ໃນວັນທີ 23 ເມສາ 2025, ກົມການເງິນຕ່າງປະເທດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ການເຄື່ອນໄຫວນຳພາ-ຊີ້ນຳວຽກງານພັກ-ລັດ 3 ເດືອນຕົ້ນປີ 2025 ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງມອບຫຼຽນກາທີລະນຶກ ຊາວໜຸ່ມ ຊປປ ລາວ ຄົບຮອບ 65 ປີ ແລະ ໃບຍ້ອງຍໍການເຄື່ອນໄຫວວຽກງານປະຈຳປີ 2023. ໂດຍການປະທານ ແລະ ມອບຫຼຽນທີ່ລະນຶກດັ່ງກ່າວ ຂອງທ່ານ ສຸລິວັດ ສຸວັນນະຈູມຄຳ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ແລະ ມີຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ກົມການເງິນຕ່າງປະເທດເຂົ້າຮ່ວມ. ກອງປະຊຸມ ທ່ານ ວົງຄຳແຫງ ວົງທະຈັກ ຫົວໜ້າກົມການເງິນຕ່າງປະເທດ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວນຳພາ-ຊີ້ນຳວຽກພັກ 3 ເດືອນຕົ້ນປີ 2025 ແລະ ທິດທາງແຜນງານໃນຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານຕ່າງປະເທດທີ່ພົ້ນເດັ່ນ ການປະຕິບັດພັນທະຮອບວຽນເປັນເຈົ້າພາບກອງປະຊຸມ ອາຊຽນ, ການປະຕິບັດນະໂຍບາຍການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນອື່ນໆ ໃນການພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນໃນການລະດົມທຶນເຂົ້າໃນແຜນງານ-ໂຄງການບູລິມະສິດຂອງລັດຖະບານ, ການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວຽກອື່ນໆ. ພ້ອມນັ້ນ ຍັງໄດ້ຮັບຟັງ ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານວິຊາສະເພາະ 3 ເດືອນຕົ້ນປີ 2025 ຈາກທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ ຮອງຫົວໜ້າກົມການເງິນຕ່າງປະເທດ ຊຶ່ງເຫັນໄດ້ຫຼາຍຜົນງານຫຼາຍໜ້າວຽກສຳເລັດຕາມລະດັບຄາດ ໝາຍຂອງແຜນງານທີ່ວ່າງໄວ້. ໂອກາດນີ້ ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັັນວ່າ: ຄຽງຄູ່ກັບຜົນສຳເລັດ ຜົນງານອັນພົ້ນເດັ່ນຫຼາຍດ້ານ ທັງພາຍໃນ ແລະ ສາກົນກໍ່ຕາມ ທາງຄະນະກົມ, ພະນັກງານຈະຕ້ອງໄດ້ສືບຕໍ່ກະກຽມຄວາມພ້ອມໃຫ້ກອງປະຊຸມ 3 ຂັ້ນຂອງກົມຕົນເອງ, ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນກົມໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຕິດຕາມປະເມີນສະພາບການສາກົນ ເພື່ອຄົ້ນຄວ້າກຳນົດແຜນຮ່ວມມື. ດຶງດູດແຫຼ່ງທຶນຊ່ວຍເຫຼືອຈາກສາກົນໂດຍອີງໃສ່ສະພາບຜັນແປຄວາມສ່ຽງເສດຖະກິດຂອງບັນດາປະເທດໃນໂລກ ກໍ່ຄືສາກົນໃນແຕ່ລະໄລຍະຢ່າງພາວະວິໄສ, ປະເມີນຄືນ ແຜນການຮ່ວມມືລະຫວ່າງລາວ-ຫວຽດນາມ ເພື່ອເສີມຂະຫຍາຍດ້ານດີທີ່ພົ້ນເດັ່ນ ແລະ ສືບຕໍ່ຊຸກຍູ້ການແກ້ໄຂຈຸດທີ່ຍັງຂາດຕົກບົກຜ່ອງ ທັງນີ້ກໍ່ເພື່ອເປັນການກຳໄດ້ຂໍ້ມູນພື້ນຖານໃນການສືບຕໍ່ສ້າງແຜນຮ່ວມມືລາວ-ຫວຽດນາມ ໄລຍະຍາວໃນປີ 2026-2030, ເອົາໃຈໃສ່ປະສານສົມທົບ ວຽກງານການຮ່ວມມືກັບຜູ້ໃຫ້ທຶນ ເປັນຕົ້ນໂຄງການບູລິມະສິດຕ່າງໆ ຂອງລັດຖະບານໃຫ້ມີສະພາບຄ່ອງຕົວ ທັງນີ້ກໍ່ເພື່ອເຮັດໃຫ້ ວຽກງານກົມການເງິນຕ່າງປະເທດມີໃບໜ້າໃໝ່ຫຼາຍຂຶ້ນກວ່າເກົ່າ.
