ໃນວັນທີ 04 ເມສາ 2025 ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານກະຊວງ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ພ້ອມດ້ວຍຄະນະ ລົງມາເຄື່ອນໄຫວເຮັດວຽກຢູ່ກະຊວງການເງິນ. ໃນກອງປະຊຸມ ໄດ້ຮັບຟັງການຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ພ້ອມນັ້ນຍັງໄດ້ຮັບຟັງການຜ່ານມະຕິຂອງສະພາແຫ່ງຊາດ ສະບັບເລກທີ 05/ສພຊ, ລົງວັນທີ 20 ມີນາ 2025 ແລະ ຄຳແນະນໍາຂອງຄະນະປັບປຸງການຈັດຕັ້ງ ສະບັບເລກທີ 465/ຄລສພ, ລົງວັນທີ 27 ມີນາ 2025. ໂອກາດນີ້ ສະຫາຍ ສັນຕິພາບ ພົມວິຫານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານຂອງກະຊວງການເງິນໂດຍສັງເຂບເປັນຕົ້ນແມ່ນ ດ້ານການຈັດຕັ້ງພັກ ອົງຄະນະພັກກະຊວງການເງິນ ມີທັງໝົດ 46 ຮາກຖານພັກ; ໃນນີ້, ມີ 5 ຄະນະພັກຮາກຖານ, 13 ໜ່ວຍພັກຮາກຖານ ແລະ 28 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ດ້ານກົງຈັກການຈັດຕັ້ງລັດ ປະກອບມີ 13 ກົມ, 01 ຫ້ອງການກະຊວງ, 01 ສະຖາບັນການເງິນ-ການບັນຊີ, ມີວິທະຍາໄລການເງິນພາກເໜືອ ແລະ ວິທະຍາໄລການເງິນພາກໃຕ້; ນອກນັ້ນ ສະຫາຍ ຍັງໄດ້ລາຍງານ ແບບແຜນການນຳພາ ແລະ ວິທີການເຮັດວຽກ, ການປັບປຸງກົງຈັກການຈັດຕັ້ງ ແລະ ການພັດທະນາບຸກຄະລາກອນ, ການນຳພາຊີ້ນຳບັນດາວຽກງານທີ່ກ່ຽວຂ້ອງ ແລະ ຍົກໃຫ້ເຫັນ ວຽກຫັນເປັນທັນສະໄໝຂອງກະຊວງການເງິນ. ການຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ໃນການຄຸ້ມຄອງງົບປະມານແຫ່ງລັດ ເຫັນວ່າມີຄວາມຄືບໜ້າຫຼາຍດ້ານ, ມາຮອດປັດຈຸບັນ ໄດ້ສໍາເລັດການພັດທະນາ ແລະ ນໍາໃຊ້ລວມທັງໝົດມີ 05 ລະບົບໃຫ່ຍ, ໃນນັ້ນມີ 04 ລະບົບການຄຸ້ມຄອງເກັບລາຍຮັບ ແລະ 01 ລະບົບສໍາລັບລາຍຈ່າຍ, ວຽກງານທີ່ພົ້ນເດັ່ນ ແມ່ນ: ລະບົບຈັດເກັບຄ່າທໍານຽມ ແລະ ຄ່າບໍລິການ ແລະ ລະບົບຄຸ້ມຄອງການເກັບອາກອນຈາກການຄ້າດີຈີຕ໋ອນ; ລະບົບຄຸ້ມຄອງການເກັບລາຍຮັບຈາກອາກອນທີ່ດິນ. ໃນກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຊີ້ທິດເຢືອງທາງຈາກ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເພື່ອສືບຕໍ່ເອົາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງ ຢູ່ໃນແຕ່ລະຂົງເຂດວຽກງານ ໃຫ້ມີຜົນສຳເລັດ ຕາມລຳດັບຄາດໝາຍທີ່ວາງໄວ້.
