ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ມີລົງນາມສັນຍາ ພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ ໂດຍການລົງນາມ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ສີສຸລິນ ໂຊກໄຊ ຕາງໜ້າບໍລິສັດ ໄອຄິວຣີ້ເທັກຈໍາກັດ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການກະຊວງ ໄດ້ລາຍງານຫຍໍ້ໃນການຮ່ວມມືກັນພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນຂອງຂະແໜງພາສີ ລະຫວ່າງ ກະຊວງການເງິນ ແລະ ບໍລິສັດ ໄອຄິວຣີ້ເທັກ ຈໍາກັດ ໂດຍ ທ່ານ ໃຫ້ຮູ້ວ່າ: ເພື່ອພັດທະນາລະບົບຄຸ້ມຄອງການຈັດເກັບລາຍຮັບ ພາສີ-ອາກອນ ທັງໝົດ ເຂົ້າງົບປະມານແຫ່ງລັດໃຫ້ລວມສູນ ທັນສະໄໝ ກ້າວເປັນດີຈິຕອນ, ຈຶ່ງມີຄວາມຈຳເປັນໃນການສຸມໃສ່ພັດທະນາ, ຍົກລະດັບ ເພື່ອລວມສູນ ແນ່ໃສ່ຮັບປະກັນການຈັດຕັ້ງປະຕິບັດ ໃຫ້ມີຄວາມ ວ່ອງໄວ, ກະທັດຮັດ, ມີຄວາມໂປ່ງໃສ, ການສະຫຼຸບລາຍງານມີຄວາມສະດວກ ແລະ ທັນສະພາບການ. ໃນໄລຍະຜ່ານມາ ກະຊວງການເງິນໄດ້ສຸມໃສ່ຫັນເປັນທັນສະໄໝໃນການຄຸ້ມຄອງການຈັດເກັບລາຍຮັບພາສີເຂົ້າ ງົບປະມານແຫ່ງລັດ, ແຕ່ການພັດທະນາລະບົບໃນໄລຍະຜ່ານມາ ຍັງມີອຸປະສັກ-ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະແມ່ນ ການຈັດເກັບລາຍຮັບພາສີ ຍັງບໍ່ທັນຖືກຕ້ອງ, ຊັດເຈນ, ໂປ່ງໃສ ແລະ ລວມສູນ; ຄ່າໃຊ້ຈ່າຍໃນ ການດໍາເນີນການສູງ ແລະ ຍັງມີຊ່ອງຫວ່າງດ້ານການຈັດເກັບລາຍຮັບ ເຊິ່ງເຮັດໃຫ້ມີການຮົ່ວໄຫຼຂອງການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ. ສະນັ້ນ, ການພັດທະນາ ແລະ ຄຸ້ມຄອງລະບົບພາສີເປັນທັນສະໄໝລວມສູນ(Smart Customs) ຂອງຂະແໜງພາສີ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ເພື່ອຕອບສະໜອງຕໍ່ກັບຄວາມຕ້ອງການອັນຈຳເປັນຂອງວຽກງານໃນການ ຫັນປ່ຽນໄປສູ່ລະບົບດິຈິຕອນ ທາງດ້ານການຄຸ້ມຄອງການຈັດເກັບລາຍຮັບພາສີ ຂອງກະຊວງການເງິນ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ສຸມໃສ່ ຜັນຂະຫຍາຍມະຕິຂອງລັດຖະບານວ່າດ້ວຍ ການຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ງົບປະມານເປັນທັນສະໄໝ ໃນໄລຍະ 05 ປີ (2021-2025) ສະບັບເລກທີ 09/ລບ, ລົງວັນທີ 08 ທັນວາ 2021. ເຊິ່ງລະບົບພາສີທັນສະໄໝ (Smart Customs) ເປັນລະບົບລວມສູນການຄຸ້ມຄອງຂໍ້ມູນພາສີແບບເອເລັກໂຕຣນິກ ແລະ ເປັນລະບົບຕົວກາງເພື່ອເຊື່ອມຕໍ່ກັບບັນດາລະບົບທັງໝົດທີ່ຕິດພັນກັບວຽກງານພາສີ, ເຊື່ອມຕໍ່ຫາລະບົບ ຊຳລະສະສາງ ຂອງ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຮອງຮັບຂັ້ນຕອນທັງໝົດຂອງວຽກງານພາສີ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ທັນສະພາບການ ກ້າວສູ່ການຫັນເປັນດິຈິຕອລ໌, ຫຼຸດຜ່ອນ ການນໍາໃຊ້ເຈ້ຍສໍເຂົ້າໃນການແຈ້ງພາສີ ແລະ ເຊື່ອມໂຍງກັບ ພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ. ເຊິ່ງຜ່ານການປະເມີນການທົດລອງການນໍາໃຊ້ຜ່ານມາ ຂອງລະບົບໃນ 02 ດ່ານເຫັນວ່າ: ເປັນລະບົບພາສີທັນສະໄໝ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນການຄຸ້ມຄອງຈັດເກັບລາຍຮັບລວມສູນ ໂດຍຮັບປະກັນຄວາມຖືກຕ້ອງໃນການແຈ້ງ, ການກຳນົດມູນຄ່າແຈ້ງຂອງສິນຄ້າ, ສະກັດກັ້ນການຮົ່ວໄຫຼຂອງລາຍຮັບ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ປະກອບການ ແລະ ເຈົ້າໜ້າທີ່ພາສີ ໃນການຄຸ້ມ ຄອງການເກັບລາຍຮັບພາສີໃຫ້ລວມສູນ ມີປະສິດທິພາບ ຖືກຕ້ອງ-ຊັດ ເຈນ, ໂປ່ງໃສ, ສະຫຼຸບລາຍງານທັນສະພາບການແລະ ກວດສອບໄດ້ ແລະ ອື່ນໆ ພ້ອມທັງສາມາດເຊື່ອມຈອດກັບລະບົບອື່ນໆຂອງກະຊວງການເງິນໄດ້.
