ດ່ານສາກົນນໍ້າເງິນ ຕັ້ງຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຍົກລະດັບຈາກດ່ານທ້ອງຖິ່ນຂຶ້ນເປັນດ່ານສາກົນໃນວັນທີ 21 ທັນວາ 2008 ເຊິ່ງເປັນໜຶ່ງໃນ 4 ດ່ານສາກົນທີ່ຂຶ້ນກັບແຂວງໄຊຍະບູລີ. ນອກຈາກເປັນດ່ານສົ່ງອອກ-ນໍາເຂົ້າສິນຄ້າ, ເຄື່ອງຂອງແລ້ວຍັງເປັນປະຕູຕ້ອນຮັບນັກທ່ອງທ່ຽວທີ່ມາຈາກປະເທດໄທເຂົ້າສູ່ ສປປ ລາວ ໄປຍັງເມືອງມໍລະດົກໂລກ ແຂວງຫຼວງພະບາງ ແລະ ເປັນດ່ານທາງຜ່ານຈາກໄທໄປສູ່ ສສ ຫວຽດນາມກໍຄືຈາກຫວຽດນາມຜ່ານມາໄທ ແລະ ປະເທດອື່ນໆ. ອີງຕາມການໃຫ້ສໍາພາດຂອງທ່ານ ຕຸ້ຍ ຄໍາວັນດີ ຫົວໜ້າດ່ານພາສີສາກົນນໍ້າເງິນ ໄດ້ໃຫ້ສໍາພາດກັບຂ່າວການເງິນວ່າ: ຕົວເລກແຜນຈັດເກັບລາຍຮັບເຂົ້າງົບປະມານປີ 2025 ຈໍານວນ 770 ຕື້ກີບ, ເພີ່ມຂຶ້ນຈາກປີ 2024 ເທົ່າກັບ 9,53% ເປັນເງິນ 67 ຕື້ກີບ, ເຊິ່ງກວມເອົາແຜນຈັດເກັບລາຍຮັບຂອງແຜນລາຍຮັບພາສີປະຈໍາແຂວງໄຊຍະບູລີ ປະມານ 56.82%. ສໍາລັບໂຄງປະກອບການຈັດຕັ້ງດ່ານພາສີສາກົນນໍ້າເງິນ ປະກອບມີພະນັກງານ-ລັດຖະກອນ (ເຈົ້າໜ້າທີ່ພາສີ) ລວມມີທັງໝົດ 11 ຄົນ, ຍິງ 1 ຄົນ, ມີຄະນະດ່ານ 4 ທ່ານ, ປະກອບມີ 2 ກຸ່ມວຽກໃຫຍ່ທີ່ຂຶ້ນກັບຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ; ກຸ່ມວຽກຄຸ້ມຄອງສາງ, ພາຫະນະ ແລະ ຜູ້ໂດຍສານ. ໃນປີ 2024 ຜ່ານມາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງດ່ານພາສີສາກົນນໍ້າເງິນ ເມືອງເງິນ ແຂວງໄຊຍະບູລີ, ພົບຄວາມຫຍຸ້ງຍາກເຮັດໃຫ້ເສດຖະກິດສະລໍຕົວ, ລາຄານໍ້າມັນ, ລາຄາອາຍແກັສເພີ່ມຂຶ້ນ, ການແລກປ່ຽນເງິນຕາມີການເໜັງຕີງ, ບັນຫາເງິນເຟີ້ບວກໃສ່ທ່າອ່ຽງການນໍາເຂົ້າສິນຄ້າໝວດຕ່າງໆ…ຫຼຸດລົງໂດຍສະເພາະການນໍາເຂົ້ານໍ້າມັນເຊື້ອໄຟ, ເຊິ່ງເປັນລາຍຮັບຕົ້ນຕໍຂອງດ່ານຫຼຸດລົງ. ເຖິງຢ່າງໃດກໍຕາມບັນຫາດັ່ງກ່າວກໍບໍ່ໄດ້ເປັນອຸປະສັກຕໍ່ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນນໍ້າເງິນ. ທັງນີ້, ກໍຍ້ອນໄດ້ຮັບການນໍາພາຊີ້ນໍາຈາກຄະນະພັກກົມພາສີ, ຄະນະນໍາພາສີ ປະຈໍາແຂວງ, ອໍານາດການປົກຄອງທ້ອງຖິ່ນບວກໃສ່ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງຄະນະດ່ານ, ພະນັກງານວິຊາການທຸກຄົນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆໄດ້ດີພໍສົມຄວນ, ມີລັກສະນະຕັ້ງໜ້າ ແລະ ສາມາດປະຕິບັດລາຍຮັບເຂົ້າງົບ ປະມານໄດ້ຕາມລະດັບຄາດໝາຍ. ທ່ານ ຕຸ້ຍ ຄໍາວັນດີ ຫົວໜ້າດ່ານພາສີສາກົນນໍ້າເງິນ ໃຫ້ຮູ້ຕື່ມອີກວ່າ: ສໍາລັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະປີ 2025 ໂດຍສະເພາະໃນໄລຍະ 3 ເດືອນຕົ້ນປີເຫັນໄດ້ວ່າການເກັບລາຍຮັບມີລັກສະນະຕັ້ງໜ້າ, ລາຍຮັບຕົ້ນຕໍໄດ້ຈາກສິນຄ້າປະເພດປະເພດນໍ້າມັນເຊື້ອໄຟ+ຄັງແຮກວມ 93.30%, ອາຍແກັສ (ແກ້ສຫຸງຕົ້ມ) ກວມ 0.49%, ຄ່າທໍານຽມຕ່າງໆກວມ 0.63%, ເຄື່ອງອຸປະກອນກໍ່ສ້າງກວມ 1.08%, ເຄື່ອງອຸປະໂພກ-ບໍລິໂພກກວມ 3.29% ຄ່າຊັກພິເສດ 0.28% ລາຍຮັບອື່ນໆກວມເອົາ 0.93%. ສິ່ງທີ່ພົ້ນເດັ່ນກວ່າໝູ່ໄດ້ອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ ແລະ ຜະລິດຕະພັນພາຍໃນເປັນ ຕົ້ນແມ່ນ: ສາລີ, ມັນຕົ້ນ, ຂີງ, ດອກແຂມ ແລະ ໝາກຕາວ. ນອກຈາກນີ້, ດ່ານພາສີສາກົນໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບເປັນຕົ້ນ: ນໍາໃຊ້ລະບົບ NSWA+, ການຄຸ້ມພາຫະນະເຂົ້າ-ອອກດ້ວຍລະບົບທັນສະໄໝ, ການແຈ້ງພາສີໂດຍສັງເຂບລ່ວງໜ້າກ່ອນສິນຄ້າມາເຖິງ,ເພື່ອເປັນການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ແລະ ເຊື່ອມໂຍງກັບສາກົນ. ພ້ອມດຽວກັນໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບໝົດປີ 2025 ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການປີຈໍານວນ 770 ຕື້ກີບ, ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາການປະຕິບັດໜ້າທີ່ຂອງພະນັກງານ,ເອົາໃຈໃສ່ຕິດຕາມກວດກາ-ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ, ເຜີຍແຜ່ກົດໝາຍວ່າດ້ວຍພາສີກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ປະຕິບັດວຽກງານອື່ນໆຕາມການມອບໝາຍ, ປັບປຸງກົນໄກການຄຸ້ມຄອງ ແລະ ການບໍລິການຕາມທິດບໍລິການວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສອດຄ່ອງຕາມລະບຽບກົດໝາຍ, ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບກົດໝາຍວ່າດ້ວຍພາສີ ແລະ ມະຕິຄໍາສັ່ງຕ່າງໆຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ນໍາອີກດ້ວຍ.
