ຄະນະຮັບຜິດຊອບຈາກກະຊວງການເງິນ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 8 ເດືອນ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2026, ພ້ອມທັງຕິດຕາມການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ ຄຳແນະນຳ ສະບັບເລກທີ 1156/ກງ, ລົງວັນທີ 8 ພຶດສະພາ 2022 ກ່ຽວກັບການແບ່ງຂັ້ນຄຸ້ມຄອງງົບປະມານຂອງແຂວງ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ສິດທິຣົດ ຣາຊະພົນ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ. ທອງປະເສີດ ໄຊຍະລາດ, ຮອງປະທານຄະນະກຳມະການປົກຄອງແຂວງໄຊສົມບູນ; ໂດຍມີຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງກະຊວງການເງິນ, ພະແນກການເງິນແຂວງ ແລະ ບັນດາພະແນກການໃນຂົງເຂດເສດຖະກິດອ້ອມຂ້າງແຂວງ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດດຳລັດ 414/ລບ ແລະ ຄຳແນະນຳ ສະບັບເລກທີ 1156/ກງ ຖືເປັນກົນໄກທີ່ມີຄວາມສຳຄັນຢ່າງຍິ່ງ ໃນການຂັບເຄື່ອນການພັດທະນາແຂວງໄຊສົມບູນໃຫ້ມີການຂະຫຍາຍຕົວດີຂຶ້ນຢ່າງຈະແຈ້ງ ເມື່ອທຽບໃສ່ໄລຍະຜ່ານມາ. ໂດຍສະເພາະດ້ານລາຍຮັບ, ນັບຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດດຳລັດດັ່ງກ່າວໃນປີ 2020 ເປັນຕົ້ນມາ ສາມາດຈັດເກັບລາຍຮັບໄດ້ເກີນແຜນການ, ເຊິ່ງໄດ້ສ້າງຄວາມເຂັ້ມແຂງໃຫ້ກັບທ້ອງຖິ່ນ ທັງໃນການພັດທະນາພື້ນຖານໂຄງລ່າງ, ການບໍລິການ ແລະ ຂົງເຂດອື່ນໆ.
ໃນກອງປະຊຸມ, ທ່ານ ປອ. ສິດທິຣົດ ຣາຊະພົນ ໄດ້ເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງການແບ່ງຂັ້ນຄຸ້ມຄອງງົບປະມານ ເຊິ່ງຈະສິ້ນສຸດລົງໃນປີ 2029. ດັ່ງນັ້ນ, ຈຳເປັນຕ້ອງໄດ້ມີການປະເມີນຄືນຢ່າງລະອຽດ ໃນ 6 ຂະແໜງການບູລິມະສິດ ເພື່ອຕີລາຄາຜົນສຳເລັດ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ປຽບທຽບຄວາມຄືບໜ້າກ່ອນ ແລະ ຫຼັງການຈັດຕັ້ງປະຕິບັດດຳລັດ 414/ລບ. ທັງນີ້ ກໍເພື່ອເກັບກຳຂໍ້ມູນມາປັບປຸງການຈັດຕັ້ງປະຕິບັດໃນໄລຍະທີ່ຍັງເຫຼືອໃຫ້ມີປະສິດທິພາບ ແລະ ຮັບປະກັນໃຫ້ແຂວງໄຊສົມບູນ ມີຖານລາຍຮັບທີ່ໝັ້ນຄົງ, ຍືນຍົງ.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຫຼັກ ເປັນຕົ້ນ: ກະສິກຳ ແລະ ສິ່ງແວດລ້ອມ, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງເປັນຂະແໜງການສ້າງພື້ນຖານເສດຖະກິດ ແລະ ລາຍຮັບທີ່ໝັ້ນຄົງໃຫ້ທ້ອງຖິ່ນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ເພື່ອຊອກຫາວິທີທາງປັບປຸງ ແລະ ແກ້ໄຂບັນຫາຄົງຄ້າງໃນຕໍ່ໜ້າ.

ໃນໂອກາດເຄື່ອນໄຫວໃນຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ຍັງໄດ້ລົງເຮັດວຽກຮ່ວມກັບອຳນາດການປົກຄອງເມືອງອານຸວົງ ແລະ ເມືອງລ້ອງຊານ, ເຮັດວຽກຮ່ວມກັບຄະນະບໍລິຫານກອງທຶນພັດທະນາແຂວງໄຊສົມບູນ, ພ້ອມທັງໄດ້ລົງຕິດຕາມກວດກາຫົວໜ່ວຍການຜະລິດ ທີ່ນຳໃຊ້ແຫຼ່ງທຶນຈາກກອງທຶນພັດທະນາແຂວງໄຊສົມບູນຕື່ມອີກ.