ໃນວັນທີ 07 ສິງຫາ 2026 ກະຊວງການເງິນ ຕ້ອນຮັບ ຄະນະຜູ້ແທນພະນັກງານໜຸ່ມນ້ອຍ ຈາກຫຼາຍຂະແໜງການຂອງປະເທດ ຕີມໍແລັດສະເຕ ພ້ອມດ້ວຍຜູ້ຕິດຕາມ ທີ່ໄດ້ເດີນທາງມາທັດສະນະສຶກສາຢູ່ ສປປ ລາວ ພາຍໃຕ້ "ໂຄງການທັດສະນະສຶກສາ ສໍາລັບການເປັນຜູ້ນໍາຂອງອາຊຽນໃນອະນາຄົດ" ໃຫ້ກຽດຕ້ອນຮັບໂດຍ ທ່ານ ວິໄລພອນ ປຸ້ຍດວງແກ້ວ ຮອງຫົວໜ້າຫ້ອງການກະຊວງການເງິນ ໂດຍມີ ຮອງຫົວໜ້າກົມ ເຕັກໂນໂລຊີຂໍ້ມູນຂ່າວສານການເງິນ,ຕາງໜ້າຈາກກົມຮ່ວມມື ແລະ ການເງິນສາກົນ, ພ້ອມດ້ວນຜູ້ຕາງໜ້າຈາກພະແນກອ້ອມຂ້າງຫ້ອງການ.
ໂຄງການດັ່ງກ່າວ ໂດຍມີຈຸດປະສົງ ເພື່ອສະໜັບສະໜູນການສ້າງຄວາມອາດສາມາດຂອງ ຕີມໍແລັດສະເຕ ຫຼັງ ຈາກທີ່ເຂົ້າເປັນສະມາຊິກສົມບູນອາຊຽນ ໂດຍສອດຄ່ອງກັບຄໍາຕົກລົງຂອງຜູ້ນໍາອາຊຽນ ແລະ ແຜນການດໍາເນີນງານ (Roadmap) ສໍາລັບ ຕີມໍແລັດສະເຕ ໃນຂະບວນການເປັນສະມາຊິກສົມບູນ ແລະ ເຊື່ອມໂຍງກັບອາຊຽນ ເຊິ່ງການເຂົ້າທັດສະນະທີ່ກະຊວງການເງິນຄັ້ງນີ້ ເພື່ອແລກປ່ຽນບົດຮຽນ.
ໂອກາດນີ້ ທ່ານ ວິໄລພອນ ປຸ້ຍດວງແກ້ວ ມີຄຳເຫັນເພີ່ມເຕີມວ່າ ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ເປັນສ່ວນໜຶ່ງຂອງການສະໜັບສະໜູນການສ້າງຂີດຄວາມອາດສາມາດ ໃຫ້ກັບພະນັກງານ ແລະ ທັງເປັນການສ້າງສັກກະຍະພາບການເປັນຜູ້ນໍາໃນອະນາຄົດຂອງ ປະເທດ ຕີມໍແລັດສະເຕ ຫຼັງຈາກທີ່ໄດ້ກ້າວເຂົ້າເປັນສະມາຊິກສົມບູນຂອງຄອບຄົວອາຊຽນ ເຊິ່ງທັງສອງຝ່າຍ ໄດ້ແລກປ່ຽນບົດຮຽນອັນດີ ແລະ ຮຽນຮູ້ປະສົບການຕົວຈິງເຊິ່ງກັນ ແລະ ກັນ ກະຊວງການເງິນ ສປປ ລາວ ໄດ້ແບ່ງປັນຂໍ້ມູນ ແລະ ແລກປ່ຽນຫົວຂໍ້ທີ່ສໍາຄັນ ເພື່ອເປັນຂໍ້ມູນ ແລະ ບົດຮຽນ ເປັນຕົ້ນແມ່ນ ພາລະບົດບາດ ແລະ ໜ້າວຽກໂດຍລວມ, ບົດບາດຂອງ ກົມຮ່ວມມື ແລະ ການເງິນສາກົນ ໃນການສົ່ງເສີມການເຊື່ອມໂຍງດ້ານການເງິນກັບອາຊຽນ, ພາກພື້ນ ແລະ ສາກົນ ແລະ ການຫັນເປັນທັນສະໄໝ ຂອງກະຊວງການເງິນ.
ພາຍຫຼັງ ສໍາເລັດການແລກປ່ຽນວິຊາການ ທ່ານຮອງຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ຍັງໄດ້ນໍາພາ ຄະນະຜູ້ແທນພະນັກງານໜຸ່ມນ້ອຍ ຈາກ ປະເທດ ຕີມໍແລັດສະເຕ ເຂົ້າຢ້ຽມຢາມສູນປະຕິບັດງານຂອງ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ເພື່ອຮັບຊົມການນໍາໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງການເງິນ ໃນການຫັນເປັນທັນສະໃໝ.