• ຂ່າວທ້ອງຖິ່ນ
  • |
  • 2025-04-28
  • |
  • ວຽກວິຊາສະເພາະ

        ໃນຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2025 ພາສີ ປະຈໍາແຂວງຫຼວງນໍ້າທາ, ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 2,737 ຕື້ກີບ. ດັ່ງນັ້ນ, ຄະນະພາສີ ປະຈຳແຂວງໄດ້ວາງຄາດໝາຍສູ້ຊົນ, ພ້ອມທັງລົງເລິກຢ່າງໃກ້ຊິດຕິດແທດກັບບັນດາດ່ານພາສີຊາຍແດນ, ຂະແໜງຕ່າງໆ...ເພື່ອຈັດເກັບລາຍຮັບໃຫ້ໄດ້ຕາມແຜນການປີທີ່ຂັ້ນເທີ່ງມອບໝາຍ.

        ທ່ານ ດາວ ກາລິຄໍາ ຮອງຫົວໜ້າພາສີ ປະຈໍາແຂວງຫຼວງນໍ້າທາ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ພາສີປະຈໍາແຂວງຫຼວງນໍ້າທາ; ປະກອບມີ 2 ຂະແໜງຄື: ຂະແໜງສັງລວມ ແລະ ແກ້ໄຂຄະດີ; ຂະແໜງກວດການເຄື່ອນທີ່ສືບສວນ-ສອບສວນ ແລະ ຕ້ານການຄ້າຂາຍເຖື່ອນ; ມີດ່ານພາສີສາກົນບໍ່ເຕັນ, ດ່ານພາສີທ້ອງຖິ່ນຊຽງກົກ, ດ່ານພາສີທ້ອງຖິ່ນປາງໄຮ, ດ່ານພາສີປະເພນີບ້ານມອມຂຶ້ນກັບ; ເຊິ່ງເປັນເສນາທິການໃຫ້ແກ່ກະຊວງການເງິນກໍ່ຄືກົມພາສີ,​ ອົງການປົກຄອງທ້ອງຖິ່ນ, ເຮັດໜ້າທີ່ໃນການຄຸ້ມຄອງວຽກງານພາສີ, ອໍານວຍຄວາມສະດວກໃນເຄື່ອນຍ້າຍການນໍາເຂົ້າ-ສົ່ງອອກສິນຄ້າເຄື່ອງຂອງ ແລະ ການຜ່ານແດນ, ຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການ, ພ້ອມກັນນັ້ນເຮັດໜ້າທີ່ໃນການປະ ສານສົມທົບກັບບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອຮັບປະກັນທາງດ້ານກົດໝາຍ, ລະບຽບການທີ່ກຳນົດ.

       ໃນປີ 2024 ຜ່ານມາພາສີ ປະຈໍາແຂວງຫຼວງນໍ້າທາໄດ້ຮັບຕົວເລກແຜນການ 1,428 ຕື້ກີບ; ແຕ່ຜ່ານການຈັດເກັບລາຍຮັບໝົດປີສາມາດປະຕິບັດໄດ້ທັງໝົດ 2,516 ຕື້ກີບເທົ່າກັບ 176.23% ຂອງແຜນການປີ, ລື່ນແຜນການປີ 76.23%,ຖ້າສົມທຽບໄລຍະດຽວກັນປີຜ່ານມາເຫັນວ່າຈັດເກັບເພີ່ມຂຶ້ນ 95.74%, ເຊິ່ງລາຍຮັບຕົ້ນຕໍແມ່ນໄດ້ມາຈາກການນໍາເຂົ້າປະເພດພາຫະນະເປັນຄັນ, ການນຳເຂົ້າສີ້ນສ່ວນອາໄຫຼ່, ການນໍາເຂົ້າວັດຖຸເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະ ໂພກ-ບໍລິໂພກ, ຄ່າທໍານຽມຕ່າງໆ ແລະ ໄດ້ມາຈາກສິນຄ້າຂາອອກປະເພດແຮ່ທາດສົ່ງອອກໄປ ສປ ຈີນ.

        ຢ່າງໃດກໍຕາມໃນຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2025 ຄະນະພາສີ ປະຈໍາແຂວງໄດ້ວາງຄາດໝາຍສູ້ຊົນ, ເພື່ອຈັດເກັບລາຍຮັບໃຫ້ໄດ້ຕາມແຜນການປີຕາມທີ່ຂັ້ນເທີ່ງມອບໝາຍຈໍານວນ 2,737 ຕື້ກີບ. ພ້ອມທັງຊີ້ ນໍາຢ່າງໃກ້ຊິດຕິດແທດກັບບັນດາດ່ານພາສີຊາຍແດນ, ຂະແໜງຕ່າງໆ...ແນ່ໃສ່ອຳນວຍຄວາມສະດວກທາງດ້ານການຄ້າຊາຍແດນໃຫ້ມີຄວາມວ່ອງໄວ,ທັງຮັບປະກັນທາງດ້ານກົດໝາຍ, ລະບຽບການຕ່າງໆ,ເອົາໃຈໃສ່ຈັດຕັ້ງປະຕິບັດການຄຸ້ມຄອງ, ກວດກາການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ພາຫະນະ ແລະ ສິນຄ້າອື່ນໆຢູ່ດ່ານຊາຍແດນໃຫ້ມີຄວາມເຂັ້ມງວດ, ຕ້ານ ແລະ ປາບປາມການລັກລອບໜີພາສີຢູ່ພາຍໃນແຂວງ, ລຽບຕາມຊາຍແດນ, ສືບຕໍ່ສະສາງຄະດີຄ້າງໃຫ້ສໍາເລັດຕາມເປົ້າໝາຍກໍານົດໄວ້.

        ຄຽງຄູ່ກັນນີ້, ນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກງານວິຊາສະເພາະຂອງແໜງພາສີ, ເພື່ອອໍານວຍຄວາມສະ ດວກໃຫ້ແກ່ຜູ້ສົ່ງອອກ-ນໍາເຂົ້າ, ຜູ້ເດີນທາງຜ່ານດ່ານຊາຍແດນເປັນຕົ້ນ: ລະບົບ NSWA+, ລະບົບ SCANNER, ລະບົບໃບຂົນສົ່ງ (ICM) (LITFA) ເຊື່ອມຈອດກັບລະບົບແຈ້ງພາສີໂດຍສັງເຂບ, ລະບົບຄຸ້ມຄອງສາງສິນຄ້າ (CWMS), ລະບົບ ບ53, ລະບົບຊິງຊັ່ງທັນສະໄໝ, ລະບົບການຊໍາລະສະສາງພາສີ-ອາກອນ, ຄ່າທໍາຽມ-ຄ່າບໍລິການຕ່າງໆດ້ວຍລະບົບ (Smart Tax; Fast Tax; LNSW;Easy-pass), ລະບົບຕິດຕາມ Master List ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້.ທັງນີ້,ເພື່ອແນ່ໃສ່ເຮັດໃຫ້ການຈັດເກັບລາຍຮັບໝົດປີ 2025 ໃຫ້ບັນລຸຕາມແຜນການ.

© 2025 Copyright: ກະຊວງການເງິນ, ສປປ ລາວ