ໃນການຈັດຕັ້ງປະຕິບັດວຽກງານຂອງສ່ວຍສາອາກອນປະຈໍາແຂວງໄຊຍະບູລີຕິດພັນກັບການຜັນຂະຫຍາຍນິຕິກໍາ, ແຜນງົບປະມານແຫ່ງລັດ, ໄປຄຽງຄູ່ກັບການຫັນໄປສູ່ທັນສະໄໝ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິ ຊາສະເພາະ ແລະ ບັນດາໜ້າວຽກຈຸດສຸມຕ່າງໆ...ໄດ້ຮັບຜົນສໍາເລັດ ແລະ ບັນລຸໄດ້ຕາມລະດັບຄາດໝາຍ. ຕາມການໃຫ້ສຳພາດຂອງທ່ານ ສີທຸຍ ໂພທິລັກ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງໄຊຍະບູລີ ຮູ້ວ່າ: ໃນການຈັດຕັ້ງປະຕິບັດແຜນລາຍຮັບງົບປະມານແຫ່ງລັດ 5 ປີ (ນັບແຕ່ປີ 2021 ຫາປີ 2025) ໂດຍສະເພາະການ ຈັດຕັ້ງປະຕິບັດແຜນລາຍຮັບງົບປະມານ 2024 ແລະ ທິດທາງແຜນການປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດການເງິນ ກໍ່ຄືການຈັດຕັ້ງປະຕິບັດຄໍາສັ່ງເລກທີ 18/ນຍ ວ່າດ້ວຍການອັດຊ່ອງວ່າງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດນະໂຍບາຍປະຍັດ ແລະ ຕ້ານການຟູມເຟືອຍຂອງລັດຖະບານໄປຄຽງຄູ່ກັບການເກັບລາຍຮັບໄປສູ່ທັນສະໄໝ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງສ່ວຍສາອາກອນປະຈໍາແຂວງ ເຫັນໄດ້ວ່າມີຫຼາຍດ້ານດີທີ່ເປັນຜົນງານ ເປັນຕົ້ນ:ຕົວເລກການຈັດເກັບລາຍຮັບປີ 2024 ທັງໝົດຈໍານວນ 459.65 ຕື້ກີບ; ແຕ່ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບຕົວຈິງ, ສາມາດປະຕິບັດໄດ້ທັງໝົດ 1,199.94 ຕື້ກີບ,ທຽບໃສ່ແຜນການເທົ່າກັບ 167.75% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງສົກປີ 2023 ເທົ່າກັບ 179.48 % ເປັນເງິນເພີ່ມຂຶ້ນ 79.48% ຄິດເປັນເງິນປະມານ 531.40 ຕື້ກີບ. ຄຽງຄູ່ກັນນີ້, ການຈັດຕັ້ງປະຕິບັດວຽກງານຕິດພັນວຽກງານກົງຈັດຕັ້ງ-ພະນັກງານ, ວຽກງານວິຊາສະເພາະ, ວຽກງານນິຕິກຳ, ວຽກງານຝືກອົບຮົມສ້າງຄວາມເຂັ້ມແຂງ ແລະ ວຽກງານການຫັນເປັນທັນສະໄໝ,ໂດຍສະເພາະວຽກງານຄຸ້ມຄອງຄ່າທາງທົ່ວແຂວງໄດ້ຫັນເປັນທັນສະໄໝຮ້ອຍສ່ວນຮ້ອຍ ແລະ ສາມາດປະຕິບັດລາຍຮັບໄດ້ທັງ ໝົດ 3.40 ຕື້ກີບເທົ່າກັບ 92.95% ຂອງແຜນການປີທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນ 18.81% ເປັນເງິນ 0.51ຕື້ກີບ; ພ້ອມທັງໄດ້ຂະຫຍາຍຖານອາກອນມູນຄ່າເພີ່ມໄດ້ທັງໝົດຈໍານວນ 529 ຫົວໜ່ວຍເທົ່າກັບ 66,45% ໃນຈໍານວນທັງໝົດ 796 ຫົວໜ່ວຍ. ນອກນັ້ນ, ໄດ້ຕິດຕັ້ງໂປແກຣມບັນຊີ ແລະ ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ເຊື່ອມກັບລະບົບຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ (TaxRIS) ຈໍານວນ 227 ຫົວ ໜ່ວຍກວມເອົາ 171% ຂອງຫົວໜ່ວຍເປົ້າໝາຍວາລະແຫ່ງຊາດ. ທ່ານ ສີທຸຍ ໂພທິລັກ ໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດປີ 2025; ສ່ວຍສາອາກອນ ປະຈໍາແຂວງໄຊຍະບູລີ;ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນຂອງຂະແໜງສ່ວຍສາອາກອນ, ເພື່ອໃຫ້ສະມາຊິກພັກ, ພະນັກງານມີຄຸນສົມບັດ, ສິນທຳປະຕິບັດ, ມີຈັນຍາບັນ, ຈັນຍາທຳຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ປັບປຸງວິທີການ, ກົນໄກໃນການນຳພາ-ຊີ້ນຳແຕ່ຂັ້ນແຂວງລົງຮອດ ຂັ້ນເມືອງໃຫ້ມີຄວາມເຂັ້ມແຂງ; ຜັນຂະຫຍາຍບັນດາກົດໝາຍ, ນິຕິກຳທີ່ຂັ້ນເທິງວາງອອກແຕ່ລະໄລຍະໃຫ້ທົ່ວເຖິງ ແລະ ເປັນເຈົ້າການໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ເຂັ້ມງວດໃນການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ໄດ້ຢ່າງເຂັ້ມງວດ. ສ່ວຍສາອາກອນທຸກຂັ້ນນັບແຕ່ຂັ້ນແຂວງ, ເມືອງ ແລະ ບ້ານ, ຕ້ອງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໄດ້ມອບໝາຍໃຫ້ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນລາຍຮັບ, ການຂະຫຍາຍຖານລາຍຮັບ, ວຽກງານຫັນເປັນທັນສະໄໝໃຫ້ສໍາເລັດຜົນຕາມເປົ້າໝາຍທີ່ໄດ້ກໍານົດໄວ້; ກ້າຕັດສິນໃຈສູງໃນການຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການແຕ່ລະດ້ານໂດຍການສ້າງເປັນແຜນວຽກ, ແຜນງານຢ່າງລະອຽດ, ມອບຄວາມຮັບ ຜິດຊອບໃຫ້ພະນັກງານຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
