• ຂ່າວທ້ອງຖິ່ນ
  • |
  • 2025-04-23
  • |
  • ວຽກວິຊາສະເພາະ

          ດ່ານພາສີສາກົນປາງມອນ ເປັນດ່ານສາກົນໜຶ່ງຂຶ້ນກັບພາສີ ປະຈໍາແຂວງໄຊຍະບູລີ, ຕັ້ງຢູ່ເມືອງຄອບແຂວງໄຊຍະບູລີ ແລະ ມີ 1 ດ່ານປະເພນີທີ່ຂຶ້ນກັບຄື: ດ່ານພາສີປະເພນີຫວ້ຍຕອງ ຕັ້ງຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີເຊິ່ງໃນປີ 2025 ໄດ້ຮັບຕົວເລກແຜນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ 12 ຕື້ກີບ,ໂດຍອີງຕາມຄາດໝາຍສູ້ຊົນ,ທິດທາງແຜນການຈະເກັບລາຍຮັບໄດ້ຕາມແຜນການ ຫຼື ລື່ນແຜນການປີທີ່ວາງໄວ້, ເນື່ອງຈາກດ່ານມີທ່າແຮງໄດ້ຈາກຄ່າທຳນຽມພາຫະນະເຂົ້າ-ອອກ, ເຄື່ອງພັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ, ຄ່າຊັກພິເສດອື່ນໆ.

          ທ່ານ ພູວຽງ ວົງດາຣາ ຮອງຫົວໜ້າດ່ານພາສີສາກົນປາງມອນ ໃຫ້ສຳພາດກ່ຽວກັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2024 ແລະ ທິດທາງແຜນການ, ມາດຕະການປີ 2025 ຫວ່າງບໍ່ດົນນີ້ວ່າ: ດ່ານພາສີສາກົນປາງມອນ, ເຮັດໜ້າທີ່ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ. ນອກນັ້ນ, ຍັງເຮັດໜ້າທີ່ຕາມລະບົດ ບາດ, ສິດໜ້າທີ່, ຕາມສາຍຕັ້ງສາຍຂວາງ, ເຂົ້າຮ່ວມກອງປະຊຸມຮ່ວມກັບຂະແໜງການພາຍໃນດ່ານ, ເຂົ້າຮ່ວມກອງປະຊຸມຂອງເມືອງຂອງແຂວງ, ສູນກາງ. ນອກນັ້ນ, ຍັງໄດ້ລົງເຜີຍແຜ່ກົດໝາຍພາສີ, ບັນດານິຕິກຳລຸ່ມກົດໝາຍຈຳ ນວນໜຶ່ງກ່ຽວຂ້ອງກັບພາສີໃຫ້ບັນດາຜູ້ປະກອບການທີ່ນໍາເຂົ້າ-ສົ່ງອອກຜ່ານດ່ານ ແລະ ອື່ນໆ.

          ເຊິ່ງໃນປີ 2024 ຜ່ານມາດ່ານພາສີສາກົນປາງມອນໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 9 ຕື້ກີບ,ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີສາມາດປະຕິບັດໄດ້ 10.6 ຕື້ກວ່າລ້ານກີບ ຫຼືເທົ່າກັບ 118,21% ຂອງແຜນການປີ. ສຳລັບຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2025 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ 12 ຕື້ກີບ.

          ດັ່ງນັ້ນ, ຄະນະດ່ານພາສີສາກົນປາງມອນ, ຄາດຄະເນວ່າການຈັດເກັບລາຍຮັບເຂົ້າງົບປະມານໝົດປີ 2025 ຈະໄດ້ຕາມແຜນການ ຫຼື ລື່ນແຜນການທີ່ວາງໄວ້, ເນື່ອງຈາກດ່ານມີທ່າແຮງເກັບລາຍຮັບຈາກຄ່າທຳນຽມພາຫະນະເຂົ້າ-ອອກ, ເຄື່ອງພັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ, ຄ່າຊັກພິເສດອື່ນໆ ແລະໄດ້ມີມາດຕະການ, ວຽກຈຸດສຸມແຕ່ຕົ້ນປີ, ການອຳນວຍຄວາມສະດວກຕ່າງໆໃນການນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານ, ແນະນຳຂັ້ນຕອນໃນການປະກອບເອກະສານ ແລະ ສີ່ງອຳນວຍຄວາມສະດວກຕ່າງໆ.

          ຄຽງຄູ່ກັນນີ້, ດ່ານພາສີສາກົນປາງມອນຍັງໄດ້ນໍາໃຊ້ລະບົບທັນສະໄໝເປັນຕົ້ນ: ລະບົບຕິດຕາມພາຫະນະເຂົ້າ-ອອກທ່ອງທ່ຽວຢ້ຽມຢາມ ບໍ53, ລະບົບ NSWA+ ເຊິ່ງຜູ້ປະກອບການສາມາດປະກອບເອກະສານທາງອອນລາຍໄດ້ທຸກບ່ອນທີ່ມີສັນຍານອິນເຕີເນັດ, ລະບົບການເກັບເງິນດ້ວຍເອເລັກໂທນິກຜ່ານທະນາຄານໂດຍກົງ. ນອກນັ້ນ,ຍັງມີກົດໝາຍພາສີ, ບັນດານິຕິກຳລຸ່ມກົດໝາຍອື່ນໆເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໄປຄຽງຄູ່ກັບທິດຊີ້ນຳຈາກກົມພາສີ, ພາສີ ປະຈຳແຂວງ ແລະ ປະສານສົມທົບກັບຂະແໜງການກ່ຽວຂ້ອງຢູ່ທ້ອງຖິ່ນ, ຂະແໜງການຕ່າງໆຂອງເມືອງ, ຂະແໜງການກ່ຽວຂ້ອງພາຍໃນດ່ານ ນໍາອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ