• ຂ່າວທ້ອງຖິ່ນ
  • |
  • 2025-04-08
  • |
  • ວຽກວິຊາສະເພາະ

          ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ ປະ​ຈຳ​ປີ 2024 ດ້ານ​ລາຍ​ຮັບ-ລາຍ​ຈ່າຍຂອງພະແນກການເງິນແຂວງໄຊຍະບູລີ, ສາມາດຕີລາຄາໄດ້ມີຫຼາຍວຽກທີ່ພົ້ນເດັ່ນທັງພູດສູນກາງ ແລະ ພູດທ້ອງຖິ່ນ​​​ບັນ​ລຸ​ຕາມ​ແຜນ​ການ, ການຈັດເກັບລາຍຮັບໄດ້ລື່ນ​ແຜນ​ການ, ການຄຸ້ມຄອງລາຍ​ຈ່າຍ​ງົບ​ປະ​ມານ​ໄປ​ຕາມ​ແຜນ​ທີ່​ສະ​ພາແຫ່ງຊາດ​ຮັບ​ຮອງ.

          ທ່ານ ປະ​ຖົມ ບຸນຍ​າ​ວົງ ຮອງ​ຫົວ​ໜ້າ​ພະ​ແນກ​ການ​ເງິນ​ແຂວງ​ໄຊ​ຍະ​ບູ​ລີ ໄດ້ໃຫ້ສໍາພາດວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານການເງິນທີ່ຕິດພັນກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງລັດຖະບານ, ແຜນ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາລະແຫ່ຊາດ, ບັນຫາເຄັ່ງຮ້ອນຂອງແຂວງ, ຜັນຂະຫາຍມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ໃນປີ 2024 ນີ້ເປັນປີທີສອງທີ່ກະຊວງການເງິນໄດ້ມອບໂຕເລກລາຍຮັບມາໃຫ້ແຂວງຈັດເກັບລາຍຮັບ, ເພື່ອ​ສ້າງໃຫ້ແຂວງເປັນແຂວງກຸ້ມຕົນເອງທາງດ້ານການເງິນງົບປະມານ. ນອກນັ້ນ, ຍັງໄດ້ຍົກສູງຄວາມເອົາ ໃຈໃສ່ໃນການນໍາພາ-ຊີ້ນໍາສຸມໃສ່ການຊອກຄົ້ນທ່າແຮງ ແລະ ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນພາຍໃນ, ສ້າງ​ຖານ​ລາຍ​ຮັບເພີ່ມຂຶ້ນຕິດພັນກັບການປະຕິບັດວາລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ວາງໄວ້.

          ປັດຈຸບັນທົ່ວແຂວງມີພະນັກງານ-ລັດຖະກອນຂະແໜງການເງິນທັງ ໝົດຈໍານວນ 318 ​ຄົນ, ຍິງ 118 ​ຄົນ, ຢູ່ ຂັ້ນ​ແຂວງ 125  ຄົນ, ຍິງ 53 ຄົນ, ຢູ່ຂັ້ນ​ເມືອງ 193 ຄົນ ຍິງ 65 ຄົນ,ມີກົງຈັກການຈັດຕັ້ງຂຶ້ນກັບ 4 ຂະແໜງການ,3 ​ຂະ​ແໜງການສາຍຕັ້ງ ແລະ ຫ້ອງການ-ການເງິນເມືອງ 11 ເມືອງ, ດ້ານລາຍຮັບໃນປີ 2024 ແ​ຂວງ​ໄຊ​ຍະ​ບູ​ລີ, ໄດ້ຮັບຕົວເລກ​ແຜນເບື້ອງຕົ້ນ 2,092.29 ຕື້​ກີບ,ແຜນດັດແກ້ເພີ່ມ 2,89 ຕື້ກີບ, ລວມແຜນດັດແກ້ທັງໝົດ 2,095.18 ຕື້ກີບ, ແຕ່ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດໝົດປີສາ​ມາດຈັດ​ເກັບ​ລາຍ​ຮັບ​ໄດ້ 2,420.11 ຕື້​ກີບ​ເທົ່າ​ກັບ 115,67% ຂອງ​ແຜນການເບື້ອງຕົ້ນ ຫຼື ເທົ່າກັບ 115,51% ຂອງແຜນດັດແກ້ (ລື່ນແຜນ 15,51%, ເປັນເງິນ 324ຕື້ກວ່າກີບ)​.

          ນອກນີ້,ໃນການຈັດຕັ້ງປະຕິວຽກງານໄລຍະ 1 ປີຜ່ານ​ມາມີຫຼາຍວຽກທີ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີຜົນ ສຳເລັດ ແລະ ​ພົ້ນ​ເດັ່ນເປັນຕົ້ນ: ດ້ານ​ການ​ເມືອງ-ແນວ​ຄິດ, ວຽກການຈັດຕັ້ງ-ພະນັກງານ, ລາຍຮັບພູດສູນກາງ, ລາຍຮັບພາຍໃນແຂວງ, ລາຍ​ຮັບທີ່ສູນກາງມອບໃຫ້ແຂວງ 15 ຫົວ​ໝ່ວຍ, ດ້ານລາຍຈ່າຍ ດຸ່ນດ່ຽງງົບ​ປະ​ມານເກີນດຸນ, ວຽກ​ງານການຫັນເປັນທັນສະໄໝ,​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຕິດ​ພັນ​ກັບ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຫຍາກ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ເງິນ​ຂອງ​ພະ​ແນກ​ການ​ເງິນ​ແຂວງ, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່​​ຊີ້​ນຳໆ​ພາບັນ ດາຂະແໜງການຂຶ້ນກັບຕາມພາລະບົດບາດ, ສິດໜ້າທີ່ເຮັດໃຫ້ການຈັດເກັບລາຍ​ຮັບງົບປະມານພູດສູນກາງ ແລະພູດທ້ອງຖິ່ນໃຫ້​​​ບັນ​ລຸ​ຕາມ​ແຜນ​ການ, ລື່ນ​ແຜນ​ການ, ຄຸ້ມຄອງລາຍ​ຈ່າຍ​ງົບ​ປະ​ມານໄປ​ຕາມ​ແຜນ​ທີ່​ສະ​ພາແຫ່ງຊາດຮັບ​ຮອງຈໍາກັດລາຍຈ່າຍນອກແຜນ.

          ທ່ານ ປະ​ຖົມ ບຸນຍ​າ​ວົງ ກ່າວຕື່ມອີກວ່າ: ຄາດໝາຍສູ້ຊົນ, ທິດທາງແຜນການ, ມາດຕະການປີ 2025 ແຂວງໄຊຍະບູລີ, ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດຈໍານວນ 2,755.30 ຕື້ກີບ, ທຽບໃສ່ແຜນການປີຜ່ານມາເທົ່າກັບ 131,51%; ເພີ່ມ​ຂຶ້ນ 31,51% ເປັນ​ເງິນ 660 ຕື້ກວ່າ​ກີບ. ໃນນີ້, ລາຍຮັບພຸດສູນກາງ 1,355.20 ຕື້ກີບ, ລາຍຮັບຂອງແຂວງ 1,400.10 ຕື້ກີບ; ສ່ວນແຜນລາຍຈ່າຍ 754 ຕື້ກວ່າກີບ. ໃນ​ນີ້​, ມີ​ເງິນບໍລິຫານດ່ານສາກົນ 4 ດ່ານຈໍາວນ 1,50 ຕື້ກີບ. ພ້ອມທັງໄດ້ວາງ​ແຜນວຽກ​ຈຸກ​ສຸມ​ ແລະ ​ບາງມາດ​ຕະ​ການຈັດ​ຕັ້ງ​ປະ​ຕິ​ບັດເພື່ອເຮັດການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການ; ພາຍໃຕ້ຄໍາຂວັນ​ຂອງ​ກະ​ຊວງ​ການ​ເງິນ​ວາງອອກ “ລາຍ​ຮັບ​ພາຍ​ໃນ​ກຸ້ມ​ລາຍ​ຈ່າຍ​ພາຍ​ໃນມີ​ສ່ວນ​ສະ​ສົມໄວ້ ແລະ ບຸກ​ທະ​ລຸ​ການ​ຄຸ້ມ​ຄອງ​ງົບ​ປະ​ມານ​ແຫ່ງ​ລັດ​ ເປັນ​ທັນ​ສະ​ໄໝລວມ​ສູນ”. 

© 2025 Copyright: ກະຊວງການເງິນ, ສປປ ລາວ