ໃນວັນທີ 28 ເມສາ 2025 ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ລິເລີ່ມໂຄງການ ການຈັດຕັ້ງປະຕິບັດ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ໂດຍການເປັນປະທານຂອງ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ມີຮອງຫົວໜ້າກົມ, ຄະນະຮັບຜິດຊອບຂອງກະຊວງການເງິນ ພ້ອມດ້ວຍຄະນະ; ຄະນະທິມງານຈາກທະນາຄານໂລກ, ຄະນະທິມງານ ຈາກບໍລິສັດ ເຕັກໂນ ເບຣນ ແລະ ບັນດາຕາງໜ້າ ຄະນະທີມງານ ຈາກບໍລິສັດທີ່ປຶກສາສາກົນ (ແດລອຍ Deloitte, ບໍລິສັດ ຊີເຮັສ ອາເຄດີມີ (CH Academy) ແລະ ຄະນະທີມງານໜ່ວຍງານຈັດຕັ້ງປະຕິບັດໂຄງການ (PIU) ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ໜູເຊີຍ ພົມສີຈັນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ໂດຍ ທ່ານ ໃຫ້ຮູ້ວ່າ: ໃນການຈັດຕັ້ງປະຕິບັດ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ແມ່ນລະບົບ ທີ່ນອນໃນອົງປະກອບ ໜຶ່ງ ແລະ ເປັນອົງປະກອບຫຼັກ ໃນແຜນວຽກຂອງ ໂຄງການ ປັບປຸງລະບົບການຄຸ້ມຄອງ ການເງິນແຫ່ງລັດ ເປັນທັນສະໄໝ (E-FITS), ຊຶ່ງໄດ້ຮັບເງິນກູ້ຢືມຈາກທະນາຄານໂລກ ນໍາໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດ, ຊຶ່ງໂຄງການ E-FITS ກໍ່ເປັນໂຄງການໜຶ່ງ ໃນການຈັດຕັ້ງປະຕິບັດ ຜັນຂະຫຍາຍ ວິໄສ ທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການເງິນ ຮອດປີ 2025 ເພື່ອເຮັດໃຫ້ ຂະແໜງການ ເງິນແຫ່ງລັດ ກ້າວສູ່ລະບົບຄຸ້ມຄອງການເງິນແຫ່ງລັດ ທີ່ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະ ຍຸຕິທຳ. ໂຄງການດັ່ງກ່າວ ໄດ້ມີການລົງນາມ ເພື່ອການຈັດຊື້-ຈັດຈ້າງ ລະບົບການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ໃນຮູບແບບວົງແຄບສາກົນ ກ່ອນແລ້ວ ໃນວັນທີ 24 ມີນາ 2025 ຊຶ່ງລະບົບດັ່ງກ່າວ ແມ່ນນອນໃນອົງປະກອບໜຶ່ງ ແລະ ເປັນອົງປະກອບຫຼັກ ໃນແຜນວຽກຂອງ ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດ ເປັນທັນສະໄໝ (E-FITS), ຊຶ່ງໄດ້ຮັບເງິນກູ້ຢືມຈາກທະນາຄານໂລກ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ, ຜ່ານຂະບວນການຈັດຊື້-ຈັດຈ້າງ ໃນຮູບແບບວົງແຄບສາກົນ ຕາມລະບຽບ ການຈັດຊື້-ຈັດຈ້າງ ຂອງທະນາຄານໂລກ ໃນນາມຜູ້ໃຫ້ທຶນ ແລະ ຄຽງຄູ່ກັບລະບຽບຈັດຊື້-ຈັດຈ້າງ ຂອງລັດ, ຄະນະຮັບຜິດຊອບ ຂອງກະຊວງການເງິນ, ໜ່ວຍງານ PIU ປະສານສົມທົບເຮັດວຽກ ຮ່ວມກັບ ບໍລິສັດ ດີລອຍ (ບໍລິສັດທີ່ປຶກສາສາກົນ ຈາກ ອິນເດຍ) ແລະ ຄະນະວິຊາການຂອງທະນາຄານໂລກ ໄດ້ດຳເນີນຂະບວນການຈັດຊື້-ຈັດຈ້າງ ຕາມລະບຽບ ທີ່ໄດ້ກໍານົດໄວ້ໃນເອກະສານການປະມູນຢ່າງລະອຽດ, ໂດຍການລົງນາມໃນສັນຍາຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຊາມ ສັນເດີ (Shyam Sunder M.B ) ຜູ້ອໍານວຍການ ດ້ານກົດໝາຍ ບໍລິສັດ ເຕັກໂນ ເບຣນ (Techno Brain Global FZ-LLC in Joint Venture with Techno Brain Tanzania Limited) ຈາກປະເທດ ສະຫະນະຄອນເອເມຣັດອາຣັບ. ພ້ອມນັ້ນ ໃນກອງປະຊຸມ, ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການກະກຽມການຈັດຕັ້ງປະຕິບັດລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ ຂອງກະຊວງການເງິນ ແລະ ຄະນະທີມງານຈາກບໍລິສັດ ເຕັກໂນ ເບຣນ ກໍ່ໄດ້ນໍາສະເໜີແຜນງານ ແລະ ທິດທາງແຜນການຈັດຕັ້ງປະຕິບັດລະບົບ IFMIS ພ້ອມທັງແລກປ່ຽນສົນທະນາກັນໃນບັນຫາທີ່ສົນໃຈນໍາອີກດ້ວຍ ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວ ຮັບປະກັນໄດ້ ປະສິດທິພາບ ແລະ ປະສິດທິຜົນຕາມລະດັບຄາດໝາຍທີ່ວາງໄວ້.
.jpg)