ໃນວັນທີ 04 ເມສາ 2025 ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ໄດ້ຈັດຝຶກອົບຮົມຂຶ້ນ ກ່ຽວກັບ “ ການວິເຄາະການເງິນ ລົງເລິກພາກປະຕິບັດ ດ້ານການປະເມີນປະສິດທິພາບທຸລະກິດ ແລະ ຄວາມໝັ້ນຄົງ (Practical Financial Analysis – Evaluating Business Performance & Stability)” ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນ ໂດຍທ່ານ ພອນມະນີ ສີສົມພົງ ກຳມະການຄະນະບໍລິຫານງານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຊຶ່ງມີນັກສຳມະນາກອນຈາກກົມຄຸ້ມຄອງການບັນຊີ ກະຊວງການເງິນ, ສະຖາບັນການເງິນ - ການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ມຊ), ສະຖາບັນການທະນາຄານ, ສະມາຊິກບຸກຄົນສາມັນ ຂອງ ສວ-ບກລ, ນັກຝຶກອົບຮົມ CPA ແລະ ບຸກຄົນທົ່ວໄປຈາກຫົວໜ່ວຍທຸລະກິດຕ່າງໆ ລວມໄປເຖິງພະນັກງານວິຊາການ ຈາກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຂົ້າຮ່ວມທັງໝົດ ຈຳນວນ 70 ທ່ານ ເປັນ ຍິງ 41 ທ່ານ. ນັກສຳມະນາກອນ ທີ່ເຂົ້າຮ່ວມ ແມ່ນໄດ້ຜ່ານການຝຶກອົບຮົມ ແລະ ຮັບຟັງການນຳສະເໜີ ທັງຫຼັກການ ແລະ ວິທີການກ່ຽວກັບການວິເຄາະທາງການເງິນ ແລະ ການປະເມີນປະສິດທິພາບ ແລະ ຄວາມໝັ້ນຄົງທາງການເງິນ ນອກນີ້ ນັກສຳມະນາກອນໄດ້ຮ່ວມກັນເຮັດບົດຝຶກຫັດ ໂດຍນຳໃຊ້ຂໍ້ມູນຕົວຢ່າງ ມາຝຶກຊ້ອມໃນການວິເຄາະ ແລະ ປະເມີນຜົນຕາມຮູບແບບຂອງນັກວິເຄາະທາງການເງິນ ໂດຍສົມມຸດເປັນອົງກອນຫົວໜ່ວຍທຸລະກິດຕົນ ຊຶ່ງກໍ່ໄດ້ມີຫຼາຍທ່ານໄດ້ຂຶ້ນນຳສະເໜີ ໃນແງ່ແນວຄິດຂອງແຕ່ລະທ່ານ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນແນ່ໃສ່ເພື່ອຍົກລະດັບຄວາມຮູ້ ດ້ານວຽກງານການວິເຄາະທາງການເງິນ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງຂຶ້ນຕື່ມ ໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມ. ໂດຍເນັ້ນໜັກເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ຍົກສູງພາລະບົດບາດໃຫ້ແກ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ທີ່ເປັນພະນັກງານການເງິນ ແລະ ພະນັກງານບັນຊີ ຈາກຫົວໜ່ວຍທຸລະກິດ, ວິສາຫະກິດທີ່ໃຫ້ບໍລິການບັນຊີ ແລະ ກວດສອບ ແລະ ບັນດາພະນັກງານຄູ-ອາຈານ ຈາກສະຖາບັນການສຶກສາຕ່າງໆ ເພື່ອນຳໄປຈັດຕັ້ງປະຕິບັດ ໂດຍສະເພາະ ການບໍລິຫານການເງິນຂອງອົງກອນ ໃຫ້ມີປະສິດທິພາບ ແລະ ສ້າງຄວາມໝັ້ນໃຈຕໍ່ການຕັດສິນໃຈຂອງ ເຈົ້າຂອງທຸລະກິດ ຫຼື ຜູ້ຖືຮຸ້ນ ໃນອົງກອນໃຫ້ມີຄວາມໜ້າເຊື່ອຖື.
