ໃນວັນທີ 18 ມີນາ 2025 ກົມກວດກາລັດ ກະຊວງການເງິນ ໄດ້ເປີດກອງປະຊຸມວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງຄະນະກວດກາພັກ ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ກໍາມະການພັກກະຊວງ ຮອງປະທານກວດກາພັກ ເລຂາໜ່ວຍພັກຮາກຖານກົມກວດກາລັດ, ມີຕາງໜ້າຈາກອົງການກວດກາແຫ່ງລັດ, ບັນດາເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະກວດກາກະຊວງ, ຜູ້ຮັບຜິດຊອບວຽກງານກວດກາຢູ່ບັນດາຮາກຖານພັກ ແລະ ພະນັກງານກວດກາເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ອຸບັນ ສຸພິດາ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານບົດສະຫຼູບວຽກງານກວດກາ ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະຜ່ານມາ ແລະ ນໍາເອົາຜົນສໍາເລັດດັ່ງກ່າວມາ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນສໍາເລັດໃຫຍ່ກວ່າເກົ່າ. ໃນບົດສະຫຼຸບສະຫາຍໃຫ້ເຫັນໄດ້ ຫຼາຍວຽກງານທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ວຽກງານທີ່ພົ້ນເດັ່ນແມ່ນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຢູ່ບັນດາທ້ອງຖິ່ນ ແລະ ດ່ານພາສີສາກົນໃນຂອບເຂດທົ່ວປະເທດ ຊຶ່ງຍັງພົບເຫັນການລະເມີດບັນນິຕິກຳທີ່ກ່ຽວຂ້ອງຂອງຂະແໜງການ ເປັນຕົ້ນແມ່ນການນຳເຂົ້າສິນຄ້າໃນລະບົບຄໍ້າປະກັນ ທີ່ຍັງຄ້າງສະສາງ ຊຶ່ງສ່ວນຫຼາຍແມ່ນບັນດາຂະແໜງການທີ່ມີການອະນຸຍາດນຳເຂົ້າແລ້ວບໍ່ມາສະສາງ, ຄຽງຄູ່ກັນນັ້ນ ກໍ່ໄດ້ດຳເນີນການແຈ້ງຊັບສິນລາຍຮັບ ພະນັກງານ-ລັດຖະກອນທີ່ ທີ່ໄດ້ຮັບການເລື່ອນຕໍາແໜງ ແລະ ຍົກຍ້າຍໄປຮັບໜ້າທີ່ໃໝ່ ທີ່ກະຊວງການເງິນຄຸ້ມຄອງ ແລະ ຍັງໄດ້ເຂົ້າເປັນຄະນະສຶບສວນສອບຮ່ວມກັບອົງການກວດກາແຫ່ງລັດ ໃນການລົງເກັບກໍາຂໍ້ມູນ, ກວດກາ ແລະ ຕິດຕາມການດໍາເນີນຄະດີ ສາມາດໄດ້ຍຶດຊັບສິນ ແລະ ອາຍັດເງິນໃນບັນຊີທີ່ມີສ່ວນກ່ຽວຂ້ອງ 50 ບັນຊີ ເພື່ອດໍາເນີນການສືບສວນຂະຫຍາຍຜົນຫາຄວາມເຊື່ອມໂຍງກັບຜູ້ຖືກຫາ ແລະ ສາມາດເກັບກູ້ເງິນທີ່ຕົກເຮ່ຍເສຍຫາຍຄືນໃຫ້ແກ່ລັດໄດ້ ເປັນເງິນກີບຈໍານວນ: 12,316,497,080 ຕື້ກີບ, ເງິນໂດລາຈໍານວນ: 265,919 ໂດລາ ແລະ ເງິນບາດຈໍານວນ: 24,889,060 ບາດ.

ໂອກາດດັ່ງກ່າວ, ສະຫາຍ ສັນຕິພາບ ພົມວິຫານ ຍັງໄດ້ມີຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ເອົາໃຈໃສ ຊີ້ນໍາວຽກງານກວດກາ ຢ່າງເຂັ້ມແຂງ ສາມາດຊອກເຫັນປະກົດການ ທີ່ລະເມີດກົດໝາຍ ຢູ່ກົງຈັກຂອງ ພັກ-ລັດ, ຄະນະພັກ-ຄະນະນໍາ ແຕ່ລະຂັ້ນ ຕ້ອງກະຕຸກຊຸກຍູ້ ໃນວຽກງານຕິດຕາມ, ກວດກາ ຢ່າງເດັດຂາດ, ແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ ເປັນຕົ້ນ ກວດກາການປະຕິບັດ ລະບຽບຂອງພັກ, ມະຕິຄໍາສັ່ງ, ຂໍ້ກຳນົດ, ກົດໝາຍຂອງລັດ ຖືສຳຄັນບູລິມະສິດ ຕໍ່ການສະກັດກັ້ນຕ້ານ ການສໍ້ລາດບັງຫລວງ ໃນກົງຈັກການຈັດຕັ້ງ, ໃນຖັນແຖວສະມາຊິກພັກ-ພະນັກງານ, ການແກ້ໄຂປະກົດການ ຫຍໍ້ທໍ້ ຖືເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ. ພ້ອມນັ້ນ ສະມາຊິກພັກ-ພະນັກງານ ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ຕື່ມກ່ຽວກັບການເຄື່ອນໄຫວວຽກງານກວດກາ ໂດຍສະເພາະການກວດກາການຄຸ້ມຄອງລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ ແລະ ຄະນະພັກທຸກຂັ້ນຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນໍາ ເອົາໃຈໃສ່ຕໍ່ການຕິດຕາມກວດກາ ການປະຕິບັດກົດລະບຽບຂອງພັກ, ການຄຸ້ມຄອງການບໍລິຫານລັດ, ສຸມໃສ່ການເຄື່ອນໄຫວຕີຖອຍການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ, ປັບປຸງກົງຈັກການຈັດຕັ້ງ ຄະນະກວດກາແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເປັນແຜນວຽກ, ແຜນງານລະອຽດຕາມການເຄື່ອນໄຫວວຽກງານກວດກາປົກກະຕິປະຈໍາປີ 2025 ທີ່ຄະນະນໍາກະຊວງໄດ້ຮັບຮອງ ແລະ ແຜນດໍາເນີນງານກວດກາຮອບດ້ານຂອງຄະນະກວດກາພັກກະຊວງການເງິນປະຈໍາປີ 2025.


