• ສະຖາບັນການເງິນ – ການບັນຊີ
  • |
  • 2025-03-22
  • |
  • ວຽກວິຊາສະເພາະ

        ໃນວັນທີ 22 ມີນາຜ່ານມາ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຫຼື (ສວ-ບກລ) ໄດ້ຮ່ວມກັບ ສະຫະພັນນັກບັນຊີຣາຊະອານາຈັກອັງກິດ ຫຼື ACCA  ໄດ້ຈັດຝຶກອົບຮົມ ກ່ຽວກັບ “ ເຄື່ອງມືທາງການເງິນຕາມມາດຕະຖານ IAS 32, IFRS 9F IFRS 7 (Financial Instruments IAS32, IFRS 9 and IFRS 7 ) ຂຶ້ນທີ່ ສວ-ສກສ (ດົງຄຳຊ້າງ) ການຝຶກອົບຮົມດັ່ງກ່າວໄດ້ດຳເນີນມາເປັນເວລາເຄິ່ງວັນ. ໂດຍການເຂົ້າຮ່ວມເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ທ່ານ ຣັດນາ ນູ ຜູ້ຈັດການ ACCA ລາວ ແລະ ກຳປູເຈຍ, ທ່ານ ສອນໄຊ ສີລາເພັດ ປະທານສະພາວີຊາຊີບ ແລະ ນັກກວສອບ ພ້ອມດ້ວຍນັກສຳມະນາກອນ 31 ທ່ານ ເຂົ້າຮ່ວມ.

        ຈຸດປະສົງຂອງການຝຶກອົບ¬ຮົມຄັ້ງນີ້ ແມ່ນແນ່ໃສ່ເພື່ອຍົກລະດັບຄວາມຮູ້ ດ້ານມາດຕະຖານສາກົນການສ້າງເອກະສານລາຍງານການເງິນ ຕາມມາດຕະຖານ IAS 32, IFRS 9 and IFRS 7  ທີ່ ສວ-ບກລ ແລະ ACCA ໄດ້ຮ່ວມຈັດຂຶ້ນ ໂດຍແນວທາງແມ່ນອີງໃສ່ພາລະບົດບາດຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເພື່ອຕ້ອງການຍົກລະດັບຄວາມຮູ້ຄວາມສາມາດດ້ານມາດຕະຖານສາກົນ ໃຫ້ແກ່ສະມາຊິກທີ່ເຮັດການບັນຊີ ແລະ ກວດສອບ ມີຄວາມໜັກໜ້ນ ແລະ ເລິກເຊິ່ງຂຶ້ນຕື່ມ.   

        ໂດຍມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ ຈຳນວນ 31 ທ່ານ ເປັນ ຍິງ 23 ທ່ານ. ທີ່ມາເຂົ້າຮ່ວມທັງໃນນາມ ສະມາຊິກ ສວ-ບກລ, ນັກຝຶກອົບຮົມ CPA, ແລະ ມາທັງໃນນາມ ບໍລິສັດທີ່ເປັນນິ ຕິບຸກຄົນ ແລະ ແຂກຮັບເຊີນຂອງ ສວ-ບກລ.

        ການຝຶກອົບຮົມແມ່ນໄດ້ເນັ້ນໜັກເນື້ອໃນ 3 ຫົວຂໍ້ໃຫຍ່ດັ່ງນີ້:

        IAS 32 Financial Instruments Presentation. Define financial instru ments; Principles of classification and presentation; Financial asset; Financial liability; Equity; Compound instrument

        IFRS 9 Financial Instruments.Classification and measurement of financial assets and financial liabilities; De-recognition of financial assets and financial liabilities; Hedge accounting; Impairment.

        IFRS 7 Financial Instruments Disclosures. Disclosure requirements for financial instruments; Explanation of the risks of an instrument.

© 2025 Copyright: ກະຊວງການເງິນ, ສປປ ລາວ