ໃນປີ 2025 ພາສີ ປະຈໍາແຂວງໄຊຍະບູລີ, ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 1,355.200 ຕື້ກີບ; ທຽບໃສ່ປີຜ່ານມາຫຼຸດລົງ 1.58% ຄິດເປັນຈໍານວນເງິນ 21.80 ຕື້ກີບ.ໃນນີ້, ສະເພາະແຜນຈັດເກັບລາຍຮັບ 6 ເດືອນຕົ້ນປີ 2025 ຈໍານວນ 677.600 ຕື້ກີບ.

ທ່ານ ສອນເພັດ ຜົນວິຈິດ ຮອງຫົວໜ້າພາສີ ປະຈໍາແຂວງໄຊຍະບູລີ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ພາສີ ປະຈຳແຂວງ, ປະກອບມີ 2 ຂະແໜງ, ດ່ານພາສີສາກົນ 4 ດ່ານ, ດ່ານປະເພນີ 3 ດ່ານ, ສໍາລັບຕົວເລກແຜນຈັດເກັບລາຍຮັບປີ 2025 ເຊິ່ງເປັນຕົວເລກທີ່ສູງພໍສົມຄວນ ແລະ ເປັນສິ່ງທີ່ທ້າທາຍໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງຂະແໜງພາສີປະຈໍາແຂວງເປັນຕົ້ນ: ແມ່ນວິກິດການທາງດ້ານການເງິນ, ການເໜັງຕີງຂອງລາຄານໍ້າມັນ, ລາຄາຂອງສິນຄ້າໃນທ້ອງຕະຫຼາດ ແລະ ອື່ນໆ...ເຊິ່ງອາດເປັນຜົນກະທົບທາງກົງ ແລະ ທາງອ້ອມໃນການຈັດເກັບລາຍຮັບເຂົ້າງົບປະມານ. ນອກນັ້ນ, ຍັງມີການປະຕິບັດຫຼຸດຜ່ອນອັດຕາພາສີໃນຂອບອາຊຽນ, ຂອບການຮ່ວມມືສາກົນຕ່າງໆໂດຍໄດ້ມີການຍົກເວັ້ນງົດເກັບ ແລະ ຫຼຸດຜ່ອນພາສີຕາມນະໂຍບາຍສົ່ງເສີມການລົງທຶນ.

ເຖິງຢ່າງໃດກໍຕາມຄະນະພັກຄະນະນໍາພາສີ ປະຈຳແຂວງ, ໄດ້ກຳນົດບັນດາໜ້າວຽກທີ່ສໍາຄັນໃນການຈັດຕັ້ງປະ ຕິບັດວຽກງານວິຊາສະເພາະເປັນຕົ້ນ: ສືບຕໍ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດບັນດານິຕິກຳ, ລະບຽບກົດໝາຍທີ່ຂັ້ນເທິງວາງອອກແຕ່ລະໄລຍະຕິດພັນກັບການສຶກສາອົບຮົມທາງດ້ານແນວຄິດການເມືອງ ໃຫ້ສະມາຊິກພັກ-ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຢ່າງເປັນປົກກະຕິ, ຍົກສູງຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່, ແບ່ງຄວາມຮັບຜິດ ຊອບຢ່າງລະອຽດ, ຊັດເຈນ, ມີການສ່ອງແສງລາຍງານເປັນປົກກະຕິ, ກວດກາ-ຕິດຕາມຕໍ່ການປະຕິບັດໜ້າທີ່ວິຊາສະ ເພາະຂອງພະນັກງານໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຫຼຸດຜ່ອນຂັ້ນຕອນຕ່າງໆ..ທີ່ບໍ່ສອດຄ່ອງເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າປະຕິບັດການຈັດເກັບລາຍຮັບ, ເພື່ອມອບເຂົ້າງົບປະມານໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນຕາມກຳນົດເວລາ, ເພີ່ມທະວີວຽກງານກວດກາການປາບປາມຕ້ານການຄ້າຂາຍເຖື່ອນການລັກລອບໜີພາສີຢູ່ບັນດາດ່ານຊາຍແດນ, ເປັນເຈົ້າການປະຕິບັດວຽກງານຕ້ານການຮົ່ວໄຫຼຂອງລາຍຮັບ, ໂດຍມີການຄຸ້ມຄອງມູນຄ່າແຈ້ງທາງພາສີດ້ວຍການນໍາໃຊ້ເຄື່ອງມືເອເລັກໂຕນິກໃນການຄຸ້ມຄອງການຈັດເກັບລາຍຮັບ ແລະ ສ້າງສິ່ງອໍານວຍຄວາມສະດວກຕ່າງໆ...ເພື່ອແນ່ໃສ່ເຮັດໃຫ້ການຈັດເກັບລາຍຮັບໝົດປີ 2025 ໃຫ້ບັນລຸຕາມແຜນການທີ່ວາງໄວ້.