• ກົມສ່ວຍສາອາກອນ
  • |
  • 2025-03-25
  • |
  • ວຽກຮ່ວມມື

        ໂດຍປະຕິບັດຕາມ​​ການ​​​ເຊື້ອ​ເຊີນ​ຈາກ​ກະຊວງການເງິນ ​ຟີ​ລີ​ປິນ ໃນ​ລະ​ຫວ່າງ​ວັນ​ທີ 25-28  ມີ​ນາ 2025 ຄະນະຜູ້​ແທນທີ່ຖືກແຕ່ງຕັ້ງຈາກກະຊວງການເງິນ ສປປ ລາວ ຈຳນວນ 5 ທ່ານ ຈາກກົມສ່ວຍສາອາກອນ ນຳ​​ໂດ​ຍ ທ່ານ ສາຍ​ມະ​ໂນ​ລິນ ສິນ​ບັນ​ດິດ, ຮອງ​ຫົວ​ໜ້າ​ກົມ​ສ່ວຍ​ສາ​ອາ​ກອນ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມເຈລະຈາ ສົນທິສັນ​ຍາ ເພື່ອຫຼີກ​ເວັ້ນ​ການ​ເກັບ​ອາກອນ​ຊ້ຳ​ຊ້ອນ ແລະ ສະ​ກັດ​ກັ້ນ​ການຫຼົບຫຼີກ​ການ​ເສຍ​ອາ​ກອນ​ລາຍ​ໄດ້ (DTA) ຮອບທີ 2 ຈັດຂຶ້ນທີ່ ເຂດເສດຖະກິດພີເສດ ຄຣາກ, ປາມປານກາ ປະ​ເທດ​ຟີ​ລີ​ປິນ​

        ຈຸດ​ປະ​ສົງ​ຂອງ​ກອງປະຊຸມໃນຄັ້ງນີ້ ແມ່ນ ເຈລະຈາ​ສົນ​ທິ​ສັນ​ຍາເພື່ອຫຼີກເວັ້ນການເກັບ​ອາ​ກອນ​ຊ້ຳ​ຊ້ອນ​ ແລະ ສະກັດກັ້ນການຫຼົບຫຼີກເສຍອາກອນຈາກການເກັບອາກອນລາຍໄດ້ ພ້ອມທັງເປັນ ການສົ່ງ​ເສີມ​ການຮ່ວມມືທາງດ້ານການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 02 ປະ​ເທດ​ຄູ່​ສັນ​ຍາ, ​ຮັບ​ປະ​ກັນ​ ຄວາມ​ສອດຄ່ອງຕາມກົດໝາຍ ແລະ ຄວາມຍຸ​ຕິ​ທຳ​ແກ່​ຜູ້​ເສຍ​ອາ​ກອນ​ໃນ​ການ​ປະ​ຕິ​ບັດ​ພັນ​ທະ ເພື່ອ​ຫຼີກ​​ເວັ້ນການ​ເກັບ​ອາ​ກອນ​ຊ້ຳ​ຊ້ອນ.   ປະ​ຈຸ​ບັນ ສ​ປປ ​ລາວ ໄດ້​ມີ​ສົນ​ທິ​ສັນ​ຍາ​ອາ​ກອນ​ຊ້ຳ​ຊ້ອນ ກັບ 09 ປະ​ເທດ​ໃນ​ອາ​ຊຽນ ແລະ ປະ​ເທດ​ຟີ​ລີ​ປິນ​ເປັນ​ປະ​ເທດ​ສຸດ​ທ້າຍ​ໃນ​ກຸ່ມ​ປະ​ເທດ​ອາ​ຊຽນ​. 

       ການ​​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ອາ​ກອນຊ້ຳຊ້ອນ​ໃນ​ຮອບ​ທີ 1 ​ແມ່ນ​ໄດ້​ສຳ​ເລັດ​ໃນ​ທ້າຍ​ເດືອນ​ທັນ​ວາ 2024 ທີ່ ແຂວງ​ຫຼວງ​ພະ​ບາງ, ສປປ ລາວ. ການ​​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ອາ​ກອນ​ຊ້ຳ​ຊ້ອ​ນ ໃນ​ຮອບ​ທີ 2 ​ຄັ້ງ​ນີ້​ ແມ່ນ​​ໄດ້​ດຳ​ເນີ​ນ​ໄປ​ເປັນ​ເວ​ລາ 03 ວັນ ດ້ວຍບັນ​ຍາ​ກາ​ດ​ອັນຟົດ​ຟື້ນ, ແຫ່ງ​ຄວາມ​ສາ​ມັກ​ຄີ​, ການ​ໃຫ້​ການ​ຮ່ວມ​ມື ແລະ ມີ​ລັກ​ສະ​ນະ​ສ້າງສັນ ພາຍໃຕ້ຄວາມເຂົ້າໃຈ ຊື່ງກັນ ແລະ ກັນ ພ້ອມກັນແລກປ່ຽນຂໍ້ມູນ ແລະ ຄວາມຄິດເຫັນຢ່າງກົງໄປກົງມາ. ຜ່ານການເຈລະຈາໃນຄັ້ງນີ້ ເຫັນວ່າ ມີຄວາມຄືບໜ້າ ແລະ ເອກະພາບ ດ້ານເນື້ອໃນ ໂດຍສ່ວນໃຫຍ່ ແລະ ຍັງມີບາງຈຸດທີ່ຈະຕ້ອງໄດ້ມີການທົບທວນ, ຄົ້ນຄວ້າ ພິຈາລະນາ ຄືນຕື່ມ ເພື່ອ​ນຳ​ສະ​ເໜີ​ໃນການ​ເຈ​ລະ​ຈາ​ໃນ​ຮອບຕໍ່ໄປ. 

        ພາຍຫຼັງສຳເລັດການ​ເຈ​ລະ​ຈາ, ຫົວ​ໜ້າ​ຄະ​ນະຜູ້ແທນ ຈາກກົມສ່ວຍສາອາກອນ, ກະ​ຊວງ​ການ​ເງິນ​ ສປປ​ ລາວ ກໍ​ໄດ້ ​ ສະ​ແດງ​ຄວາມ​ ຂອບໃຈມາຍັງ ຄະນະຜູ້​ແທນ​​ຈາກປະເທດ​ຟີ​ລິ​ປິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ, ພ້ອມ​ທັ​ງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ຜົນ​ສຳ​ເລັດ​ການ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ 02 ປະ​ເທດ​ ຈະ​ເປັນ​ຂີດ​ໝາຍ​ອັນ​ສຳ​ຄັນ ​ໃນ​ການ​ເສີມຂະຫຍາຍການ​ຮ່ວມມື ເຊິ່ງກັນ ແລະ ກັນ ໃນ​ອະນາ​ຄົດ ໂດຍ​ສະ​ເພາະ​ແມ່ນ ຂົງ​ເຂດ​ສ່ວຍສາອາກອນ ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. 

 

© 2025 Copyright: ກະຊວງການເງິນ, ສປປ ລາວ