືອງຄຸ້ມຄອງ (5 ເມືອງ) 3,045 ຫົວໜ່ວຍ. ໃນນີ້, ຫົວໜ່ວຍທີ່ມີລາຍຮັບຕໍ່ປີແຕ່ 50 ລ້ານກີບລົງມາມີ 176 ຫົວໜ່ວຍ. ສະເພາະແຜນການຈັດເກັບລາຍຮັບປີ 2024 ທັງໝົດ 168.99 ຕື້ກີບ, ແຜນດັດແກ້ 175.53 ຕື້ກີບ, ປະຕິບັດຕົວຈິງໄດ້ທັງໝົດ 238.98 ຕື້ກີບເທົ່າກັບ 141.41% ຂອງແຜນການປີເທົ່າກັບ 136.14% ຂອງແຜນດັດແກ້ (ເປັນເງິນເກີນແຜນ 63.45 ຕື້ກີບ). ໃນນີ້, ລາຍຮັບສ່ວຍສາອາກອນປະຕິບັດໄດ້ປະຕິບັດໄດ້ 191.37 ຕື້ກີບເທົ່າກັບ 131.97% ຂອງແຜນການປີ ຫຼື ເທົ່າກັບ 126,28% ຂອງແຜນການດັດແກ້ (ເປັນເງິນເກີນແຜນ 39.83ຕື້ກີບ); ລາຍຮັບຊັບສິນປະຕິບັດໄດ້ 47,60 ຕື້ກີບເທົ່າກັບ 198,41% ຂອງແຜນການປີ(ເກີນແຜນເປັນເງິນ 23,61ຕື້ກີບ). ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບເກີນແຜນການປີຍ້ອນໄດ້ຮັບການນໍາພາ-ຊີ້ນໍາ ຢ່າງໃກ້ສິດຈາກຄະ ນະພັກ-ຄະນະນໍາກະຊວງການເງິນ ກໍ່ຄືກົມສ່ວຍສາອາກອນ, ໄດ້ຮັບການໃກ້ສິດຈາກຄະນະພັກ, ຄະນະນໍາແຂວງຫຼວງນໍ້າທາ ແລະ ໄດ້ມີບັນດາກົດໝາຍ, ລະບຽບການຕ່າງໆເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມດຽວກັນນີ້ການເອົາໃຈໃສ່ການເຜີຍແຜ່, ແນະນໍາການແຈ້ງ-ມອບອາກອນດ້ວຍຕົນເອງຜ່ານລະບົບທັນສະໄໝ(taxris) ໃຫ້ແກ່ບັນດາວິສາຫະກິດ, ຜູ້ປະກອບການໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວແຈ້ງມອບອາກອນດ້ວຍຕົນເອງນັບມື້ ຫຼາຍຂຶ້ນ ແລະ ບັນດາລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກການປະຕິບັດພັນທະຂອງບັນດາໂຄງການລົງທຶນຂອງລັດ,ຂອງເອກະຊົນເປັນຕົ້ນ: ໂຄງການຂຸດຄົ້ນບໍ່ຖ່ານຫີນເມືອງວຽງພູຄາ, ການສົ່ງອອກພືດກະສິກຳ, ນໍ້າຢາງພາລາໄປຕ່າງ ປະເທດ ແລະ ໄດ້ຈາກການແບ່ງພູດລາຍຮັບທີ່ເປັນລາຍຮັບສູນກາງໃນເມື່ອກ່ອນມາໃຫ້ແຂວງເຊັ່ນ: ອາກອນມູນຄ່ເພີ່ມຂອງບັນດາສາຂາວິສາຫະກິດ ໂທລະຄົມ ແລະ ຄ່າສໍາປະທານຈຳນວນໜຶ່ງ. ທ່ານ ແສງຄໍາ ສຸວັນລາສີ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫຼວງນໍ້າທາ ກ່າວຕື່ມວ່າ: ທິດທາງແຜນການ,ມາດຕະການ ແລະ ວຽກຈຸດສຸມໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຈັດເກັບລາຍຮັບໃນປີ 2025 ຈະສູ້ຊົນຈັດຕັ້ງປະຕິບັດເກັບລາຍຮັບໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການຕົວເລກຈັດເກັບລາຍຮັບປີ 2025 ທັງໝົດ 246 ຕື້ກີບ.ໃນນີ້, ລາຍຮັບສ່ວຍສາອາກອນ 185 ຕື້ກີບ, ລາຍຮັບຊັບສິນ 61 ຕື້ກີບ;ປະສານສົມທົບກັບຂະແໜງອຸດສາຫະກໍາການຄ້າ ເພື່ອສົມທຽບຂໍ້ມູນຫົວໜ່ວຍທຸລະກິດລະຫວ່າງລະບົບ taxris ກັບລະບົບ ERC; ກວດກາຄືນຫົວໜ່ວຍທີ່ມີລາຍຮັບທຸລະກິດ ຕໍ່າກວ່າ 50 ລ້ານກີບໃຫ້ມີຄວາມຊັດເຊນ ແລະ ປ້ອນຂໍ້ມູນເຂົ້າໃນລະບົບ taxris ໃຫ້ສໍາເລັດ; ໂຄສະນາເຜີຍແຜ່ແນະນໍາໃຫ້ຫົວໜ່ວຍທຸລະກິດໃຫ້ມີຄວາມເຂົ້າໃຈຕໍ່ກັບຄວາມຮັບຜິດຊອບໃຫ້ມີການແຈ້ງ-ການມອບດ້ວຍຕົນເອງໃຫ້ໄດ້ 50% ຂຶ້ນໄປ; ກວດກາບັນດາຫົວໜ່ວຍທີ່ບໍ່ແຈ້ງ,ແຈ້ງຕໍ່າ ຫຼື ແຈ້ງສູນ; ເລັ່ງທວງບັນດາໜີ້ຄ້າງມອບໜີ້ຕາມການອອກໃບແຈ້ງ ແລະ ໜີ້ຈາການໄລ່ລຽງ;ສຸມໃສ່ການປ້ອນຂໍ້ມູນຕອນດິນເຂົ້າໃນລະບົບໃຫ້ ລໍາເລັດໃນປີ 2025; ສຸມໃສ່ການເກັບຄ່າທໍານຽມທາງ, ອາກອນທີ່ດິນ; ຊຸກຍູ້ບັນດາຂະແໜງການທີ່ຈັດເກັບລາຍຮັບຄ່າທໍານຽມຄ່າບໍລິ ການໃຫ້ມອບເຂົ້າງົບປະມານ; ເອົາໃຈໃສຂະຫຍາຍຖານອາກອນມູນຄ່າເພີ່ມເປັນຕົ້ນ: ກຸ່ມໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານຂາຍຄໍາ ແລະ ວັດຖຸມີຄ່າ, ມິນິມາກ, ຮ້ານຂາຍລົດ, ຮ້ານຂາຍເຄື່ອງກໍ່ສ້າງ ແລະ ອື່ນໆ. ໃນຕອນທ້າຍທ່ານ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງຫຼວງນໍ້າທາໄດ້ຮຽກຮ້ອງມາຍັງບັນດາຫົວໜ່ວຍວິສາຫະກິດ,ຜູ້ປະກອບການສືບຕໍ່ໃຫ້ຄວາມຮ່ວມມືໃນການແຈ້ງມອບອາກອນດ້ວຍຕົນເອງ ຜ່ານລະບົບທັນສະໄໝ ແລະ ຊຳລະຜ່ານລະບົບທະນາຄານ, ຄັງເງິນໃຫ້ຖືກຕ້ອງ, ຄົບຖ້ວນ, ທັນຕາມກຳນົດເວລາ.
