• ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ
  • |
  • 2026-08-24
  • |
  • ວຽກວິຊາສະເພາະ

       ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ (ຫຄລຈ) ໃນນາມກອງເລຂາຂອງກົນໄກຄະນະປະສານງານຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອ ສປປ ລາວ ກັບ ແຂວງຢູນນານ ສປ ຈີນ, ໄດ້ຈັດກອງປະຊຸມກະກຽມເນື້ອໃນໃຫ້ແກ່ກອງປະຊຸມ ຄັ້ງທີ XVI ໂດຍການເປັນປະທານຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ກະຊວງການເງິນ, ໂດຍມີຄະນະຂະແໜງການທີ່ກ່ຽວຂ້ອງຈາກສູນກາງເຂົ້າຮ່ວມ.ກອງປະຊຸມດັ່ງກ່າວ ເຊິ່ງມີແຜນຈະຈັດຂຶ້ນໃນຕົ້ນເດືອນທັນວາ 2026 ທີ່ຈະມາເຖິງນີ້ ຢູ່ ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ.

       ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອແລກປ່ຽນຄຳເຫັນ, ກະກຽມເນື້ອໃນຮອບດ້ານ ແລະ ແຈ້ງແຜນການດຳເນີນກອງປະຊຸມ ຄັ້ງທີ XVI, ພ້ອມທັງສະຫຼຸບ ຕີລາຄາຄວາມຄືບໜ້າ, ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການ ຕາມບົດບັນທຶກກອງປະຊຸມ ຄັ້ງທີ XV ທີ່ຜ່ານມາ.

       ໃນກອງປະຊຸມ, ຜູ້ຕາງໜ້າຂອງແຕ່ລະພາກສ່ວນໄດ້ປະກອບຄຳເຫັນຢ່າງກົງໄປກົງມາຕາມໜ້າວຽກຮັບຜິດຊອບ, ໂດຍໄດ້ທົບທວນຄືນໝາກຜົນການຮ່ວມມືທີ່ປະຕິບັດໄດ້ໃນຜ່ານມາ, ພ້ອມທັງຍົກຂໍ້ສະເໜີ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອນຳເຂົ້າປຶກສາຫາລືໃນກອງປະຊຸມ ຄັ້ງທີ XVI ທີ່ຈະມາເຖິງ.

       ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາຂະແໜງການທີ່ເຂົ້າຮ່ວມຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມເປັນເຈົ້າການ ແລະ ຕັ້ງໜ້າປັບປຸງກົນໄກການປະສານງານພາຍໃນໃຫ້ມີຄວາມຄ່ອງໂຕ ພ້ອມທັງສະເໜີໃຫ້ແຕ່ລະກຸ່ມ ສືບຕໍ່ປະຕິບັດໜ້າທີ່ເພື່ອນຳພາເຕົ້າໂຮມໃນການດຳເນີນກອງປະຊຸມຮ່ວມກັບຝ່າຍຈີນ, ເປັນເຈົ້າການແບ່ງວຽກພາຍໃນ ເພື່ອກະກຽມເນື້ອໃນໃຫ້ຄົບຖ້ວນ ທັງພາກສະຫຼຸບຜົນງານ, ຫົວຂໍ້ປຶກສາຫາລື ແລະ ທິດທາງການຮ່ວມມື ໃຫ້ສຳເລັດພາຍໃນເດືອນກັນຍາ 2026 ເພື່ອຂຶ້ນແຜນດຳເນີນກອງປະຊຸມທາງໄກຮ່ວມກັບຝ່າຍຈີນ, ທັງນີ້ກໍເພື່ອແນ່ໃສ່ການດຳເນີນກອງປະຊຸມໃຫ້ສຳເລັດຕາມເປົ້າໝາຍ ແລະ ມີປະສິດທິຜົນສູງ.

         ພາຍຫຼັງ ສຳເລັດກອງປະຊຸມ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ຈັດກິດຈະກຳອອກແຮງງານລວມ ເນື່ອງໃນໂອກາດວັນປະຫວັດສາດອັນສຳຄັນຂອງຊາດ ກໍຄືວັນທີ 23 ສິງຫາ ເຊິ່ງເປັນວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ (23/08/1945 - 23/08/2026), ເຊິ່ງເປັນການເສີມຂະຫຍາຍມູນເຊື້ອສາມັກຄີ, ເຊີດຊູມານະຈິດປະຕິວັດ ແລະ ນ້ຳໃຈຮັກຊາດອັນສູງສົ່ງ ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອກອບກູ້ເອກະລາດຂອງຊາດ ແລະ ນຳເອົາຄວາມເປັນເຈົ້າຂອງປະເທດຊາດມາສູ່ປະຊາຊົນລາວຢ່າງແທ້ຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ