• ກົມສ່ວຍສາອາກອນ
  • |
  • 2026-08-07
  • |
  • ວຽກວິຊາສະເພາະ

ໃນວັນທີ 06 ສິງຫາ 2026 ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມເຜີຍແຜ່-ແນະນໍາ ກ່ຽວກັບການຫັກອາກອນມູນຄ່າເພີ່ມສົ້ນເຂົ້າແບບກໍານົດ ໃຫ້ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ໂດຍການເປັນປະທານຂອງ ທ່ານ ຄໍາພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ມີຊ່ຽວຊານພາຍໃນ ທະນາຄານໂລກ ປະຈໍາກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍານະຄອນຫຼວງ, ເມືອງ, ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບສ່ວຍສາອາກອນປະຈໍາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍມີຈຸດປະສົງເພື່ອ ເຜີຍແຜ່ ຄໍາແນະນໍາ ກ່ຽວກັບ ການຫັກອາກອນມູນຄ່າເພີ່ມສົ້ນເຂົ້າແບບກຳນົດ ຂອງ ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ສະບັບເລກທີ 1080/ກງ, ລົງວັນທີ 23 ມີນາ 2026 ເອກະສານສະບັບນີ້ແມ່ນ 1 ນິຕິກຳໃຕ້ກົດໝາຍ ທີ່ຜັນຂະຫຍາຍຈາກກົດໝາຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 60/ສພຊ, ລົງວັນທີ 28 ມິຖຸນາ 2024 ໂດຍສະເພາະ ມາດຕາທີ 33 ການເຂົ້າລະບົບ ອາກອນມູນຄ່າເພີ່ມ ຂອງຫົວໜ່ວຍວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ທີ່ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ (VAT) ເພື່ອແນະນໍາ ກ່ຽວກັບ ການຫັກອາກອນມູນຄ່າເພີ່ມສົ້ນເຂົ້າແບບກໍານົດໃຫ້ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມ ລວມທັງເຈົ້າໜ້າທີ່ສ່ວຍສາອາກອນ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ໂອກາດນີ້ ປະທານກອງປະຊຸມ ມີຄຳເຫັນເພີ່ມຕື່ມວ່າ: ການເຜີຍແຜ່ໃນຄັ້ງນີ້ ຖືເປັນເວທີທີ່ມີຄວາມໝາຍຄວາມສໍາຄັນ ໃຫ້ທາງພາກລັດ ແລະ ພາກທຸລະກິດ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອໃຫ້ການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ພ້ອມທັງ, ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຮັບຟັງ ແລະ ນໍາເອົາເນື້ອໃນຈິດໃຈຂອງນິຕິກໍາ ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

© 2025 Copyright: ກະຊວງການເງິນ, ສປປ ລາວ