ໃນລະຫວ່າງວັນທີ 24-25ມີນາ 2025 ທີ່ປະເທດສິງກະໂປ, ຄະນະຜູ້ແທນກະຊວງການເງິນ ນໍາໂດຍ ທ່ານ ສົມໄຊ ແກ້ວວັນດີ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ໄດ້ເຂົ້າຮ່ວມກອງປະຊຸມຄະນະວິຊາການ SEADRIF ຄັ້ງທີ 7 (7th SEADRIF Technical Meeting) ພາຍໃຕ້ການເປັນປະທານຮ່ວມຂອງ ກະຊວງການເງິນ ຍີ່ປຸ່ນ ແລະ ທະນາຄານກາງ ສິງກະໂປ, ມີຜູ້ແທນເຂົ້າຮ່ວມຈາກ 8 ປະເທດສະມາຊິກ SEADRIF, ປະເທດຜູ້ສັງເກດການ, ກອງເລຂາອາຊຽນ, ຄະນະຊ່ຽວຊານຈາກທະນາຄານໂລກ ແລະ ບໍລິສັດປະກັນໄພ SEADRIF. ກອງປະຊຸມຄັ້ງນີ້ ເປັນການສືບຕໍ່ຄົ້ນຄວ້າ, ແລກປ່ຽນຄຳເຫັນ ແລະ ປຶກສາຫາລື ດ້ານວິຊາການ ກ່ຽວກັບ ວຽກງານ SEADRIF ພ້ອມທັງກະກຽມເນື້ອໃນ ເພື່ອລາຍງານ ແລະ ຂໍການຮັບຮອງໃນກອງປະຊຸມສະພາບໍລິຫານ (ກອງປະຊຸມຂັ້ນຮອງລັດຖະມົນຕີການເງິນ - Council of Members: COM) ໂດຍສະເພາະບັນດາຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ການດຳເນີນງານຂອງບໍລິສັດປະກັນໄພ SEADRIF, ເຊິ່ງຈະໄດ້ຈັດຂຶ້ນໃນຕົ້ນເດືອນເມສາ 2025, ທີ່ປະເທດມາເລເຊຍ.
ໃນກອງປະຊຸມ ໄດ້ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດການປະກັນໄພ SEADRIF ຢູ່ປະທດສະມາຊິກ ເປັນຕົ້ນແມ່ນສຳເລັດການຈ່າຍສິນປະກັນໄພໃຫ້ແກ່ ສປປ ລາວ ຈາກໄພນໍາຖ້ວມ ຈຳນວນ 03 ລ້ານ ໂດລາ ສຫລ ຈາກຜົນກະທົບຂອງໃຕ້ຝຸ່ນຢາກິ ໃນລະຫວ່າງເດືອນ ກັນຍາ 2024, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສິ່ງທ້າທາຍໃນການສະໜອງປະກັນໄພ SEADRIF ໃຫ້ແກ່ປະເທດສະມາຊິກ (ຟິລິບປິນ, ອິນໂດເນເຊຍ ແລະ ກຳປູເຈຍ) ແລະ ບາງທິດທາງເພື່ອແກ້ໄຂ, ແລກປ່ຽນ ແລະ ປຶກສາຫາລື ການສ້າງຄວາມເຂັ້ມແຂງໃຫ້ວຽກງານການບໍລິຫານຄຸ້ມຄອງບໍລິສັດປະກັນ SEADRIF ໂດຍສະເພາະຮັບຮອງແຜນການປັບປຸງຄູ່ມືການດໍາເນີນງານ Mannual ລວມທັງການໃຫ້ຄໍາແນະນໍາ ແລະ ຮັບຮອງ ແຜນວຽກປະຈໍາປີ 2025 ແລະ ທິດທາງເຄື່ອນໄຫວໃນຕໍ່ໜ້າ.
ພ້ອມນີ້, ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ປຶກສາຫາລືຮ່ວມກັບ ບໍລິສັດປະກັນໄພ SEADRIF ກ່ຽວກັບ ເງື່ອນໄຂ ແລະ ຮ່າງສັນຍາປະກັນໄພ SEADRIF ສະບັບໃໝ່ຂອງ ສປປ ລາວ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ ຫຼື ພຶດສະພາ 2025 ເພື່ອໃຫ້ໄດ້ຮັບການຄຸ້ມຄອງຕື່ມອີກ 2 ປີ (2025-2027).