ວັນທີ 23 ສິງຫາ 2026, ຄັງເງິນແຫ່ງລັດ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ປະຈຳປີ 2026 ເຊິ່ງຈັດຂຶ້ນເປັນເວລາ 5 ວັນ (24–28 ສິງຫາ 2026). ໂດຍໃຫ້ກຽດເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳຂອງທ່ານ ວັນເພັງ ກ້ານ, ຮອງຫົວໜ້າຄັງເງິນແຫ່ງລັດ; ມີຕາງໜ້າພະແນກ, ຄະນະຮັບຜິດຊອບ, ນັກວິທະຍາກອນ, ບໍລິສັດຜູ້ພັດທະນາລະບົບ, ພ້ອມດ້ວຍນັກສຳມະນາກອນຈາກຄັງເງິນສູນກາງ, ຄັງເງິນປະຈຳ 06 ແຂວງ, ຄັງເງິນປະຈຳ 24 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຈັດຕັ້ງປະຕິບັດຕາມແຜນພັດທະນາຂະແໜງຄັງເງິນ ໄລຍະ 5 ປີ (ກຳນົດໃຫ້ພະນັກງານ-ລັດຖະກອນ ຕ້ອງໄດ້ຜ່ານການຝຶກອົບຮົມຢ່າງນ້ອຍ 40 ຊົ່ວໂມງ/ຄົນ/ປີ) ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ດ້ານວິຊາສະເພາະ ແລະ ເສີມຂະຫຍາຍການຫັນເປັນທັນສະໄໝ ໃນວຽກງານການເງິນພາກລັດ.
![]() | ![]() |
ໃນພິທີ, ທ່ານ ວັນເພັງ ກ້ານ ໄດ້ເນັ້ນໜັກໃຫ້ສຸມໃສ່ການຈັດຕັ້ງປະຕິບັດຕົວຈິງ ໃນການນຳໃຊ້ລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ທັງດ້ານທິດສະດີ ແລະ ພຶດຕິກຳ. ໂດຍຫຼັກສູດປະກອບມີ 4 ເນື້ອໃນຫຼັກດັ່ງນີ້:
1. ເຜີຍແຜ່ນິຕິກຳຕິດພັນ, ຮູບແບບບັນຊີລວມສູນ TSA ແລະ ການຊຳລະລາຍຈ່າຍງົບປະມານຜ່ານ TSA.
2. ການບັນທຶກບັນຊີລາຍຮັບ, ປະຕິບັດລາຍຈ່າຍ, ເງິນຝາກຄັງເງິນ ແລະ ການສ້າງບົດລາຍງານທາງການເງິນ.
3. ການນຳໃຊ້ບັດ Smart Cash ແລະ ລະບົບລາຍເຊັນເອເລັກໂຕຣນິກ.
4. ການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານບັນຊີຄັງເງິນແຫ່ງລັດ.
![]() | ![]() |
ພ້ອມດຽວກັນນີ້, ທ່ານ ປະທານ ຍັງໄດ້ເນັ້ນ 4 ວຽກຈຸດສຸມ ໃຫ້ຜູ້ເຂົ້າຮ່ວມໄດ້ນຳໄປປະຕິບັດ ຫຼັງສຳເລັດການຝຶກອົບຮົມໃຫ້ສາມາດຈັດຕັ້ງປະຕິບັດດັ່ງນີ້:
1. ສາມາດເປັນຄູ່ຝຶກໃຫ້ພະນັກງານ ຂັ້ນແຂວງ ແລະ ຂັ້ນເມືອງ ໄດ້.
2. ຂະແໜງບັນຊີສັງລວມ ຕ້ອງເຂົ້າເຖິງລະບົບ ແລະ ສົມທຽບບັນຊີ 39 ໄດ້ຢ່າງລະອຽດ.
3. ຂະແໜງກວດກາລາຍຈ່າຍ ຕ້ອງກວດກາຜ່ານລະບົບ LIFMIS ໄດ້ຕາມມາດຕະຖານບັນຊີ.
4. ຂະແໜງບໍລິການ ຕ້ອງຕິດຕາມລາຍຮັບເຂົ້າບັນຊີ TSA ພ້ອມປະຕິບັດລາຍຈ່າຍໄດ້ຢ່າງຊ່ຽວຊານ.
ໂດຍໃຫ້ຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການແລກປ່ຽນບົດຮຽນ ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ.



