ໃນວັນທີ 9 ເມສາ 2025 ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2024 ແລະ ຜ່ານທິດທາງ-ແຜນການປີ 2025, ໂດຍການເປັນປະທານຂອງ ທ່ານ ຈັນສະແຫວງ ບຸນຍົງ ກຳມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່. ໃນກອງປະຊຸມ ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຜົນສໍາເລັດການດໍາເນີນ ທຸລະກິດ ປະຈໍາປີ 2024, ຊຶ່ງສາມາດສ້າງລາຍຮັບໄດ້ 75.99 ລ້ານໂດລາສະຫະລັດ ລື່ນແຜນປີ 28.50%, ທຽບໃສ່ປີ 2023 ເພີ່ມຂຶ້ນ 50.42%, ມີຜົນກໍາໄລ 49.45 ລ້ານໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 126.17%. ນອກຈາກນີ້, ລຮລ ຍັງໄດ້ຊຳລະຕົ້ນທຶນ-ດອກເບັ້ຍຕາມສັນຍາກູ້ຢືມຕໍ່ໃຫ້ກະຊວງການເງິນ 53.08 ລ້ານ ໂດລາສະຫະລັດ, ປະຕິບັດພັນທະອາກອນຕ່າງໆ 8.22 ລ້ານໂດລາສະຫະລັດ ແລະ ຊຳລະໜີ້ເງິນກູ້ໃຫ້ທະນາຄານ ທຸລະກິດພາຍໃນປະເທດຕາມສັນຍາ, 4 ໂຄງການທີ່ ລຮລ ຮວມຖືຮຸ້ນ ສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21.687 ລ້ານກິໂລວັດໂມງ (kWh) ໃນນັ້ນມີ: ໂຄງການໄຟຟ້ານໍ້າເທີນ 2. ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້າເຊປຽນ-ເຊນໍ້ານ້ອຍ ແລະ ໂຄງການໄຟຟ້ານໍ້າງຽບ 1. ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1,289 ລ້ານໂດລາສະຫະລັດ, ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 98.7 ລ້ານໂດລາສະຫະລັດ (ຄ່າພາກຫຼວງ 39.16 ລ້ານໂດລາສະຫະລັດ, ອາກອນກຳໄລ 42 79 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16.75 ລ້ານໂດລາສະຫະລັດ). ພ້ອມກັນນັ້ນ ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງ-ແຜນການປີ 2025 ລຮລ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ, ເອົາໃຈໃສ່ມອບ ພັນທະອາກອນຕ່າງໆ ໃຫ້ລັດຖະບານຢ່າງຄົບຖ້ວນ, ຄົ້ນຄ້ວາການເຂົ້າຮ່ວມລົງທຶນໃນໂຄງການໃໝ່ ໂດຍສະເພາະ ແມ່ນສຶກສາຄວາມເປັນໄດ້ ໃນການຮ່ວມມືພັດທະນາໂຄງການພະລັງງານສະອາດ ກັບຕ່າງປະເທດຕື່ມອີກ ຄຽງຄູ່ກັນນີ້, ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ ເພື່ອເປັນຫົວໜ່ວຍທຸລະກິດໜຶ່ງ ຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ “ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນ ແລະ ຜູ້ສະໜອງທຶນ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ, ບໍລິຫານລາຍຮັບ ແລະ ລາຍຈ່າຍຢາງໂປ່ງໃສ” ນອກຈາກນັ້ນ, ຍັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນ ປະຈຳປີ 2024 ໂດຍການມອບຂອງທ່ານ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຜູ້ອໍານວຍການ ລັດວິສາຫະກິດຖືຮຸ້ນລາວ ແລະ ໃນໂອກາດດັ່ງກ່າວ ກໍ່ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮອງລັດຖະມົນຕີ ອີກດ້ວຍ.
