• ສູນສະຖິຕິແຫ່ງຊາດ
  • |
  • 2026-08-10
  • |
  • ວຽກວິຊາສະເພາະ

🏦ສູນສະຖິຕິແຫ່ງຊາດ ກະຊວງການເງິນ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດກອງປະຊຸມຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາຂັ້ນແຂວງຂອງການສຳຫຼວດແຮງງານ ປະຈຳປີ 2026-2027, ເຊິ່ງໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2026 ທີ່ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ລຽນທອງ ສຸພານີ ຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ ສູນສະຖິຕິແຫ່ງຊາດ ກະຊວງການເງິນ ແລະ ທ່ານ ນາງ ໄກສອນ ອ້ອນຄຳປັນຍາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະກົມ, ຄະນະພະແນກທີ່ກ່ຽວຂ້ອງ, ພ້ອມດ້ວຍວິທະຍາກອນຈາກສູນກາງຈາກທັງສອງກະຊວງ ແລະ ນັກສຳມະນາກອນຕາງໜ້າຈາກ 18 ແຂວງທົ່ວປະເທດເຂົ້າຮ່ວມ.

 📝ຈຸດປະສົງເພື່ອສ້າງຄວາມເຂົ້າໃຈໃຫ້ເປັນເອກະພາບກ່ຽວກັບແນວຄວາມຄິດ, ນິຍາມ ແລະ ວິທີການເກັບກຳຂໍ້ມູນ ຂອງການສຳຫຼວດແຮງງານຕາມມາດຕະຖານສາກົນ, ຝຶກທັກສະການນຳໃຊ້ແບບສອບຖາມອຸປະກອນ ແລະ ການນໍາໃຊ້ໂປຼແກຼມເກັບກຳຂໍ້ມູນໃຫ້ມີຄວາມຊຳນານ, ຝຶກເຕັກນິກການສຳພາດ ການຂຶ້ນບັນຊີຄົວເຮືອນ ການເລືອກຄົວເຮືອນຕົວແທນ ແລະ ວິທີການແກ້ໄຂບັນຫາ ທີ່ອາດເກີດຂຶ້ນຢູ່ພາກສະໜາມ, ພ້ອມທັງກຳນົດຄວາມຮັບຜິດຊອບ ແຜນການລົງພາກສະໜາມ ແລະ ກົນໄກການລາຍງານລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງໃຫ້ໄປໃນທາງດຽວກັນ. 

🗒️ການຝຶກອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 8 ວັນ,ພາຍຫຼັງສໍາເລັດການຝຶກອົບຮົມດັ່ງກ່າວບັນດານັກເດີນສໍາຫຼວດ ແລະ ນັກກວດກາຂັ້ນແຂວງຈະໄດ້ລົງຈັດຕັ້ງປະຕິບັດວຽກງານເກັບກໍາຂໍ້ມູນຢູ່ພາກສະໜາມຕາມຂອບເຂດຮັບ ຜິດຊອບຂອງຕົນຕາມແຜນທີ່ກຳນົດໄວ້. 

🔷ໂອກາດນີ້, ທ່ານ ລຽນທອງ ສຸພານີ ມີຄໍາເຫັນເນັ້ນເຖິງຄວາມສໍາຄັນຂອງຂໍ້ມູນສະຖິຕິແຮງງານຕໍ່ການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍຊີ້ໃຫ້ເຫັນຜົນຂອງການສໍາຫຼວດຈະສະທ້ອນໃຫ້ເຫັນສະພາບຕົວຈິງຂອງກໍາລັງແຮງງານ, ອັດຕາການມີວຽກເຮັດງານທຳ, ອັດຕາການຫວ່າງງານ, ໂຄງສ້າງແຮງງານຕາມຂະແໜງການ ແລະ ລາຍຮັບຂອງຜູ້ອອກແຮງງານເຊິ່ງເປັນຂໍ້ມູນຈຳເປັນໃນການສ້າງ ແລະ ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍດ້ານແຮງງານ, ການສຶກສາ-ພັດທະນາສີມືແຮງງານ, ການປົກປ້ອງສັງຄົມ. ພ້ອມນີ້, ທ່ານຍັງໄດ້ຝາກໃຫ້ບັນດານັກສໍາມະນາກອນຖືເອົາຄວາມຖືກຕ້ອງ, ຄວາມຊື່ສັດຂອງຂໍ້ມູນ ແລະ ການຮັກສາຄວາມລັບຂອງຜູ້ຖືກສໍາພາດ ຕາມກົດໝາຍສະຖິຕິເປັນຫຼັກໃນການລົງເກັບກໍາຂໍ້ມູນຢູ່ພາກສະໜາມ.ໃນຕອນທ້າຍທ່ານ ນາງ ໄກສອນ ອ້ອນຄຳປັນຍາ ໄດ້ເນັ້ນຕື່ມວ່າໄດ້ປະສານສົມທົບກັນຢ່າງໃກ້ຊິດລະຫວ່າງສອງກະຊວງໃນການຈັດຕັ້ງປະຕິບັດການສໍາຫຼວດຄັ້ງນີ້ໃຫ້ບັນດາທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກແກ່ຄະນະເດີນສໍາຫຼວດເພື່ອໃຫ້ວຽກງານດັ່ງກ່າວບັນລຸຜົນສໍາເລັດຕາມແຜນ.

© 2025 Copyright: ກະຊວງການເງິນ, ສປປ ລາວ