ໃນວັນທີ 09 ເມສາ 2025 ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ) ກະຊວງການເງິນ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຄຸ້ມຄອງປະກັນໄພ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໂດຍການເປັນປະທານຂອງທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ມີ ຕາງໜ້າຫ້ອງການ; ບັນດາກົມກ່ຽວຂ້ອງ ພ້ອມດ້ວຍຜູ້ຕາງໜ້າຈາກ ສະມາຄົມປະກັນໄພ ແຫ່ງ ສປປ ລາວ ແລະ ບໍລິສັັດປະກັນໄພ ເຂົ້າຮ່ວມ. ທ່ານ ໄພທູນ ທ່ຽງລະໄມ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ເພື່ອເປັນການສົ່ງເສີມກະຕຸກຊຸກຍູ້ໃຫ້ວຽກງານປະກັນໄພມີການຈັດຕັ້ງປະຕິບັດໄດ້ຢ່າງສົມບູນໃຫ້ຫຼາຍທີ່ສຸດໂດຍການໄດ້ຮັບການຮ່ວມມືຈາກພາກລັດ ແລະ ເອກະຊົນ. ກົມ ຄລປ ໃນນາມເປັນອົງການຄຸ້ມຄອງວຽກງານປະກັນໄພໃນ ສປປ ລາວ ມິຄວາມເຊື່ອໝັ້ນວ່າບັນດາລະບຽບການ ແລະ ນິຕິກໍາ ຕ່າງໆທີ່ໄດ້ອອກມານັ້ນຈະສາມາດຊ່ວຍເຫຼືອໃຫ້ທຸລະກິດປະກັນໄພມີການພັດທະນາໃນທຸກໆປີ ແລະ ສາມາດເຂົ້າເປັນສະມາຊິກຕາມອົງການປະກັນໄພສາກົນໄດ້ກໍານົດໄວ້ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ວຽກງານການຄຸ້ມຄອງປະກັນໄພໃນປີ 2025 ໃຫ້ໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນໃນຂົງເຂດວຽກງານອຸດສາຫະກໍາປະກັນໄພຢູ່ ພາຍໃນ ສປປ ລາວ ຮຽກຮ້ອງໃຫ້ບັນດາທ່ານ ທີ່ມາຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ບໍລິສັດປະກັນ ທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານຄຸ້ມຄອງປະກັນໄພ ປະຈໍາປີ 2024 ແລະ ທິດທາງແຜນການຈັດຕັ້ງປະຕິບັດ ປະຈໍາປີ 2025; ລາຍງານແຜນການນໍາໃຊ້ງົບປະມານບ້ວງການບໍລິການຄຸ້ມຄອງປະຈໍາປີ 0.3% ຂອງຄ່າທໍານຽມປະກັນໄພລວມ;ລາຍງານສະພາບລວມ ກ່ຽວກັບແຜນການດັດສົມບໍລິສັດປະກັນໄພ; ລາຍງານການພັດທະນາລະບົບຄຸ້ມຄອງປະກັນໄພລົດແບບບັງຄັບ ແລະ ການພັດທະນາລະບົບຄຸ້ມຄອງວຽກງານປະກັນໄພ ແບບທັນສະໄໝ. ຂະນະດຽວກັນ, ບັນດາບໍລິສັດປະກັນໄພ ຍັງໄດ້ແລກປ່ຽນຄໍາຄິດເຫັນ ເພື່ອພັດທະນາລະບົບຄຸ້ມຄອງວຽກງານປະກັນໄພ ໃຫ້ຫັນໄປສູ່ເປັນລະບົບທັນສະໄໝ ແລະ ມີປະສິດທິຜົນກວ່າເກົ່າ. ໂອກາດນີ້, ກົມ ຄລປ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ວິທະຍາກອນກິດຕິມະສັກ ທີ່ມີຜົນງານໃນການພັດທະນາບຸກຄະລາກອນ ໃນວຽກງານປະກັນໄພ ອີກດ້ວຍ.