• ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ
  • |
  • 2025-04-03
  • |
  • ຂ່າວເສດຖະກິດ-ການເງິນ

        ໃນວັນທີ 3 ເມສາ 2025, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ຫຼື(ຄລປ) ໄດ້ຈັດກອງປະຊຸມ ແນະນຳທົດລອງວິທີການນຳໃຊ້ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ, ໂດຍການເປັນປະທານ ຂອງ ທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ມີຜູ້ຕາງໜ້າຈາກວິສາຫະກິດລັດລົງທຶນ ຈຳນວນ 33 ຫົວໜ່ວຍທີ່ຮ່ວມທົດລອງນໍາໃຊ້ລະບົບຄຸ້ມຄອງດັ່ງກ່າວ ເຂົ້າຮ່ວມ.

        ໂອກາດນີ້ ທ່ານ ສົມໄຊ ແກ້ວວັນດີ ໄດ້ມີຄຳເຫັນວ່າ: ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກໍ່ຄື ​ກະຊວງ​ການ​ເງິນ ໄດ້ເປັນເຈົ້າການພັດທະນາລະບົບຄຸ້ມຄອງວິສາຫະກິດລັດລົງທຶນເພື່ອຫັນການຄຸ້ມຄອງວິສາຫະກິດລັດລົງທຶນໃຫ້ເປັນທັນສະໄໝ ຮັບປະກັນໃນການຄຸ້ມຄອງຖານຂໍ້ມູນຢ່າງລວມສູນ, ມີຄວາມວ່ອງໄວ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ເປັນຂໍ້ມູນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແບບທັນສະໄໝ ເທຶ່ອລະກ້າວ.

        ລະບົບຄຸ້ມຄອງວິສາຫະກິດລັດລົງທຶນ ແມ່ນອອກແບບການນໍາໃຊ້ໂດຍຜ່ານເວັບໄຊ, ຊຶ່ງເປັນລະບົບອອນລາຍທີ່ບັນດາວິສາຫະກິດສາມາດນໍາໃຊ້ໄດ້ງ່າຍ ໂດຍມີການເຮັດວຽກພາຍໃນລະບົບ 07 ໂມດູດ ໃນການເຮັດວຽກ ຊຶ່ງຈະມີຂັ້ນຕອນສຳຄັນຄື:  ການຈັດການຂໍ້ມູນຂອງວິສາຫະກິດລັດລົງທຶນ; ການກໍານົດແຜນການມອບພັນທະໃຫ້ລັດ; ການຈັດການບັນດານິຕິກໍາ ແລະ ກົດໝາຍ; ການຕິດຕາມທາງດ້ານການເງິນ ແລະ ການດໍາເນີນການເຄື່ອນໄຫວທຸລະກິດ; ການວິເຄາະທາງດ້ານການເງິນ ແລະ ການປະຕິບັດງານຂອງຄະນະສະພາບໍລິຫານ, ຄະນະອໍານວຍການ ແລະ ການດໍາເນີນທຸລະກິດຂອງບັນດາວິສາຫະກິດລັດລົງທຶນ; ການຕິດຕໍ່ສື່ສານ ແລະ ສົນທະນາ ພາຍໃນລະບົບ ແລະ ການເປີດເຜີຍຂໍ້ມູນຂ່າວສານສູ່ສາທາລະນະ.

        ລະບົບດັ່ງກ່າວ ຈະເຂົ້າມາຊ່ວຍເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງ, ກວດກາ ແລະ ປະເມີນຜົນດ້ານການເງິນ, ປະສິດທິຜົນການດໍາເນີນງານຂອງສະພາບໍລິຫານ, ຄະນະອໍານວຍການຂອງບັນດາວິສາຫະກິດລັດລົງທຶນໃນຂອບເຂດທົ່ວປະເທດ. ພ້ອມທັງຊ່ວຍໃນການປະສານສົມທົບ, ດັດສົມ-ອັດຊ່ອງຫວ່າງ ແລະ ແກ້ໄຂບັນຫາຕ່າງໆ ເປັນຕົ້ນ ການຄຸ້ມຄອງຖານຂໍ້ມູນ: ແຕ່ລະຫົວໜ່ວຍຈະມີ ID ຂອງຕົນສະເພາະ ເພື່ອປ້ອນຂໍ້ມູນທັງໝົດເຂົ້າລະບົບ ເຊິ່ງຈະເຮັດໃຫ້ການຄຸ້ມຄອງຂໍ້ມູນເປັນລະບົບ ແລະ ມີຄວາມຊັດເຈນ ຖືກຕ້ອງ-ຄົບຖ້ວນ, ຂໍ້ມູນຈະແຍກລາຍລະອຽດປີກຍ່ອຍທັງໝົດ; ການປະເມີນຜົນການດໍາເນີນທຸລະກິດ, ປະເມີນຜົນຄະນະສະພາບໍລິຫານ ແລະ ຄະນະອໍານວຍການວິສາຫະກິດລັດລົງທຶນ: ລະບົບຈະຂຽນສູດສະເພາະ ເພື່ອປະເມີນຂໍ້ມູນທີ່ແຕ່ລະຫົວໜ່ວຍໄດ້ປ້ອນເຂົ້າ; ການເຜີຍແຜ່ຂໍ້ມູນ: ຈະມີເວັບໄຊ ເພື່ອເປີດເຜີຍໃຫ້ສັງຄົມໄດ້ຮັບຊາບຂໍ້ມູນພື້ນຖານຂອງບັນດາວິສາຫະກິດລັດລົງທຶນທັງໝົດ ສ້າງຄວາມໂປ່ງໃສ ແລະ ຄວາມເຊື່ອໝັ້ນຫຼາຍຂຶ້ນ; ພ້ອມທັງ ເຜີຍແຜ່ນິຕິກໍາຄຸ້ມຄອງວິສາຫະກິດລັດລົງທຶນທັງໝົດ; ເປັນຊ່ອງທາງໃນການນໍາສົ່ງເອກະສານ ລະຫວ່າງ ກະຊວງການເງິນ ແລະ ບັນດາວິສາຫະກິດລັດລົງທຶນ, ເພື່ອຊ່ວຍຫຼຸດຂັ້ນຕອນ, ເປັນການປະຢັດເວລາ ແລະ ງົບປະມານ.

© 2025 Copyright: ກະຊວງການເງິນ, ສປປ ລາວ