ໃນຄັ້ງວັນທີ 3 ເມສາ 2025 ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກໍຄືການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຂະແໜງການເງິນ ນະຄອນຫຼວງວຽງຈັນ. ໃນພິທີ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 03 ເດືອນຕົ້ນປີ ແລະ ຜົນຂອງການເຮັດວຽກຮ່ວມກັນ ຂອງຄະນະຊຸກຍູ້ວຽກງານຄຸ້ມຄອງລາຍຮັບ ໂດຍທ່ານໃຫ້ເຫັນໄດ້ໃນການປະຕິບັດແຜນງົບປະມານແຫ່ງລັດ 3 ເດືອນ ປີ 2025 ແຜນການໝົດປີ 2025 ທັງໝົດ 10.705,70 ຕື້ກີບ, ໃນ 03 ເດືອນຕົ້ນປີ ສາມາດປະຕິບັດໄດ້ແລ້ວ 3.312,76 ຕື້ກີບ ເທົ່າກັບ 30.96% ຂອງແຜນການປີ ໃນນີ້: ລາຍຮັບພູດສູນກາງ ແຜນການ 7.219,10 ຕື້ກີບ, ສາມາດປະຕິບັດໄດ້ 2.214,50 ຕື້ກີບ ເທົ່າກັບ 30,68% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ໄດ້ຮັບແຜນການ 3.486,60 ຕື້ກີບ, ສາມາດປະຕິບັດໄດ້ 1.098,26 ຕື້ກີບ ເທົ່າກັບ 31,55% ຂອງແຜນການປີ, ດ້ານລາຍຈ່າຍແຜນການ 903,66 ຕື້ກີບ, ສາມາດປະຕິບັດໄດ້ 238,36 ຕື້ກີບ ເທົ່າກັບ 26,38% ຂອງແຜນການປີ, ພ້ອມນັ້ນ ຍັງໃຫ້ເຫັນໄດ້ໃນວຽກງານຄຸ້ມຄອງເກັບລາຍຮັບເຂົ້າງົບປະມານ ເປັນຕົ້ນ: ການຄຸ້ມຄອງລາຍຮັບຈາກສ່ວຍສາອາກອນ, ຄວາມຄືບໜ້າຂອງຫົວໜ່ວຍທຸລະກິດພາຍຫຼັງທີ່ໄດ້ມີການເດີນສໍາຫຼວດ, ວຽກງານຄຸ້ມຄອງລາຍຮັບຈາກຊັບສິນແຫ່ງລັດ, ວຽກງານການຄຸ້ມຄອງລາຍຈ່າຍ ແລະ ຜົນການເຮັດວຽກຮ່ວມກັນ ລະຫວ່າງ ຄະນະຊຸກຍູ້ວຽກງານຄຸ້ມຄອງລາຍຮັບ ໂດຍຄະນະດັ່ງກ່າວໄດ້ລົງເລິກເຖິງການກະກຽມ ແລະ ກວດກາຄືນ ວຽກງານຄຸ້ມຄອງ ຕິດຕາມຫົວໜ່ວຍທຸລະກິດ, ການແຈ້ງ-ມອບ ລາຍຮັບ ຂອງຂະແໜງສ່ວຍສາອາກອນ, ລາຍຮັບຊັບສິນແຫ່ງລັດ ແລະ ວຽກງານການສ້າງແຜນລາຍຮັບ ປີ 2026 ມາຮອດປັດຈຸບັນ ແມ່ນສໍາເລັດໂດຍພື້ນຖານ ໃນການຈັດຕັ້ງປະຕິບັດ ແລະ ການສະໜອງຂໍ້ມູນ ຮ່ວມກັນຂອງຄະນະຮ່ວມເຮັດວຽກຂອງກະຊວງການງເນິ ແລະ ພະແນກການເງິນ ນະຄອນຫຼວງວຽງຈັນ. ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຊົມເຊີຍມາຍັງຄະນະພັກ-ຄະນະນຳ ຂອງນະຄອນຫຼວງວຽງຈັນ ທີ່ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳພາຢ່າງໃກ້ຊິດ ຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບສູງຂຶ້ນ, ບຸກທະລຸທາງດ້ານຈິນຕະນາການ, ສ້າງການຫັນປ່ຽນໃນວຽກງານໃຫ້ວ່ອງໄວຂຶ້ນ, ສ້າງກົງຈັກໃຫ້ມີລັກສະນະສົ່ງເສີມໃຫ້ພະນັກງານມີຫົວຄິດປະດິດສ້າງ, ສຸມໃສ່ການຄຸ້ມຄອງ, ຕິດຕາມ ຖານລາຍຮັບຈາກຊັບສິນຂອງລັດ, ຊຸກຍູ້ໃຫ້ຂະແໜງການຕ່າງໆ ນໍາໃຊ້ຊັບສິນທີ່ມີຢູ່ໃຫ້ເກີດມີລາຍຮັບ ແຕ່ຍັງຄົງຮັກສາຊັບສິນຂອງລັດໄວ້ຄືເກົ່າ, ເອົາໃຈໃສ່ຄຸ້ມຄອງຖານລາຍຮັບທີ່ມີ ໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ສາມາດຕິດຕາມກວດກາໄດ້ ເພື່ອເປັນພື້ນຖານໃນການຂຶ້ນແຜນ, ຍົກຖານລາຍຮັບ ແລະ ເກັບລາຍຮັບເຂົ້າງົບປະມານ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການລວມສູນລາຍຮັບງົບປະມານແຫ່ງລັດ ໃຫ້ເປັນເອກະພາບຢູ່ບັນຊີລວມສູນຄັງເງິນ, ສໍາລັບທິດທາງການສ້າງແຜນງົບປະມານແຫ່ງລັດ ປີ 2026 ແມ່ນໃຫ້ສ້າງແຜນຕາມສາລະບານງົບປະມານ ສະບັບປັບປຸງ ທີ່ຄະນະຮັບຜິດ ຊອບຂອງກະຊວງການເງິນໄດ້ລົງເຜີຍແຜ່ແນະນຳ ໃນເດືອນ ມີນາ 2025 ຜ່ານມາ, ຊຶ່ງໃນສາລະບານບັນຊີ-ງົບປະ ມານໃໝ່ ຈະປະກອບດ້ວຍ 7 ອົງປະກອບ ແລະ ໃນການສ້າງແຜນ ແມ່ນສ້າງຕາມອົງປະກອບເສດຖະກິດ, ພ້ອມທັງຕ້ອງສືບຕໍ່ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນໄດ້ມອບໝາຍໃຫ້ ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆ ທີ່ໄດ້ວາງໄວ້ ເພື່ອຍົກສູງຄວາມເປັນເຈົ້າທາງດ້ານເສດຖະກິດ, ຫຼຸດຜ່ອນການເອື່ອຍອີງ ແລະ ເພິ່ງພາຈາກພາຍນອກ ຕາມມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024.
