ໃນວັນທີ 09 ເມສາ 2025 ກະຊວງການເງິນ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳງວດ I ແລະ ທິດທາງແຜນການປະຈຳງວດ II ປີ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ມີ ຫົວໜ້າພະແນກ, ຮອງ ພະແນກການເງິນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ ລາຍງານ ສະພາບການຈັດຕັ້ງແຜນງົບປະມານແຫ່ງລັດປະຈຳງວດ I ແລະ ທິດທາງແຜນການປະຈຳງວດ II ປີ 2025 ດັ່ງນີ້: ທາງດ້ານລາຍຮັບທັງໝົດ ລາຍຮັບທັງໝົດສາມາດປະຕິບັດໄດ້ 20,458 ຕື້ກີບ ເທົ່າກັບ 59.85% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 30.04% ຂອງແຜນການປີ ຫຼື ເທົ່າກັບ 5.46% ຂອງ GDP, ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 20,458 ຕື້ກີບ ເທົ່າກັບ 32.63% ຂອງແຜນການ ປີ ຫຼື ເທົ່າກັບ 5.46% ຂອງ GDP, (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 49.13% ເປັນເງິນປະມານ 6,740 ຕື້ກີບ) ປະກອບມີ: ລາຍຮັບສູນກາງ ປະຕິບັດໄດ້ 13,513 ຕື້ກີບ ເທົ່າກັບ 31.24% ຂອງແຜນການປີ ແລະ ລາຍຮັບ ທ້ອງຖິ່ນປະຕິບັດໄດ້ 6,945 ຕື້ກີບ ເທົ່າກັບ 35.73% ຂອງແຜນການປີ, ໃນນີ້: ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 10,279 ຕື້ກີບ ເທົ່າກັບ 30.41% ຂອງແຜນການປີ, ລາຍຮັບພາສີ ປະຕິບັດໄດ້ 5,131 ຕື້ກີບ ເທົ່າກັບ 27.74% ຂອງແຜນການປີ, ລາຍຮັບຊັບສິນ ປະຕິບັດໄດ້ 4,717 ຕື້ກີບ ເທົ່າກັບ 53.60% ຂອງແຜນການປີ, ລາຍຮັບ ຄຸ່ມຄອງວິສາຫະກິດ ລັດລົງທຶນ ປະຕິບັດໄດ້ 331 ຕື້ກີບ ເທົ່າກັບ 20.69% ຂອງແຜນການປີ ແລະ ລາຍຮັບອື່ນໆ ປະຕິບັດໄດ້ 0,22 ຕື້ກີບ. ລາຍຈ່າຍທັງໝົດປະຕິບັດໄດ້ 10.214 ຕື້ກີບ (ລວມມີເງິນຈ່າຍລ່ວງໜ້າຄັງຈໍານວນ 2,467 ຕື້ກີບ) ເທົ່າກັບ 28.08% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 14.22% ຂອງແຜນການປີ, ໃນນັ້ນ: ຂັ້ນສູນກາງ ປະຕິບັດໄດ້ 7,906 ຕື້ກີບ ເທົ່າກັບ 13.44% ຂອງແຜນການປີ ແລະທ້ອງຖິ່ນ ແມ່ນປະຕິບັດໄດ້ 2,308 ຕື້ກີບ ເທົ່າກັບ 16.83% ຂອງແຜນການປີ, ລະອຽດຂອງ ລາຍຈ່າຍແຕ່ລະພາກ ດັ່ງນີ້: ລາຍຈ່າຍບໍລິຫານປົກກະຕິ 9,431 ຕື້ກີບ ເທົ່າກັບ 19.94% ຂອງແຜນການປີ; ລາຍຈ່າຍລົງທຶນ 783 ຕື້ກີບ ເທົ່າກັບ 3.19% ຂອງແຜນການປີ. ໃນໂອກາດນີ້ ທ່ານປະທານ ກອງປະຊຸມໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ເຊິ່ງທ່ານມີຄວາມເຊືີ່ອໝັັ້ນວ່າ ດ້ວຍມູນເຊືັ້ອ ແລະ ຄວາມຮັບຜິດຊອບສູງ ຂອງຄະນະພັກ-ຄະນະນໍາ ຂະແໜງການເງິນ ແຕ່ລະຂັັ້ນ ພວມຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ 2025 ຈະໄດ້ສຸມໃສ່ປະຕິບັດ ບັນດາມາດຕະການຕ່າງໆ ທີີ່ກໍານົດໄວ້ຢ່າງມີຜົນສໍາເລັດພົ້ນເດັັ່ນ ເພື່ອນຳເອົາຈິດໃຈຂອງຜົນກອງປະຊຸມຄັ້ງນີ້ ໄປຕິຕິບັດໃຫ້ບັນລຸຕາມແຜນທີ່ກຳນັດໄວ້.
