ສປປ ລາວ - ສ.ເບລາຣຸດຊີ ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືວຽກງານຫຼາຍດ້ານ

ໃນວັນທີ 25 ກັນຍາ 2025 ໄດ້ສືບຕໍ່ຈັດກອງປະຊຸມຄົບຄະນະກໍາມາທິການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ເບລາຣຸດຊີ ຄັ້ງທີ IV ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ແຫ່ງ ສປປ ລາວ, ປະທານຄະນະກຳມາທິການຮ່ວມມື ລາວ-ເບລາຣຸດຊິ ແລະ ທ່ານ ເຊຣເກ ສະຕາເລຍຊຸກ (Siarhei Staliarсhuk) ປະທານຄະນະກຳມາທິການຮ່ວມມື ເບລາຣຸດຊີ-ລາວ, ຜູ້ອຳນວຍການ ທະນາຄານພັດທະນາ ແຫ່ງ ສ. ເບລາຣຸດຊີ; ມີຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເບິ່ງຂ່າວເພີ່ມເຕິມ

ຂ່າວ ສາມອົງການຈັດຕັ້ງ

ເຂົ້າເບິ່ງທັງໝົດ

ເຂົ້າເບິ່ງໃນປີນີ້

ເຂົ້າເບິ່ງໃນເດືອນນີ້

ເຂົ້າເບິ່ງໃນມື້ນີ້

© 2025 Copyright: ກະຊວງການເງິນ, ສປປ ລາວ