ໃນວັນທີ 20 ມີນາ 2025 ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ຄະນະນໍາກະຊວງການເງິນ ເຊິ່ງປະກອບມີ 02 ສະຫາຍ ຄື : ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ແລະ ສະຫາຍ ບຸນປອນ ວັນນະຈິດ ອະດີດ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ.

ໃນພິທີ ສະຫາຍ ພູວົງ ກິດຕະວົງ ກຳມະການປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 427/ຄລສພ, ລົງວັນທີ 14 ມີນາ 2025 ເຊິ່ງໄດ້ຕົກລົງ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກ ກະຊວງການເງິນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີ ສະມາຊິກພັກ ປະຈຳການ ແລະ ສະມາຊິກພັກ ບຳນານ.

ໂອກາດດັ່ງກ່າວ, ສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຂຶ້ນກ່າວຄໍາສັນລະເສີນ ໂດຍໃຫ້ຮູ້ວ່າ: ການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫຼຽນກາກຽດຕິຄຸນ ອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈໍາການ ແລະ ພະນັກງານບໍານານ ເຊິ່ງມີຜົນງານອັນໃຫຍ່ຫຼວງ, ມີວິລະກໍາອັນລໍ້າເລີດ, ເປັນແບບຢ່າງອັນປະເສີດ ໃຫ້ແກ່ຮຸ່ນສືບທອດ, ທີ່ໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ໃຫ້ແກ່ປະເທດຊາດ. ການຈັດຕັ້ງພິທິ ປະດັບຫຼຽນກາລະນຶກ 70 ປີ ໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ.




ພວກເຮົາ ທີ່ເປັນຮຸ່ນສືບທອດ ຈະຮ່ຳຮຽນເອົາແບບຢ່າງຄຸນສົມບັດ ສິນທໍາປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະເຫື່ອແຮງ ແລະ ທຸ້ມເທແຮງໃຈ ເຂົ້າໃນການປະຕິບັດໜ້າທີ່ວຽກງານ, ມີຄວາມສື່ສັດບໍລິສຸດ ຈົງຮັກພັກດີ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໄວ້ເປັນແວ່ນແຍງແຫ່ງເສັ້ນທາງກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວຕະຫຼອດໄປ.



