• ຂ່າວທ້ອງຖິ່ນ
  • |
  • 2025-04-07
  • |
  • ວຽກວິຊາສະເພາະ

        ໃນວັນທີ 7 ເມສາ 2025 ພະແນກການເງິນ ແຂວງສະຫວັນນະເຂດ ໄດ້ຈັດຕັ້ງປະຕິບັດ ການສະສາງລົດຂອງລັດໃຫ້ພະນັກງານບໍານານ ຂອງແຂວງສະຫວັນນະເຂດ ຕາມຂໍ້ຕົກລົງວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລົດຖະມົນຕີ ສະບັບເລກທີ 478/ຫສນຍ, ລົງວັນທີ 21 ມີນາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023.

        ຜ່ານການເກັບກໍາ ແລະ ກວດກາຂໍ້ມູນປ້ອນເຂົ້າໃນລະບົບຖານຂໍ້ມູນ ໃນການຄຸ້ມຄອງ ແລະ ນໍາໃຊ້ຂື້ນທະບຽນຜ່ານລະບົບ ໂດຍການຕິດ QR Code ມາຮອດທ້າຍງວດ 1 ສົກປີ 2025 ທົ່ວແຂວງ ສາມາດເກັບກໍາໄດ້ແລ້ວ ຈໍານວນ 791 ຄັນ, ໃນນັ້ນ ລົດໃຫຍ່ 292 ແລະ ລົດຈັກ 499 ຄັນ.

         ໃນການສະສາງລົດຂອງລັດ ໃນຄັ້ງນີ້ ແມ່ນໄດ້ດໍາເນີນການສະສາງຕາມເງື່ອນໄຂ ຂັ້ນຕອນ ແລະ ລະບຽບການທີ່ກໍານົດໄວ້ ໄດ້ຈໍານວນ 24 ຄັນ ເປັນປະເພດລົດໃຫຍ່ ທັງໝົດ. ໃນພິທີໄດ້ມີການມອບຂໍ້ຕົກຂອງທ່ານເຈົ້າແຂວງ ວ່າດ້ວຍການສະສາງລົດຂອງລັດ ທີ່ພະນັກງານຮັບອຸດໜູນບໍານານໄດ້ເອົາໄປນໍາໃຊ້ ພ້ອມທັງປົດປ້າຍລົດບໍລິຫານຂອງລັດ (ປ້າຍສີຟ້າ) ຢ່າງເປັນທາງການ ໂດຍການໃຫ້ກຽດຮ່ວມພິທີຂອງ ທ່ານ ໄພສານ ຈັນສີນາ ຮອງຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ການຈັດຕັ້ງປະຕິບັດ ການສະສາງລົດຂອງລັດຂັ້ນແຂວງ, ຄະນະວິຊາການຂະແໜງຄຸ້ມຄອງຊັບສິນແຫ່ງລັດຂອງແຂວງ ແລະ ພະນັກງານອາວຸໂສບໍານານທີ່ໄດ້ຮັບນະໂຍບາຍສະສາງລົດເຂົ້າຮ່ວມ.

© 2025 Copyright: ກະຊວງການເງິນ, ສປປ ລາວ