• ຂ່າວທ້ອງຖິ່ນ
  • |
  • 2025-04-11
  • |
  • ວຽກວິຊາສະເພາະ

        ການຈັດຕັ້ງປະຕິບັດວຽກງານການເງິນ ປະຈຳປີ 2024 ເປັນປີທີ່ສີ່ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ເຊິ່ງຂະແໜງການເງິນໄດ້ສຸມໃສ່ປະຕິບັດ 10 ມາດຕະການດ້ານການຈັດເກັບລາຍຮັບ ແລະ 8 ມາດຕະການດ້ານການຄຸ້ມຄອງລາຍຈ່າຍຕາມມະຕິສະພາປະຊາຊົນແຂວງ, ແຜນພັດທະນາເສດ ຖະກິດ-ສັງຄົມ,​ ແຜນງົບປະມານແຫ່ງລັດ, ໄປພ້ອມກັບການຜັນຂະຫຍາຍ 2 ແຜນວຽກຈຸດສຸມຂອງຂະແໜງການເງິນທີ່ກໍານົດໃນວາລະແຫ່ງຊາດເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ.

        ທ່ານ ປອ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ໄດ້ໃຫ້ສຳພາດວ່າ:ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ທັງດ້ານລາຍຮັບ-ລາຍຈ່າຍຂອງແຂວງອຸດົມໄຊ ແລະ ວຽກງານອື່ນໆທີ່ພົ້ນເດັ່ນເປັນຕົ້ນ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີຜ່ານມາ 2024 ເຊິ່ງລາຍຮັບທົ່ວແຂວງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນ, ລາຍຮັບປະຕິບັດໄດ້ 316.73 ຕື້ກວ່າກີບ, ຖ້າທຽບໃສ່ແຜນດັດແກ້ເທົ່າກັບ 164.18%; ເປັນເງິນລື່ນແຜນການຈໍານວນ 123.82 ຕື້ກວ່າກີບ, ສັງເກດເຫັນວ່າລາຍຮັບພາຍໃນແຂວງມີລັກ ສະນະດີຂຶ້ນຖ້າທຽບໃສ່ຫຼາຍໆປີຜ່ານມາ.

        ຄຽງຄູ່ກັນນີ້, ພະແນກການເງິນແຂວງອຸດົມໄຊຍັງມີຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຕິດພັນກັບວາ ລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນຕົ້ນ: ການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ, ການແກ້ໄຂລົດບໍ່ຖືກຕ້ອງ, ວຽກດັດສົມລົດຂອງລັດ, ໄດ້ປະຕິບັດສະສາງລົດລັດ ທີ່ພະນັກງານບໍານານເອົາອອກໄປນໍາໃຊ້ໃນຂັ້ນແຂວງ ແລະ ຂັ້ນເມືອງຈໍານວນໜຶ່ງ; ສໍາລັບຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2025 ການເກັບລາຍຮັບພູດສູນກາງ ແລະ ທ້ອງຖິ່ນປີ 2025 ຈໍານວນ 245.30 ຕື້ກວ່າກີບ, ທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 27.16%. ໃນນີ້, ແຜນລາຍຮັບສູນກາງປະຕິບັດຢູ່ແຂວງທັງໝົດ 25.10 ຕື້ກວ່າກີບ; ລາຍຮັບພູດທ້ອງຖິ່ນທັງໝົດ 220.20 ຕື້ກວ່າກີບ.

         ທ່ານ ຫົວໜ້າພະແນກການເງິນແຂວງອຸດົມໄຊ ກ່າວຕື່ມວ່າ: ທິດທາງລວມໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2025 ບົນພື້ນຖານຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ໄດ້ໂດຍພື້ນຖານໂດຍສະເພາະແມ່ນຍົກສູງການປະສານສົມທົບຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ,ສົ່ງເສີມຖານລາຍຮັບທີ່ມີແລ້ວໃຫ້ເຕີບໃຫຍ່, ເຂັ້ມແຂງ ແລະ ສ້າງຖານລາຍຮັບເກີດຂຶ້ນໃໝ່ໃຫ້ຫຼາຍຂຶ້ນ, ຍົກສູງຄວາມເປັນເຈົ້າຕົນເອງທາງດ້ານການເງິນ-ງົບປະມານ.

        ສະນັ້ນ, ເພື່ອເຮັດໃຫ້ລາຍຮັບພາຍໃນກຸ້ມລາຍຈ່າຍສູງຂຶ້ນເທື່ອລະກ້າວ, ພ້ອມກັນນັ້ນຕ້ານການຮົ່ວໄຫຼຂອງລາຍຮັບ ແລະ ຄຸ້ມຄອງງົບປະມານແຫ່ງລັດໄປຕາມທິດຫັນເປັນທັນສະໄໝ, ຈັດສັນແຜນລາຍຈ່າຍງົບປະມານໃຫ້ຂະແໜງການຂັ້ນແຂວງ ແລະ ຂັ້ນເມືອງໃຫ້ມີປະສິດທິພາບ ແລະ ປະສິດທິຜົນຮັບປະກັນການເຄື່ອນ ໄຫວວຽກຕ່າງໆຂອງກົງຈັກພັກ-ລັດໃຫ້ເປັນປົກກະຕິຕາມຄວາມສາມາດຕົວຈິງບົນພຶ້ນຖານການປະຢັດ ແລະ ຕ້ານການຟຸມເຟືອຍ, ຮັບປະກັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ວາລະເຄັ່ງຮ້ອນຂອງລັດຖະບານມີຜົນສຳເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

        ການຈັດຕັ້ງປະຕິບັດແຜນງົບປະມານປີ 2025 ໄດ້ວາງຄາດໝາຍ, ພ້ອມທັງແກ້ໄຂບັນຫາຕ່າງໆທາງດ້ານການເງິນ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການເງິນແຕ່ແຂວງລົງຮອດຂັ້ນເມືອງ, ຄົ້ນຄ້ວາກໍານົດມາດຕະ ການດ້ານລາຍຮັບ ແລະ ມາດຕະການດ້ານລາຍຈ່າຍຈໍານວນໜຶ່ງ, ພ້ອມທັງແກ້ໄຂກົນໄກ, ລະບົບ, ຂອດຂັ້ນຕອນ ຮັບ-ຈ່າຍຢູ່ຂັ້ນແຂວງ ແລະ ຂັ້ນເມືອງໃຫ້ວ່ອງໄວ, ຄ່ອງຕົວຂຶ້ນກ່ວາເກົ່າ, ແນ່ໃສ່ການສ້າງຄວາມເຂັ້ມແຂງທາງດ້ານວິຊາການແຕ່ລະດ້ານໃຫ້ແກ່ພະນັກງານພາຍໃນຂະແໜງການເງິນແຕ່ຂັ້ນແຂວງລົງຮອດເມືອງ, ຮັບປະກັນການປະຕິ ບັດໜ້າທີ່ວຽກງານໄປຕາມທິດຫັນເປັນທັນສະໄໝ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ