• ຂ່າວທ້ອງຖິ່ນ
  • |
  • 2025-04-29
  • |
  • ວຽກວິຊາສະເພາະ

 

        ດ່ານພາສີສາກົນບໍ່ເຕັນ ຂຶ້ນກັບພາສີ ປະຈຳແຂວງຫຼວງນ້ຳທາ, ກົມພາສີ ກະຊວງການເງິນ; ສ່ວນວຽກງານພັກ-ພະນັກງານຂຶ້ນກັບອຳນາດການປົກຄອງທ້ອງຖິ່ນ, ເຊິ່ງເຮັດໜ້າທີ່ຈັດຕັ້ງປະຕິບັດຈັດເກັບລາຍຮັບພາສີ ແລະ ພັນ ທະອື່ນໆ...ເຂົ້າງົບປະມານແຫ່ງລັດຕາມລະບຽບກົດໝາຍໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ,ໂປ່ງໃສ ແລະ ທັນຕາມກຳນົດເວລາ.

        ຕາມການໃຫ້ສຳພາດຂອງທ່ານ ປານມະໄລ ຫຼວງສຸວັນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ໂຄງປະ ກອບການຈັດຕັ້ງຂອງດ່ານປະກອບມີ 4 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ; ກຸ່ມວຽກຄຸ້ມຄອງສາງ ແລະ ກວດກາສິນຄ້າ; ກຸ່ມວຽກພາຫານະ ແລະ ຜູ້ໂດຍສານ; ກຸ່ມວຽກປະຈຳສະຖານີລົດໄຟ; ມີພະນັກງານເຈົ້າໜ້າທີ່ພາສີທັງໝົດ 69 ທ່ານ; ໃນການຈັດຕັ້ງປະຕິບັດວຽກງານພາສີຢູ່ດ່ານສາກົນບໍ່ເຕັນປີ 2024 ຜ່ານມາເຫັນໄດ້ວ່າມີຜົນ ສຳເລັດຫຼາຍຢ່າງ.

        ສຳລັບການຈັດຕັ້ງປະຕິບັດວິຊາສະເພາະດ້ວຍຄວມຮັບຜິດຊອບສູງຕາມທີ່ໄດ້ຮັບການມອບໝາຍ, ໃຫ້ການບໍລິການດ້ວຍການອຳນວຍຄວາມສະດວກບົນຫຼັກການກຳນົດ ໂດຍມີການປັບປຸງແກ້ໄຂຂອດຂັ້ນການບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນໄດ້ດ້ານລະບຽບ​ກົດ​ໝາຍໃນການ​ສົ່ງ​ອອກ-ນຳ​ເຂົ້າ​ສິນ​ຄ້າ, ຢ່າງເປັນປົກກະຕິ.ພ້ອມດຽວກັນນີ້, ໄດ້ຫັນພາສີເປັນທັນສະໄໝໂດຍນໍາໃຊ້ລະບົບຈັດເກັບພາສີທີ່ທັນສະໄໝຫຼາຍຢ່າງເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເປັນຕົ້ນ: ລະບົບແຈ້ງພາສີປະຕູດຽວແຫ່ງຊາດ NSWA+; ໂມດູນຄຸ້ມຄອງສາງພາສີທັນສະໄໝ (CWTS); ລະບົບສາຍແສງ SCANNER; ລະບົບຊິງຊັ່ງທັນສະໄໝ; ລະບົບຄຸ້ມຄອງພາຫະນະ ບ53; ລະບົບຕິດຕາມການນຳເຂົ້າໃນຮູບແບບສົ່ງເສີມການລົງທຶນ (Masterlist); ລະບົບຊໍາລະສະສາງຄ່າພາສີ-ອາກອນ ແລະ ພັນທະອື່ນໆເຊັ່ນ: ສະມາດແທັກ (Smart tax); ຟາດແທັກ (Fast tax); ລະບົບ Easy Pass ເປັນລະບົບທີ່ທັນສະໄໝໃນການຈັດເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ເຊິ່ງເປັນເຄື່ອງມືທີ່ທັນສະໄໝຊ່ວຍໃຫ້ການປະຕິບັດວຽກງານມີຄວາມສະດວກວ່ອງໄວ, ສາມາດຕິດຕາມ, ກວດກາໄດ້ ແລະ ເຮັດໃຫ້ການຈັດເກັບລາຍຮັບມີທ່າດີຂຶ້ນເປັນກ້າວໆ...ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງ, ຄົບຖ້ວນ ແລະ ຊັດເຈນຂຶ້ນ.

        ສ່ວນຕົວເລກລາຍຮັບປີ 2024 ໄດ້ຮັບຕົວເລກແຜນການເກັບລາຍຮັບທັງໝົດ 1,383 ຕື້ກວ່າກີບ,ແຕ່ຜ່ານການຈັດເກັບລາຍຮັບສາມາດປະຕິບັດໄດ້ທັງໝົດ 2,483 ຕື້ກວ່າກີບ ຫຼື ເທົ່າກັບ  179.52% ຂອງແຜນການປີ, ຖ້າສົບທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າເພີ່ມຂຶ້ນ 1,239 ຕື້ກວ່າກີບ ຫຼື ເທົ່າກັບ 99.67%. ໃນນັ້ນ, ແມ່ນລາຍຮັບຈາກທາງລົດໄຟກວມເອົາ 31.17% ຂອງລາຍຮັບທັງໝົດຂອງດ່ານ ຫຼື ເທົ່າກັບ 774 ຕື້ກວ່າກີບ. ນອກນີ້, ໄດ້ຈາກສິນຄ້າບາງຊະນິດເຊັ່ນ: ສິນຄ້າປະເພດພາຫານະເປັນຄັນ, ສິນຄ້າອຸປະໂພກ-ບໍລິໂພກ, ເຄື່ອງວັດສະດຸກໍ່ສ້າງ, ສິນຄ້າປະເພດແຮ່ທາດສົ່ງອອກ, ນ້ຳມັນເຊື້ອໄຟ ແລະ ອື່ນໆ.

        ທ່ານ ປານມະໄລ ຫຼວງສຸວັນ ກ່າວຕື່ມອີກວ່າ: ຕົວເລກລາຍຮັບປີ 2025 ດ່ານພາສີສາກົນບໍ່ເຕັນໄດ້ຮັບຕົວເລກແຜນການທັງໝົດ 2,712 ຕື້ກີບເຫັນວ່າເພີ່ມຂຶ້ນຖ້າທຽບໃສ່ປີຜ່ານມາ 96.02% ຫຼື ເທົ່າກັບ 1,328 ຕື້ກວ່າກີບ. ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າໃນງົບປະມານແຕ່ຕົ້ນປີ 2025 ຫາ ວັນທີ 12 ມີນາ 2025, ສາມາດປະຕິບັດໄດ້ 544 ຕື້ກວ່າກີບເທົ່າກັບ 80.34% ຂອງແຜນການງວດ ແລະ ເທົ່າກັບ 20.09% ຂອງແຜນການປີ.ສະນັ້ນ,ເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸໄດ້ຕາມລະດັບຄາດໝາຍ, ຄະນະດ່ານໄດ້ມີວິທີການ, ມາດຕະການລວມທັງທິດທາງແຜນການໃນຕໍ່ໜ້າໃນການຈັດເກັບລາຍຮັບເຂົ້າງົບປະມານເຊັ່ນ: ຕິດຕາມ, ກວດກາ, ເຂັ້ມງວດການປະຕິບັດໜ້າທີ່ວຽກງານແຕ່ລະກຸ່ມວຽກໃຫ້ມີຄວາມຮັບຜິດຊອບສູງ, ສອດຄ່ອງຕາມລະບຽບກົດໝາຍ; ຂຸດຄົ້ນແຫຼ່ງລາຍຮັບໃຫ້ໄດ້ຕາມແຜນການ, ກໍາຂັ້ນຕອນການແຈ້ງຖານຂໍ້ມູນລາຄາແຈ້ງພາສີໃຫ້ລະອຽດ, ຊັດເຈນ, ຄຸ້ມຄອງຕິດຕາມການນຳເຂົ້າສິນຄ້າເຄື່ອງຂອງ; ເອົາໃຈໃສ່ໂຄສະນາເຜີຍແຜ່ແນະນຳທາງລະບຽບກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງກ່ຽວຂ້ອງທີ່ສົ່ງອອກ-ນຳເຂົ້າຜ່ານແດນ; ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ