
ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມເຜີຍແຜ່ ຄຳແນະນຳກ່ຽວກັບການສົ່ງຄືນເງິນອາກອນມູນຄ່າເພີ່ມ ( VAT ) ສົ້ນເຂົ້າ ກໍລະນີສົ່ງອອກສິນຄ້າຖືກອັດຕາ 0% ແລະ ຫັກບໍ່ໝົດພາຍໃນ 03 ເດືອນ (ສະບັບເລກທີ 1079/ກງ, ລົງວັນທີ 23 ມີນາ 2026). ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ໂດຍມີຄະນະສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ, ວິຊາການສ່ວຍສາອາກອນປະຈຳເມືອງ, ທີມງານວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

![]() | ![]() | ![]() |
ການເຜີຍແຜ່ໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມເຂົ້າໃຈ ແລະ ແນະນຳກ່ຽວກັບຫຼັກການ, ວິທີການ, ເງື່ອນໄຂ ເຊັ່ນດຽວກັບມາດຕະການໃນການຂໍ ແລະ ສົ່ງຄືນເງິນອາກອນມູນຄ່າເພີ່ມສົ້ນເຂົ້າ ໃຫ້ແກ່ຜູ້ມອບອາກອນ, ເຈົ້າໜ້າທີ່ສ່ວຍສາອາກອນ ແລະ ພາກສ່ວນກ່ຽວຂ້ອງ. ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນສາມາດຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ເປັນເອກະພາບກັນໃນທົ່ວປະເທດ, ອັນເປັນການຊ່ວຍສົ່ງເສີມ ແລະ ສ້າງສະພາບຄ່ອງທາງດ້ານການເງິນໃຫ້ແກ່ຜູ້ມອບອາກອນໃນການດຳເນີນທຸລະກິດ, ພ້ອມທັງຮັບປະກັນໃຫ້ການສົ່ງຄືນເງິນອາກອນ ສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢ່າງເຂັ້ມງວດ.
ໃນໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໃສ່ໃຫ້ທີມງານວິທະຍາກອນ ເອົາໃຈໃສ່ບັນຍາຍໂດຍເນັ້ນເຖິງປະເດັນສຳຄັນ ແລະ ຍົກຕົວຢ່າງຈາກບົດຮຽນຕົວຈິງ. ພ້ອມດຽວກັນນັ້ນ, ກໍໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເປີດກວ້າງການແລກປ່ຽນບົດຮຽນ ແລະ ຄຳຄິດຄຳເຫັນກັບວິທະຍາກອນ ເພື່ອຮ່ວມກັນແກ້ໄຂຂອດຂັ້ນ, ຂັ້ນຕອນ ແລະ ເງື່ອນໄຂການສົ່ງຄືນເງິນອາກອນມູນຄ່າເພີ່ມສົ້ນເຂົ້າ ໃນກໍລະນີສົ່ງອອກສິນຄ້າຖືກອັດຕາ 0% ໃຫ້ໄປໃນທິດທາງດຽວກັນ, ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທຳໃນຂອບເຂດທົ່ວປະເທດ.


