ໃນວັນທີ 21 ສິງຫາ 2026, ໜ່ວຍພັກຮາກຖານ ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ຈັດກອງປະຊຸມສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ ແລະ ພະນັກງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ປະດັບຫຼຽນກາທີ່ລະນຶກ 50 ປີ ພ້ອມໃບຍ້ອງຍໍໃຫ້ບູກຄົນທີ່ມີຜົນງານດີເດັ່ນ. ໂດຍການເປັນປະທານຂອງທ່ານ ທຳມະຣົດ ລາຊະພົນ, ເລຂາໜ່ວຍພັກຮາກຖານ ກົມຄຸ້ມຄອງຊັບສິນແຫ່ງລັດ, ພ້ອມດ້ວຍຄະນະພັກ, ສະມາຊິກພັກເຂົ້າຮ່ວມ
ໃນກອງປະຊຸມ, ໄດ້ຜ່ານບົດສະຫຼຸບການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2026. ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ
ຄະນະພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານ-ລັດ ຖະກອນ ຢ່າງເປັນປົກກະຕິ. ມີການຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຂອງພັກ-ລັດ. ເຮັດໃຫ້ສະມາຊິກພັກມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຈົງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ; ວຽກງານກໍ່ສ້າງພັກ: ໄດ້ສຸມໃສ່ປັບປຸງການຈັດຕັ້ງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ; ວຽກງານພະນັກງານ: ໄດ້ດຳເນີນການຄຸ້ມຄອງ, ບັນຈຸ ແລະ ສັບຊ້ອນໜ້າທີ່ຕຳແໜ່ງໃຫ້ພະນັກງານ ໂດຍອີງໃສ່ຄວາມຮູ້ຄວາມສາມາດ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ. ພ້ອມທັງໄດ້ສົ່ງພະນັກງານໄປຍົກລະດັບທັງດ້ານທິດສະດີການເມືອງ ແລະ ວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ.
ຄຽງຄູ່ກັບຜົນງານ, ກອງປະຊຸມຍັງໄດ້ກົງໄປກົງມາ ຊີ້ໃຫ້ເຫັນບາງຈຸດອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນແມ່ນ: ການນຳພາ-ຊີ້ນຳ ບາງດ້ານຍັງບໍ່ທັນເລິກເຊິ່ງ, ສະມາຊິກພັກບາງສະຫາຍ ຍັງຂາດຄວາມຫ້າວຫັນ ແລະ ການກວດກາພາຍໃນ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍປະທານໄດ້ກ່າວມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນຳໜ້າ, ບຸກທະລຸຂໍ້ຄົງຄ້າງ, ຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ແລະ ສຸມທຸກສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິບັດທິດທາງແຜນການ 6 ເດືອນທ້າຍປີ 2026 ໃຫ້ປາກົດຜົນເປັນຈິງ ແລະ ບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.
ໃນຕອນທ້າຍ ຍັງໄດ້ມີພິທີ ປະດັບຫຼຽນກາທີ່ລະນຶກ 50 ປີ ພ້ອມໃບຍ້ອງຍໍໃຫ້ບູກຄົນທີ່ມີຜົນງານດີເດັ່ນ ຕາມດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາ ປະນາ ສປປ ລາວ ສະບັບເລກທີ 282/ປປທ, ລົງວັນທີ 20 ພະຈິກ 2025 ຢ່າງສົມກຽດ ພ້ອມທັງມອບໃບຍ້ອງຍໍໃຫ້ບຸກຄົນທີ່ມີຜົນງານດີເດັ່ນປະຈຳປີ 2025 ອີກດ້ວຍ.