ໃນວັນທີ 06 ສິງຫາ 2026 ທີ່ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ກະຊວງການເງິນ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຫົວໜ້າຫ້ອງການ ຄະນະກໍາມະການຮ່ວມມື ລາວ-ຈີນ ໄດ້ພົບປະປຶກສາຫາລື ທ່ານ ລູ້ຮ່າຍໂຈ (Lu Haizhou) ຜູ້ອຳນວຍການບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍຄະນະ.
ຈຸດປະສົງຂອງການພົບປະແມ່ນເພື່ອຜັນຂະຫຍາຍ ການພົບປະ ລະຫວ່າງ ການນໍາສູງສຸດ ຂອງ ລາວ ແລະ ຈີນ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ, ໂດຍສຸມໃສ່ຊຸກຍູ້ການຈັດຕັ້ງປະຕິບັດ ຂອບການຮ່ວມມືພັດທະນາແລ້ວທາງເສດຖະກິດ ລາວ-ຈີນ (ປີ 2019-2030) ທີ່ຕິດພັນກັບ ການພັດທະນາປິ່ນອ້ອມທາງລົດໄຟ ລາວ-ຈີນ ໂດຍສະເພາະແມ່ນ ຍົກລະດັບພື້ນຖານໂຄງລ່າງທາງລົດໄຟ ຊຸກຍູ້ ໂຄງການກໍ່ສ້າງຕຶກອາຄານ ກວດກາຮ່ວມກັນ ຈຸດດຽວປ່ອງດຽວ ຢູ່ດ່ານຊາຍແດນສະຖານີລົດໄຟ ບໍ່ເຕ່ນ, ປັບປຸງ-ຍົກລະດັບ ສະຖານີດ່ານຂົນສົ່ງສິນຄ້າລົດໄຟວຽງຈັນໃຕ້ ໃຫ້ມີຄວາມສະດວກຍິ່ງຂຶ້ນ, ເຊິ່ງຖືເປັນປັດໄຈສໍາຄັນໜຶ່ງ ໃນການຊຸກຍູ້ຮ່ວມມືດ້ານເສດຖະກິດ ແລະ ການລົງທຶນ ລະຫວ່າງ ລາວ-ຈີນ ໃຫ້ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.
ການພົບປະໃນຄັ້ງນີ້ ຖືເປັນອີກໜຶ່ງບາດກ້າວສໍາຄັນ ໃນການເສີມຂະຫຍາຍທ່າແຮງການຮ່ວມມືດ້ານການຄົມນະນາຄົມ-ຂົນສົ່ງທາງລົດໄຟ ລະຫວ່າງ ສປປ ລາວ ແລະ ສປ ຈີນ ພ້ອມທັງເປີດໂອກາດໃໝ່ ໃນການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນຕໍ່ໜ້າ.