ໃນວັນທີ 10 ສິງຫາ 2026 ທີ່ ດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວງ ໄດ້ມີພິທີ ປະກາດການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບໍານານ ແລະ ແຕ່ງຕັ້ງ ຫົວໜ້າດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງໂດຍເປັນປະທານຮ່ວມຂອງ ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງການເງິນ ແລະ ທ່ານ ສອນໄຊ ພໍລະສິມ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານຫຼັກແຫຼງພະແນກການເງິນແຂວງ ແລະ ດ່ານພາສີສາກົນນໍ້າກັ່ນ ເຂົ້າຮ່ວມ.
ໃນພິທີ ທ່ານ ຂັນທະໄລ ແດງດາລາ ຮອງຫົວໜ້າພະແນກກົມຈັດຕັ້ງ ໄດ້ຂື້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອຸດໜູນບໍານານ ຂອງລັດຖະມົນຕີກະຊວງການເງິນ ຕົກລົງໃຫ້ ທ່ານ ພອນໄຊ ດວງຕີ ພັກການ-ຮັບອຸນໜູນບໍານານ.
ຈາກນັ້ນ ທ່ານ ກໍ່ໄດ້ຜ່ານ ຂອງທ່ານຮອງນາຍົກ, ລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ ຕົກລົງໃຫ້ ທ່ານ ອານຸສອນ ດາລາສຸກ ຮອງຫົວໜ້າພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ກົມພາສີ ເປັນຫົວໜ້າດ່ານພາສີສາກົນນໍ້າກັ່ນ ແຂວງຊຽງຂວາງ.
ໃນຕອນທ້າຍກໍ່ໄດ້ມີ ພິທີເຊັນການມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າດ່ານຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງຈົບງາມ.