• ກະຊວງການເງິນ
  • |
  • 2026-08-22
  • |
  • ວຽກວິຊາສະເພາະ

       ໃນວັນທີ 22 ສິງຫາ 2026, ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຕາງໜ້າຈາກ ກະຊວງປ້ອງກັນປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາກົມກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ເກັບກຳຂໍ້ມູນຄວາມເສຍຫາຍຈາກໄພພິບັດທາງທຳມະຊາດ ຢູ່ແຂວງບໍລິຄຳໄຊ.

        ຕາມການລາຍງານຂອງ ຄະນະປົກຄອງແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ນັບແຕ່ວັນທີ 5 ກໍລະກົດ ຫາ 21 ສິງຫາ 2026, ທົ່ວແຂວງບໍລິຄຳໄຊ ໄດ້ຮັບຜົນກະທົບຢ່າງໜັກຈາກພາຍຸ ໄມສັກ, ບາວີ ແລະ ລົມມໍລະສຸມ ທີ່ເຮັດໃຫ້ມີຝົນຕົກຮົ່ມຢ່າງຕໍ່ເນື່ອງ. ເຫດການດັ່ງກ່າວ ສົ່ງຜົນໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນ, ລະດັບນ້ຳຢູ່ຕາມແມ່ນ້ຳສາຍຫຼັກໄດ້ເພີ່ມຂຶ້ນເກີນຈຸດເຕືອນໄພ, ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ບ້ານເຮືອນ, ພື້ນທີ່ທຳການຜະລິດ, ສະພາບບໍລິການສາທາລະນະສຸກ ແລະ ພື້ນຖານໂຄງລ່າງ ໃນ 7 ເມືອງ ຄື: ປາກຊັນ, ບໍລິຄັນ, ທ່າພະບາດ, ປາກກະດິງ, ຄຳເກີດ, ວຽງທອງ ແລະ ໄຊຈຳພອນ. ໂດຍສະເພາະ ເສັ້ນທາງຫຼວງແຫ່ງຊາດເລກ 8 ເຂດພູຜາມ່ານ ແລະ ພູໄຮ ໄດ້ຖືກດິນເຈື່ອນທັບໜ້າທາງ, ຕົ້ນໄມ້ໃຫຍ່ຫັກລຳ ແລະ ຮ່ອງລະບາຍນ້ຳຖືກກັດເຊາະ ຈົນບໍ່ສາມາດສັນຈອນໄປ-ມາໄດ້.

       ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ແຈ້ງໃຫ້ຊາບເຖິງຄວາມເປັນຫ່ວງເປັນໄຍຂອງລັດຖະບານ ຕໍ່ສະພາບໄພພິບັດທີ່ເກີດຂຶ້ນຄັ້ງນີ້ ລັດຖະບານຈຶ່ງໄດ້ແຕ່ງຕັ້ງຄະນະປະສານງານ ເພື່ອລົງຊຸກຍູ້ ແລະ ແກ້ໄຂສຸກເສີນໃຫ້ທັນທີ. ພ້ອມນັ້ນ, ທ່ານໄດ້ຍ້ອງຍໍຊົມເຊີຍການນຳແຂວງ ທີ່ໄດ້ປຸກລະດົມທຸກພາກສ່ວນ ທັງພາກທຸລະກິດ, ຜູ້ປະກອບການ, ກຳລັງອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ເຂົ້າໃນການຮັບມື ແລະ ແກ້ໄຂໄພພິບັດຮ່ວມກັນ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃສ່ທິດຊີ້ນຳວຽກງານຈຸດສຸມ ດັ່ງນີ້:

 1. ໃຫ້ການນຳແຂວງ ແລະ ຂະແໜງການກ່ຽວຂ້ອງ: ສືບຕໍ່ຟື້ນຟູ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກໍ່ຄື ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຢ່າງໃກ້ຊິດ ເພື່ອແຈ້ງຂ່າວຕໍ່ເຖິງບັນດາເມືອງ ແລະ ປະຊາຊົນ.

 2. ເນັ້ນໃຫ້ປະຊາຊົນທີ່ອາໄສຢູ່ເຂດພື້ນທີ່ຄວາມສ່ຽງຕາມລຳນ້ຳ ແລະ ເຂດສາຍພູ; ກະກຽມຄວາມພ້ອມດ້ານພາຫະນະ, ກຳລັງເຈົ້າໜ້າທີ່, ແຜນການຍົກຍ້າຍປະຊາຊົນ, ຊັບສິນ ແລະ ສັດລ້ຽງ ໄປຢູ່ເຂດປອດໄພ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກຂັ້ນພື້ນຖານຢ່າງພຽງພໍ.ວວວສວສວສ

 

        ພາຍຫຼັງສຳເລັດການຮ່ວມເຮັດວຽກກັບ ຄະນະປົກຄອງ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງລົງກວດກາສະພາບຄວາມເສຍຫາຍຕົວຈິງ ຢູ່ເຂດພູຜາມ່ານ, ພູໄຮ ແລະ ເສັ້ນທາງເລກ 8 ທີ່ເປ່ເພ ພ້ອມທັງໄດ້ໃຫ້ທິດຊີ້ນຳໃນການເລັ່ງສ້ອມແປງ ເພື່ອເປີດເສັ້ນທາງໃຫ້ປະຊາຊົນສາມາດສັນຈອນໄປ-ມາໄດ້ໂດຍໄວ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ