ໃນວັນວັນທີ 07 ເມສາ 2025, ໄດ້ຈັດຝຶກອົບຮົມຫົວຂໍ້ “ການຄຸ້ມຄອງສັນຍາສຳປະທານ: ການວິເຄາະຜົນໄດ້ ແລະ ຜົນເສຍຂອງການໃຫ້ນະໂຍບາຍດ້ານພາສີ-ອາກອນ” ໂດຍການເປັນປະທານຮ່ວມ ຂອງ ທ່ານ ທຳມະລົດ ຣາຊະພົນ ຫົວໜ້າກົມ ນະໂຍບາຍການເງິນ, ທ່ານ ຟຣອງຊົວ ຊາເວີຍ ດູປອງຈ໌, ຜູ້ອຳນວຍການອົງການຝຣັ່ງເພື່ອການພັດທະນາ (AFD) ປະຈຳ ສປປ ລາວ; ທ່ານ ຄາເລດ ແອັມຣີ ຊ່ຽວຊານວິເຄາະດ້ານການເງິນປະຈຳໂຄງການ, ໂດຍມີ ຜູ້ຕາງໜ້າຈາກກະຊວງ, ກົມກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ທ່ານ ທຳມະລົດ ຣາຊະພົນ ໄດ້ໃຫ້ຄຳເຫັນວ່າ: ຈຸດປະສົງຫຼັກແມ່ນເພື່ອຈັດຕັ້ງການຝຶກອົບຮົມ (ຊຸດທີ 1) ໃຫ້ແກ່ພະນັກງານຈາກ ກະຊວງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງທີ່ມີສ່ວນໃນການຄົ້ນຄວ້າອະນຸມັດ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດໂຄງການສຳປະທານ ຊຶ່ງນັບແຕ່ຊຸມປີ 1990 ເປັນຕົ້ນມາ ລັດຖະບານ ສປປ ລາວ ໄດ້ດຶງດູດການລົງທຶນຈາກຕ່າງປະເທດ (FDI) ໂດຍການໃຫ້ນະໂຍບາຍສົ່ງເສີມການລົງທຶນຍົກເວັ້ນພາສີ-ອາກອນ ໂດຍສະເພາະໂຄງການສຳປະທານ ຂະແໜງພະລັງງານໄຟຟ້າ, ບໍ່ແຮ່, ກະສິກຳ ແລະ ໂຄງລ່າງພື້ນຖານ. ເຖິງຢ່າງໃດກໍ່ຕາມ ການຕິດຕາມ ການຈັດຕັ້ງປະຕິບັດສັນຍາສຳປະທານ ແລະ ນະໂຍບາຍຍົກເວັ້ນທີ່ຖືກອະນຸຍາດທີ່ຜ່ານມາ ເຫັນວ່າຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເນື່ອງຈາກຂະແໜງ ການຍັງຂາດເຄື່ອງມືທີ່ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຕິດຕາມການໃຫ້ນະໂຍບາຍດັ່ງກ່າວ ແລະ ການປະສານງານລະຫວ່າງກະຊວງຍັງບໍ່ເຊື່ອມຈອດກັນເທົ່າທີ່ຄວນ. ຢ່າງໃດກໍ່ຕາມ, ເພື່ອສືບຕໍ່ດຶງດູດການລົງທຶນ FDI ແລະ ຮັບປະກັນການໃຫ້ນະໂຍບາຍສົ່ງເສີມການທຶນໄປຕາມເປົ້າໝາຍກຳນົດ. ເປັນຕົ້ນນະໂຍບາຍທາງດ້ານ ພາສີ-ອາກອນ ສອດຄ່ອງຕາມທິດທາງນະໂຍບາຍຂອງລັດຖະບານ, ສະພາບເສດຖະກິດ-ສັງຄົມ ແລະ ນິຕິກຳ ໃນແຕ່ລະໄລຍະ, ທັງບໍ່ໃຫ້ສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານຂອງລັດຖະບານ, ການປະເມີນ, ວິເຄາະ, ວີໄຈ ການສູນເສຍລາຍຮັບທາງດ້ານພາສີ-ອາກອນ ແລະ ຜົນຕອບແທນທາງດ້ານເສດຖະກິດ-ສັງຄົມ ແມ່ນມີຄວາມຈຳເປັນຈະຕ້ອງໄດ້ທົບທວນ ແລະ ປະເມີນຄືນເປັນປົກກະຕິ. ເຊິ່ງນັບແຕ່ເດືອນເມສາ 2024 ມາຮອດປະຈຸບັນ, ຊ່ຽວຊານສາກົນຝຣັງ ຫຼື Expertise France (EF) ພາຍໃຕ້ອົງການ AFD ໄດ້ເດີນທາງມາຮ່ວມເຮັດວຽກ ແລະ ເກັບກຳຂໍ້ມູນກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນ ທີ່ຕິດພັນກັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ສັນຍາສຳປະທານ (CA), ຂະບວນການເຈລະຈາ CA, ຂະບວນການເຈລະຈານະໂຍບາຍ, ພ້ອມທັງປະເມີນຄວາມຕ້ອງການໃນການສ້າງຂີດຄວາມສາມາດດ້ານຕ່າງໆຂອງບຸກຄະລາກອນທີ່່ກ່ຽວຂ້ອງ ກ່ຽວກັບການຄຸ້ມຄອງໂຄງການສຳປະທານໃຫ້ມີປະສິດທິຜົນ ໂດຍສະເພາະຄວາມສາມາດໃນການຄິດໄລ່ການສູນເສຍລາຍຮັບຈາກການໃຫ້ນະໂນບາຍທາງດ້ານ ພາສີ-ອາກອນ (TE), ການນໍາໃຊ້ເຄື່ອງມືຊ່ວຍວິເຄາະໂຄງການສຳປະທານທີ່ມີທ່າແຮງ, ເຄື່ອງມືຊ່ວຍເຈລະຈາ CA ແລະ ອື່ນໆ.
ການຈັດຝຶກອົບຮົມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 4 ວັນ, ແຕ່ວັນທີ 7-10 ເມສາ 2025, ເຊິ່ງຈະໄດ້ລົງເລິກຝຶກອົບຮົມໃນ 3 ຫົວຂໍ້ສຳຄັນ ຄື: ຄວາມເຂົ້າໃຈພື້ນຖານກ່ຽວກັບການປະເມີນການສູນເສຍລາຍຮັບທາງດ້ານພາສີ-ອາກອນ (Tax Expenditures) ແລະ ເຄື່ອງມືທີ່ກ່ຽວຂ້ອງ; ຍຸດທະສາດການເຈລະຈາສັນຍາສໍາປະທານ (Concession Agreement); ວິທີການນໍາໃຊ້ແບບຈຳລອງດ້ານການເງິນ ແລະ ແບບຈໍາລອງດ້ານເສດຖະກິດ - ເຊິ່ງເປັນເຄື່ອງມືຊ່ວຍວິເຄາະຕົ້ນທຶນ, ກຳໄລ, ແລະ ຜົນກະທົບດ້ານການເງິນຂອງນະໂຍບາຍ ແລະ ໂຄງການ (ໂດຍ ຊ່ຽວຊານໂຄງການດັ່ງກ່າວ).