ການຈັດຕັ້ງປະຕິບັດວຽກງານຂະແໜງຄຸ້ມຄອງຊັບສິນແຫ່ງລັດຢູ່ແຂວງຫຼວງນໍ້າທາປີ 2024 ຜ່ານມາມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້, ໂດຍສະເພາະການຈັດຕັ້ງປະຕິບັດລາຍຮັບໝົດປີສາມາດປະຕິບັດໄດ້ທັງໝົດ 47.60 ຕື້ກີບ ຫຼື ເທົ່າກັບ 198.41% ຂອງແຜນການປີ, ເປັນເງິນເກີນແຜນ 23.61 ຕື້ກີບ. ທ່ານ ນ້ອຍ ລໍຫວັນເງີ ຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ ໃຫ້ສໍາພາດກັບຂ່າວການເງິນວ່າງບໍ່ດົນນີ້ວ່າ: ການຈັດຕັ້ງປະຕິບັດວຽກງານຂະແໜງຄຸ້ມຄອງຊັບສິນແຫ່ງລັດ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງຂະແໜງຄຸ້ມຄອງຊັບສິນແຫ່ງລັດຢູ່ແຂວງຫຼວງນໍ້າທາ, ປັດຈຸບັນຂະແໜງຄຸ້ມຄອງຊັບສິນແຫ່ງລັດ, ມີ ພະນັກງານ-ລັດຖະກອນທັງໜົດ 35 ທ່ານ, ຍິງ 10 ທ່ານ.ໃນນີ້, ປະຈໍາຢູ່ຂັ້ນແຂວງ 11 ທ່ານ, ຍິງ 05 ທ່ານ, ຂັ້ນເມືອງ 24 ທ່ານ, ຍິງ 05 ທ່ານ; ມີຖານລາຍຮັບຈາກຄ່າເຊົ່າທີ່ດິນລັດທັງໜົດ 246 ພື້ນຖານ, ຂັ້ນແຂວງຄຸ້ມຄອງ 19 ພື້ນຖານ, ເມືອງຄຸ້ມຄອງ 227 ພື້ນຖານ; ຖານລາຍຮັບຈາກຄ່າສໍາປະທານທີ່ດິນລັດທັງໝົດ 57 ພື້ນຖານ, ແຂວງຄຸ້ມຄອງ 38 ພື້ນຖານ, ເມືອງຄຸ້ມຄອງ 19 ພື້ນຖານ. ສໍາລັບການຈັດຕັງປະຕິບັດລາຍຮັບຄຸ້ມຄອງຊັບສິນຂອງລັດຕາມແຜນການປີ 2024 ທັງໝົດ 23.99 ຕື້ກີບ,ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ທັງໝົດ 47.60 ຕື້ກີບເທົ່າກັບ 198.41% ຂອງແຜນການປີ, ເປັນເງິນເກີນແຜນ 23.61 ຕື້ກີບ. ນອກນີ້, ຍັງວຽກທີ່ພົ້ນເດັ່ນເປັນຕົ້ນ: ສໍາເລັດການເຜີຍແຜ່ດໍາລັດ ສະບັບເລກທີ 599/ລບ, ຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ເລກທີ 169/ນຍ ແລະ ນິຕິກໍາທີ່ກ່ຽວຂ້ອງຢູ່ຂັ້ນແຂວງ ແລະ ບັນດາເມືອງ,ສໍາເລັດການຕິດແຜ່ນກາໝາຍນຳໃຊ້ QR code, ສະສາງລົດຂອງພະນັກງານບໍານານ, ມອບເຂົ້າເປັນລາຍຮັບຊັບສິນຂອງລັດ, ການຈົດທະບຽນເອກະສານສົ່ງອອກ-ນໍາເຂົ້າສິນຄ້າເຄື່ອງຂອງຢູ່ສາງຄ່ຽນຖ່າຍສິນຄ້າ LS ແລະ ສາງຄ່ຽນຖ່າຍສິນຄ້າ LICD ແລະ ອື່ນໆ. ທັງນີ້, ກໍ່ຍ້ອນຄະນະນໍາພະແນກການເງິນແຂວງໃຫ້ການຊີ້ນໍາຢ່າງໃກ້ຊິດຕິດແທດ, ມີບັນດາກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໄປຄຽງຄູ່ກັບການເອົາໃຈໃສ່ໃນການຈັດເກັບລາຍຮັບນັບແຕ່ຂັ້ນແຂວງຮອດຂັ້ນເມືອງ ແລະ ມີແບບແຜນວິທີເຮັດວຽກ, ມີການຕິດຕາມ, ກວດກາ, ສະຫຼຸບລາຍງານ, ຖອດຖອນບົດຮຽນຢ່າງເປັນປົກກະຕິ.
ທ່ານ ຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ ກ່າວຕື່ມວ່າ: ສໍາລັບທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດ ປະຈໍາປີ 2025 ຈະສຸມໃສ່ການຈັດຕັ້ງປະຕິບັດຄຸ້ມຄອງ,ຕິດຕາມການເກັບລາຍຮັບຕາມແຜນການ ຈໍານວນ 61 ຕື້ກີບ, ປ້ອນຂໍ້ມູນເຂົ້າໃນລະບົບຂໍ້ມູນຊັບສິນຂອງລັດ (AMIS), ຄຸ້ມຄອງ, ຕິດຕາມ, ກວດກາການນໍາໃຊ້ຊັບສິນຂອງລັດເປັນຕົ້ນແມ່ນ: ການລະເມີດກົດໝາຍ, ການລັກລອບ, ການເຄື່ອນຍ້າຍ, ການນໍາໃຊ້ຊັບສິນຂອງລັດໂດຍບໍ່ໄດ້ຮັບອະນຸຍາດ, ການກວດກາການປະຕິບັດພັນທະຄ່າຊັບພະຍາກອນ ແລະ ອື່ນໆ;ສືບຕໍ່ການສະສາງລົດຂອງລັດໃຫ້ພະນັກງານບໍານານ ແລະ ພະນັກງານປະຈໍາການ; ເກັບກໍາຂໍ້ມູນຊັບສິນທີ່ສານຕັດສິນຮິບເປັນຂອງລັດເປັນຕົ້ນ: ພາຫະນະ, ທີ່ດິນ, ປະເພດວັດຖຸມີຄ່າ ແລະ ຊັບສິນອື່ນໆ ແລະ ຈັດຕັ້ງປະຕິບັດມາດຕະການຈໍານວນໜຶ່ງເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໝົດປີໃຫ້ໄດ້ຕາມແຜນການ ຫຼື ລື່ນແຜນການປີ.
_1746003839.jpeg)