ໃນປີຜ່ານມາ 2024 ສ່ວຍສາອາກອນ ປະຈໍາແຂວງອຸດົມໄຊ, ໄດ້ເອົາໃຈໃສ່ຄຸ້ມຄອງເກັບລາຍຮັບເຂົ້າງົບ ປະມານແຫ່ງລັດໂດຍສະເພາະຈາກບັນດາຫົວໜ່ວຍວິສາຫະກິດ, ຫ້າງຮ້ານຕ່າງໆ...ບັນດາພະແນກການອ້ອມຂ້າງແຂວງ,ເມືອງ ແລະ ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບບວກກັບບັນດານັກທຸລະກິດ, ຜູ້ປະກອບການຕ່າງໆໄດ້ຕື່ນຕົວປະຕິບັດພັນທະແຈ້ງເສຍອາກອນຖືກຕ້ອງທັນຕາມກໍານົດເວລາເຮັດໃຫ້ການເກັບລາຍຮັບໄດ້ລື່ນຄາດໝາຍທີ່ກຳນົດໄວ້.

ທ່ານ ສົມຈິດ ສີວິໄລ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງອຸດົມໄຊ ໃຫ້ສຳພາດວ່າ: ການຈັດຕັ້ງປະຕິບັດວຽກການສ່ວຍສາອາກອນ ປະຈຳປີ 2024 ແມ່ນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີນັບແຕ່ປີ 2021 ຫາ ປີ 2025 ແລະ ແຜນຈຸດສຸມທີ່ຕິດພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ກໍ່ຄືການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ດໍາລັດຂອງລັດຖະບານວ່າດ້ວຍການປະຍັດ ແລະ ຕ້ານການຟູມເຟືອຍ ຕາມໄປຄຽງຄູ່ກັບການຫັນເປັນທັນສະໄໝໃນການຄຸ້ມຄອງເກັບລາຍຮັບ.

ເຊິ່ງໃນໄລຍະຜ່ານມາສ່ວຍສາອາກອນ ປະຈໍາແຂວງໄດ້ມີການນຳເອົານະໂຍບາຍ, ນິຕິກຳທີ່ກ່ຽວຂ້ອງມາຈັດຕັ້ງເຜີຍແຜ່, ຜັນຂະຫຍາຍເຮັດໃຫ້ການຈັດຕັ້ງປະຕິບັດບັນດາໜ້າວຽກຈຸດສຸມມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານເປັນຕົ້ນ: ການຈັດຕັ້ງປະຕິບັດແຜນລາຍຮັບສ່ວຍສາອາກອນປີ 2024; ແຜນລາຍຮັບທັງໝົດ 147.51 ຕື້ກີບ. ໃນນັ້ນ, ລາຍຮັບສ່ວຍສາອາກອນ 137.31 ຕື້ກີບ, ລາຍຮັບຊັບສິນ 10.20 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດສາມາດເກັບລາຍຮັບໄດ້ທັງໝົດ 296.18 ຕື້ກີບເທົ່າກັບ 200.78% ຂອງແຜນການປີ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 40.44% ເປັນເງິນ 85.29 ຕື້ກີບ (ສ່ວຍສາອາກອນປະຕິບັດໄດ້ 245,74 ຕື້ກີບເທົ່າກັບ 178.08% ຂອງແຜນການປີ;ຊັບສິນແຫ່ງລັດປະຕິບັດໄດ້ 50.44 ຕື້ກີບເທົ່າກັບ 504.46% ຂອງແຜນການປີ).


ສາເຫດຂອງການເກັບລາຍຮັບໄດ້ລື່ນຄາດໝາຍໄດ້ມາຈາກອາກອນມູນຄ່າເພີ່ມ (ອມພ) ຈາກການຊົມໃຊ້ກະແສໄຟຟ້າເພີ່ມຂຶ້ນ ແລະ ການປັບອັດຕາ ອມພ ຈາກ 7% ເປັນ 10%, ລາຍຮັບຈາກໂຮງງານຜະລິດຊີມັງອຸດົມໄຊ,ໂຄງການຮັບເໝົາຫຸ່ມຫໍ່ຊີມັງ, ຮັບເໝົາຂຸດຄົ້ນແຮ່ທາດສະໜອງເຂົ້າໃນການຜະລິດຊີມັງ, ໂຄງການພັດ ທະນາແຄມນ້ຳກໍ, ອາກອນຈາກການກໍ່ສ້າງຮັບເໝົາຕ່າງໆ, ຈາກນ້ຳມັນເຊື້ອໄຟລາວ ແລະ ລາຍຮັບຈາກການຄຸ້ມຄອງວຽກງານອາກອນມູນຄ່າເພີ່ມຈາກບັນດາຫົວໜ່ວຍວິສາຫະກິດຈໍານວນໜຶ່ງ.
ທ່ານ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງອຸດົມໄຊ ເນັ້ນຕື່ມອີກວ່າ: ຄາດໝາຍສູ້ຊົນ, ທິດທາງແຜນ ການ ແລະ ມາດຕະການປີ 2025 ແຜນລາຍຮັບທັງໝົດ 220.20 ຕື້ກີບເທົ່າກັບເທົ່າກັບ 1.88% ຂອງ GDP (11,672.85 ຕື້ກີບ) ທຽບໃສ່ແຜນການປີຜ່ານມາເພີ່ມຂຶ້ນ 48.58% ຫຼື ເທົ່າກັບ 72.00 ຕື້ກີບ. ໃນນີ້, ສ່ວຍສາອາກອນມີຈໍານວນ 180.00 ຕື້ກີບເທົ່າກັບ 1.54% ຂອງ GDPທຽບໃສ່ປີຜ່ານມາເພີ່ມຂຶ້ນ 38.46 % ຫຼື ເທົ່າກັບ 42.00 ຕື້ກີບ, ລາຍຮັບຂອງຂະແໜງຄຸ້ມຄອງຊັບສິນແຫ່ງລັດຈໍານວນ 40.00 ຕື້ກີບເທົ່າກັບ 0.34% ຂອງ GDP ທຽບໃສ່ປີຜ່ານມາເພີ່ມຂຶ້ນ 294.11% ຫຼື ເທົ່າກັບ 30.00 ຕື້ກີບ ແລະ ລາຍຮັບວິສາຫະກິດລັດລົງທຶນ ແລະ ການປະກັນໄພຈໍານວນ 0.20 ຕື້ກີບ 0.001% ຂອງ GDP.
ເຖິງຢາງໃດກໍຕາມມາຮອດວັນທີ 11 ເດືອນມີນາ 2025, ສາມາດເກັບລາຍຮັບໄດ້ທັງໝົດຈຳນວນ 56.11 ຕື້ກີບເທົ່າກັບ 25.48% ຂອງແຜນການປີ ແລະ ໄດ້ວາງມາດຕະການຈັດຕັ້ງປະຕິບັດຈໍານວນໜຶ່ງ,ຈັດຕັ້ງຜັນຂະ ຫຍາຍບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານສ່ວຍສາອາກອນ, ເຜີຍແຜ່ ແລະ ແນະນຳໃຫ້ກັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບວຽກງານສ່ວຍສາອາກອນກໍ່ຄືການປະຕິບັດພັນທະຕໍ່ລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ.