ໃນວັນທີ 11 ສິງຫາ 2026 ທີ່ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ປອ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະກົມກ່ຽວຂ້ອງ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະເຮັດວຽກຮ່ວມກັບ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍ ຜູ້ຕາງໜ້າ ຈາກ ກົມນະໂຍບາຍເສດຖະກິດ ແລະ ການເງິນ ກະຊວງການເງິນ ແລະ ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດ, ເສດຖະກິດ ແລະ ສັງຄົມ ແຫ່ງຊາດ. 
ຈຸດປະສົງຂອງການພົບປະ ແລະ ເຮັດວຽກຮ່ວມກັນໃນຄັ້ງນີ້ ເພື່ອຜັນຂະຫຍາຍຜັນການພົບປະ ລະຫວ່າງ ການນໍາສູງສຸດ ຂອງ ລາວ ແລະ ຈີນ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ ໂດຍສຸມໃສ່ຊຸກຍູ້ການຈັດຕັ້ງປະຕິບັດ ຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ ທີ່ຕິດພັນກັບຂະແໜງການກະສິກໍາ ແລະ ວຽກງານການຮ່ວມມືອື່ນໆທີ່ປິ່ນອ້ອມ.
ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານ ຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນລາຍງານໃຫ້ຊາບກ່ຽວກັບ ຄວາມເປັນມາ ແລະ ສະພາບລວມ ໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືພັດທະນາແລວທາງເສດຖະກິດລາວ-ຈີນ (ປີ 2019-2030) ເຊິ່ງໃນໄລຍະ 5 ປີ ທໍາອິດທີ່ຜ່ານມາ (2019-2025) ການຮ່ວມມືໃນຂະແໜງການກະສິກໍາ ໂດຍລວມແມ່ນມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ, ສະນັ້ນ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນຂະແໜງການກະສິກໍາ ໃນໄລຍະ 5 ປີ ຫຼັງ ຂອງຂອບການຮ່ວມມືດັ່ງກ່າວ (2026-2030) ສໍາເລັດຜົນຕາມແຜນທີ່ວາງໄວ້, ພວກເຮົາຄວນຮ່ວມກັນຄົ້ນຄວ້າກໍານົດຄາດໝາຍຕົວຊີ້ວັດ (KPI) ໃນແຕ່ລະແຜນງານ ແລະ ໂຄງການ ໃຫ້ມີຄວາມຊັດເຈນ ເພື່ອເປັນບ່ອນອີງ ໃນການຕິດຕາມຊຸກຍູ້ ແລະ ຊ່ວຍແກ້ໄຂບັນຫາຕ່າງໆ ທີ່ອາດເກີດຂຶ້ນ ໃນການຈັດຕັ້ງປະຕິບັດຕົວຈິງ, ຮັບປະກັນໃຫ້ສາມາດປະຕິບັດສໍາເລັດຜົນ ຕາມຂອບເຂດເວລາ ແລະ ລະດັບຄາດໝາຍທີ່ວາງໄວ້. 
ໂອກາດນີ້, ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ກໍ່ໄດ້ມີຄໍາເຫັນຕື່ມວ່າ ການຮ່ວມມືລາວ-ຈີນ ໃນຂະແໜງກະສິກໍາ ໃນໄລຍະຜ່ານມາ ຖືເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ໄດ້ຮັບຜົນສໍາເລັດໃນລະດັບດີ, ເປັນຕົ້ນແມ່ນ ການຊຸກຍູ້ປະຕິບັດໂກຕ້າ ແລະ ສິດທິພິເສດ ໃນການສົ່ງອອກສິນຄ້າກະສິກໍາບາງຊະນິດ ເຂົ້າ ສປ ຈີນ ແມ່ນມີຄວາມຄືບໜ້າໃນລະດັບດີ, ການເຈລະຈາເປີດຕະຫຼາດສິນຄ້າປະເພດພືດ ແລະ ສັດ ມາຮອດປັດຈຸບັນ ໄດ້ຮັບການອະນຸມັດຫຼາຍກວ່າ 40 ລາຍການ, ການຮ່ວມມືປະຕິບັດໂຄງການຊ່ວຍເຫຼືອລ້າ ຈາກ ສປ ຈີນ ທີ່ຕິດພັນກັບວຽກງານການແກ້ໄຂຄວາມທຸກຍາກ ແລະ ການສົ່ງເສີມການປູກພືດຜັກ ແລະ ໝາກໄມ້ສະອາດ ກໍ່ໄດ້ຮັບການຈັດຕັງປະຕິບັດ ແລະ ເອົາໃຈໃສ່ເປັນພິເສດ ຈາກ ທັງສອງຝ່າຍ, ນອກນັ້ນ ວຽກງານການຮ່ວມມືອື່ນໆຕ່າງກໍ່ມີຄວາມຄືບໜ້າຢ່າງຕໍ່ເນື່ອງ.
ສະນັ້ນ ເພື່ອສືບຕໍ່ວຽກງານດັ່ງກ່າວໃຫ້ສຳເລັດພົ້ນເດັ່ນຍິ່ງຂື້ນ ທ່ານໄດ້ຮຽກຮ້ອງໃຫ້ ຜູ້ຮັບຜິດຊອບ ຮີບຮ້ອນປະສານສົມທົບ ແລະ ແລກປ່ຽນສະໜອງຂໍ້ມູນທີ່ກ່ຽວຂ້ອງ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລືກໍານົດຕົວຊີ້ວັດ, ລວມທັງແຜນວຽກ ແຜນງານ ທີ່ກຽວຂ້ອງໃນຕໍ່ໜ້າ ຢ່າງລະອຽດ.