ໃນວັນທີ 23 ເມສາ 2025 ກະຊວງການເງິນ ຮ່ວມກັບ ແຂວງວຽງຈັນ ໄດ້ເປີດກອງປະຊຸມ ລົງນາມເຊັນບົດບັນທຶກ ມອບໂອນຫົວໜ່ວຍວິສາຫະກິດໃຫ້ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ພູວົງ ກິດຕະວົງ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ພູທະນູເພັດ ໄຊສົມບັດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ ມີ ຫົວໜ້າຫ້ອງການກະຊວງການເງິນ, ຄະນະກົມອ້ອມຂ້າງກະຊວງການເງິນ, ຫົວໜ້າຫ້ອງວ່າການ, ຫົວໜ້າພະແນກການເງິນແຂວງ ວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ຄຳພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ ໃຫ້ຮູ້ວ່າການມອບຫົວໜ່ວຍວິສາຫະກິດໃຫ້ແຂວງວຽງຈັນຄຸ້ມຄອງ ເປັນວຽກງານໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນ ໂດຍສະເພາະ ໄດ້ສ້າງເງື່ອນໄຂໃຫ້ແຂວງວຽງຈັນ ມີຄວາມສົມດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫຼືອດຸ່ນດ່ຽງໃຫ້ສູນກາງ) ເພື່ອມີທ່າແຮງ ກຸ້ມຕົນເອງ ຕິດພັນກັບ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່.ໃນໄລຍະຜ່ານມາ ຄະນະຮັບຜິດຊອບຂອງຂະແໜງການເງິນແຂວງວຽງຈັນ ກໍໄດ້ມີການສົມທົບກັບກະຊວງການເງິນ ເພື່ອຮ່ວມເຮັດວຽກກັບກົມວິຊາການ ເປັນຕົ້ນ ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ກົມງົບປະມານແຫ່ງລັດ ເພື່ອຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ໃຈ້ແຍກ ລະອຽດ ເຊິ່ງໄດ້ກໍານົດເອົາຂໍ້ມູນຂອງຫົວໜ່ວຍວິສາຫະກິດ ແລະ ຖານລາຍຮັບໃນການຈັດຕັ້ງປະຕິບັດພັນທະຕ່າງໆ ໃນປີ 2024 ເປັນໂຕຕັ້ງ ແລະ ຄົ້ນຄວ້າ ເກັບກໍາຂໍ້ມູນ ບັນຊີຫົວໜ່ວຍວິສາຫະກິດ ທີ່ເປັນເປົ້າໝາຍ ສະເໜີມອບໂອນຫົວໜ່ວຍວິສາຫະກິດ ຂອງສ່ວຍສາອາກອນ ແລະ ຕິດພັນກັບລາຍຮັບຈາກຊັບສິນ ເພື່ອເຮັດໃຫ້ງົບປະມານແຂວງວຽງຈັນ ເປັນແຂວງກຸ້ມຕົນເອງດ້ານງົບປະມານ. ການມອບຫົວໜ່ວຍວິສາຫະກິດ ໃຫ້ແຂວງຄຸ້ມຄອງ ໃນໄລຍະຜ່ານມາໄດ້ຈັດຕັ້ງປະຕິບັດມາແລ້ວ 09 ແຂວງ ແລະ ໃນປີ 2025 ແຂວງວຽງຈັນ ເປັນແຂວງທີ 10 ທີ່ກະຊວງການເງິນ ໄດ້ອະນຸມັດ ມອບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ໃຫ້ແຂວງວຽງຈັນຄຸ້ມຄອງ ຕາມຂໍ້ຕົກລົງ ສະບັບເລກທີ 0690/ກງ, ລົງວັນທີ 11 ມີນາ 2025 ເພື່ອຍົກສູງຄວາມຮັບຜິດຊອບ ເປັນເຈົ້າການ ໃນການຄຸ້ມຄອງຈັດເກັບລາຍຮັບງົບປະມານແຫ່ງລັດ, ສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ບັນລຸຕາມແຜນທີ່ສະພາແຫ່ງຊາດ ແລະ ສະພາປະຊາຊົນ ແຂວງວຽງຈັນ ຮັບຮອງ. ໂອການນີ້ໄດ້ຮັບຟັງການໂອ້ລົມຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ເພື່ອເປັນທິດທາງໃນການຈັດຕັ້ງປະຕະບັດໃຫ້ເກີດຜົນສຳເລັດທີລະກ່າວ. ໃນການລົງນາມເຊັນບົດບັນທຶກການມອບໂອນຫົວໜ່ວຍວິສາຫະກິດລະຫວ່າງ ກະຊວງການເງິນຮ່ວມກັບ ແຂວງວຽງຈັນ ໂດຍທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ປອ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງວຽງຈັນ.
