ໃນປີ 2024 ຜ່ານມາດ່ານພາສີສາກົນພູເກືອ,ໄດ້ຮັບຕົວເລກມອບໝາຍເກັບລາຍຮັບຈາກພາສີປະຈຳແຂວງ ກໍ່ຄືກົມພາສີ ກະຊວງການເງິນ ຈຳນວນ 110 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງແຕ່ຕົ້ນປີຮອດວັນທີ 31 ທັນວາ 2024 ສາມາດປະຕິບັດໄດ້ທັງໝົດ 148.17 ຕື້ກວ່າກີບເທົ່າກັບ 134.70% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນເຫັນວ່າເພີ່ມຂຶ້ນ 125.94%. ທ່ານ ສີມອນ ອຸທິຄຸນ ຫົວໜ້າດ່ານພາສີສາກົນພູເກືອ ໃຫ້ຮູ້ວ່າ: ດ່ານພາສີສາກົນພູເກືອ ຕັ້ງຢູ່ເມືອງພູວົງ ແຂວງອັດຕະປື, ມີໄລຍະທາງແຕ່ເທດສະບານແຂວງອັດຕະປື ປະມານ 113 ກິໂລແມັດ, ຕິດຈອດກັບດ່ານພາສີສາກົນເບີ່ອີ ສສ ຫວຽດນາມ, ເຊິ່ງມີຄວາມສຳຄັນທາງດ້ານຍຸດທະສາດເສດຖະກິດ-ການເມືອງ ແລະ ວັດທະນະທໍາ-ສັງຄົມກັບຕ່າງປະເທດ.ໂຄງປະກອບການຈັດຕັ້ງຂອງດ່ານພາສີສາກົນພູເກືອ ຂຶ້ນກັບພາສີປະຈຳແຂວງອັດຕະປື, ກົມພາສີ ກະຊວງການເງິນ, ປະກອບມີ 3 ກຸ່ມວຽກທີ່ຂຶ້ນກັບຄື: ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ; ກຸ່ມວຽກກວດກາ ແລະ ຄຸ້ມຄອງສາງສິນຄ້າ. ດ້ານລາຍຮັບປີ 2024 ໄດ້ຮັບຕົວເລກແຜນການຈຳນວນ 110 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດແຕ່ຕົ້ນປີຮອດວັນທີ 31 ທັນວາ 2024 ປະຕິບັດໄດ້ 148.17 ຕື້ກີບເທົ່າກັບ 134.70% ຂອງແຜນການປີ,ທຽບໃສ່ໄລຍະດຽວກັນເຫັນວ່າເພີ່ມຂຶ້ນ 125.94%. ສ່ວນໃຫຍ່ລາຍຮັບຕາມໝວດສິນຄ້າຕົ້ນຕໍໄດ້ຈາກ: ຄ່າຊັກພິເສດສົ່ງອອກ, ນໍ້າມັນເຊື້ອໄຟ, ນ້ຳມັນເຄື່ອງ,ພາຫະນະ, ສິ້ນສ່ວນອາໄລ່, ເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ຄ່າປັບໄໝ-ຂາຍເຄື່ອງຮິບ, ທຳນຽມ, ທຳນຽມຄັງແຮ ແລະ ອື່ນໆ. ທັງນີ້, ຍ້ອນໄດ້ຮັບການຊີ້ນໍາຢ່າງໃກ້ຊິດຕິດແທດຈາກຄະນະພັກ, ຄະນະນຳ ສູນກາງຕະຫຼອດຮອດທ້ອງຖິ່ນ, ກົດໝາຍ,ບົດແນະນໍາ, ຄໍາສັ່ງ, ແຈ້ງການຕ່າງໆ...ເປັນບ່ອນອີງການຈັດຕັ້ງປະຕິບັດ,ຄວາມເປັນເອກະພາບ, ການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ, ການເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບ ໝາຍເຮັດໃຫ້ມີຜົນສໍາເລັດ. ສໍາລັບທິດທາງແຜນການ, ມາດຕະການໃນການຈັດຕັ້ງປະຕິບັດປີ 2025 ຄະນະດ່ານພາສີສາກົນພູເກືອ, ໄດ້ວາງຄາດໝາຍສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການ ຈໍານວນ 144 ຕື້ກີບ, ພ້ອມທັງໄດ້ວາງມາດຕະການຈັດຕັ້ງປະຕິບັດຈຳນວນໜຶ່ງເປັນຕົ້ນ: ສຶກສາອົບຮົມການເມືອງແນວຄິດໃຫ້ອ້າຍນ້ອງພະນັກງານ, ແບ່ງຄວາມຮັບຜິດຊອບຢ່າງຂາດຕົວ, ເຂັ້ມງວດໃນການກວດກາສິນຄ້າ-ເຄື່ອງຂອງສົ່ງອອກ-ນໍາເຂົ້າໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສ້າງແຜນເຮັດວຽກໃຫ້ແທດເໝາະກັບສະພາບຕົວຈິງ,ເພີ່ມທະວີການຄຸ້ມຄອງກວດກາສິນຄ້າຢ່າງເຂັ້ມງວດໃນການນຳເຂົ້າ, ວັດຖຸອຸປະກອນ, ນ້ຳມັນເຊື້ອໄຟ, ພາຫະນະນຳເຂົ້າດ້ວຍຮູບການຍົກເວັ້ນຂອງໂຄງການລົງ ທຶນເພື່ອໃຫ້ນຳໃຊ້ຖືກເປົ້າໝາຍ, ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາສິນຄ້າໃຫ້ຖືກຕ້ອງຄົບຖ້ວນ, ຕ້ານ ແລະ ສະກັດກັ້ນການລັກລອບໜີພາສີພາຍໃນດ່ານ ແລະ ນອກດ່ານ, ໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດລະບຽບກົດໝາຍ ແລະຊອກຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນມາມອບເຂົ້າງົບປະມານໃຫ້ຫຼາຍຂຶ້ນຕາມຕົວເລກແຜນການທີ່ທາງຂັ້ນເທິງໄດ້ຮັບມອບໝາຍ.
