ວັນທີ 24 ສິງຫາ 2026, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມ ທາບທາມ (ຮ່າງ) ຄຳແນະນຳ ວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024. ໂດຍການເປັນປະທານຂອງ ທ່ານ ສຸພັນ ວິລະວົງ, ຮອງຫົວໜ້າກົມສ່ວຍສາອາກອນ; ມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ, ຊ່ຽວຊານພາຍໃນຈາກທະນາຄານໂລກ, ຄະນະພະແນກອ້ອມຂ້າງກົມສ່ວຍສາອາກອນ ແລະ ສ່ວຍສາອາກອນປະຈຳແຂວງພາກກາງ ເຂົ້າຮ່ວມ.
![]() | ![]() |
ກອງປະຊຸມຄັ້ງນີ້ ຖືເປັນກອງປະຊຸມຄັ້ງປະຖົມມະລຶກຢູ່ພາກກາງ ໂດຍມີຈຸດປະສົງເພື່ອທາບທາມຄຳເຫັນ ຕໍ່ (ຮ່າງ) ຄຳແນະນຳດັ່ງກ່າວ ເຊິ່ງຈະນຳມາປ່ຽນແທນ ຄຳແນະນຳ ເລກທີ 1939/ກງ. ທັງນີ້ ເພື່ອເປັນເວທີໃຫ້ພະນັກງານຫຼັກແຫຼ່ງ ແລະ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ເນື້ອໃນຂອງຄຳແນະນຳມີຄວາມສົມບູນ, ຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
![]() | ![]() | ![]() |
ສຳລັບກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 60/ສພຊ ໄດ້ຖືກປະກາດໃຊ້ຢ່າງເປັນທາງການ ນັບແຕ່ເດືອນມີນາ 2025 ເປັນຕົ້ນມາ. ໃນກົດໝາຍສະບັບນີ້ ໄດ້ມີການປ່ຽນແປງຫຼັກໆ ທີ່ແຕກຕ່າງຈາກສະບັບກ່ອນຢ່າງຊັດເຈນ ເປັນຕົ້ນແມ່ນ: ການຍົກເລີກການຍົກເວັ້ນອາກອນມູນຄ່າເພີ່ມບໍ່ໃຫ້ມີການຍົກເວັ້ນອາກອນມູນຄ່າເພີ່ມ (VAT) ໃນເວລານຳເຂົ້າ ສຳລັບ ວັດຖຸດິບ, ແຮ່ທາດ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດເພື່ອສົ່ງອອກ; ວັດຖຸປະກອນທີ່ບໍ່ສາມາດສະໜອງ ຫຼື ຜະລິດໄດ້ໃນ ສປປ ລາວ ແລະ ພາຫະນະກົນຈັກເພື່ອເປັນຊັບສົມບັດຄົງທີ່ ແລະ ຮັບໃຊ້ການຜະລິດໂດຍກົງ ເຊິ່ງສອດຄ່ອງກັບການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ໂດຍ ທຸກຫົວໜ່ວຍຈຸນລະວິສາຫະກິດ ທີ່ສ້າງຕັ້ງຜ່ານຂະແໜງອຸດສາຫະກຳ ແລະ ການຄ້າ ລວມທັງຂະແໜງການລົງທຶນ ແມ່ນຕ້ອງໄດ້ເຂົ້າລະບົບອາກອນມູນຄ່າເພີ່ມ (VAT)ຕາມລະບຽບການໄດ້ກຳນົດໄວ້.




